ອອກມາແລ້ວຕາຕະລາງແຂ່ງຂັນຂອງ ຢູ 23 ລາວ ໃນລາຍການຊີງແຊັມອາຊຽນ 2022

263

ສະຫະພັນບານເຕະອາຊຽນ ( AFF ) ໄດ້ອອກຕາຕະລາງແຂ່ງຂັນບານ​ເຕະຊາຍຊີງແຊັມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປິ ປະຈຳປີ 2022 ( AFF U23 Championship 2022 ) ທີ່ປະເທດກຳປູເຈຍ ໃນລະຫວ່າງວັນທີ 14-26 ກຸມພາ 2022 ອອກມາເປັນທີ່ຮຽບຮ້ອຍ.

ສໍາລັບ ການແຂ່ງຂັນລາຍການນີ້ 11 ປະເທດ ສະມາຊິກອາຊຽນ ເຂົ້າຮ່ວມປະກອບມີ: ໄທ, ຫວຽດນາມ, ສິງກະໂປ, ອິນໂດເນເຊຍ, ມາເລເຊຍ, ມຽນມາ, ຟີ​ລິບ​ປິນ, ກຳປູເຈຍ, ລາວ, ຕີມໍ ເລັສເຕ ແລະ ບຣູໄນ ເຊິ່ງຜົນການຈັບສະຫຼາກແບ່ງສາຍປະກົດວ່າ:
-ກຸ່ມ A ປະກອບມີ: ກຳປູເຈຍ, ຕີມໍ ເລັສເຕ, ຟີລິບປິນ ແລະ ບຣູໄນ
-ກຸ່ມ B ປະກອບມີ: ອິນໂດເນເຊຍ, ມາເລເຊຍ, ມຽນມາ ແລະ ລາວ
-ກຸ່ມ C ປະກອບມີ: ໄທ, ຫວຽດນາມ ແລະ ສິງກະໂປ

ສໍາລັບ ການແຂ່ງຂັນລາຍການດັ່ງກ່າວແມ່ນຈະໃຊ້ 2 ສະໜາມຫຼັກຄື: ສະໜາມ Morodok Techo National Stadium ແລະ ສະໜາມ Prince Stadium of Visakha Football Club ປະເທດກໍາປູເຈຍ.
ຕາຕະລາງການແຂ່ງຂັນຂອງ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີມີດັ່ງນີ້:
– ວັນທີ 15 ກຸມພາ 2022 ເວລາ 19:00 ໂມງ ທີມຊາດລາວ ພົບ ທີມຊາດອິນໂດເນເຊຍ
– ວັນທີ 18 ກຸມພາ 2022 ເວລາ 16:00 ໂມງ ທີມຊາດລາວ ພົບ ທີມຊາດມາເລເຊຍ
– ວັນທີ 21 ກຸມພາ 2022 ເວລາ 19:00 ໂມງ ທີມຊາດລາວ ພົບ ທີມຊາດມຽນມາ

ສໍາລັບ ທຸກໆນັດ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີ ແມ່ນຈະແຂ່ງຂັນຢູ່ທີ່ສະຫນາມ Prince Stadium, ສຳລັບການຖ່າຍທອດສົດນັ້ນແມ່ນຈະແຈ້ງໃຫ້ຮັບຊາບພາຍຫລັງ
ສຳລັບ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ແມ່ນໄດ້ເຂົ້າສູນເກັບຕົວຝຶກຊ້ອມນັບຕັ້ງແຕ່ ວັນຈັນ 17 ມັງກອນ 2022 ທີ່ຜ່ານມາ.
ຂ່າວ: ຫຼ້າ MKP