ເທົ່າຖ່ານຍັງປົກຄຸມຕອງກາ ເຮັດໃຫ້ ການຊ່ວຍເຫຼືອພົບຄວາມຫຍຸ້ງຍາກ

112

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ມັງກອນ 2022 ວ່າ ນິວຊີແລນ ກຳລັງເລັ່ງຈັດສົ່ງການຊ່ວຍເຫຼືອໄປຍັງຕອງກາ ແຕ່ຖ້ຽວບິນອາດຈະຫຼ້າຊ້າ ເພາະເທົ່າຖ່ານຍັງປົກຄຸມທົ່ວເກາະຕອງກາ, ຂະນະທີ່ສະຫະປະຊາຊາດ ໄດ້ຮັບສັນຍານຄວາມຊ່ວຍເຫຼືອຈາກຕອງກາແລ້ວ ຫຼັງຈາກພູໄຟໃຕ້ມະຫາສະໝຸດລະເບີດເມື່ອວັນທີ 15 ມັງກອນຜ່ານມາ ເຮັດໃຫ້ເກີດຄື້ນຊຶນາມິ ສົ່ງຜົນໃຫ້ການສື່ສານໃນເກາະຕອງກາຖືກຕັດຂາດກັບໂລກພາຍນອກ.

ລາຍງານລະບຸວ່າ: ກອງທັບນິວຊີແລນ ກຳລັງຈັດຫານ້ຳດື່ມ, ອາຫານ ແລະ ເຄື່ອງໃຊ້ຈຳເປັນ ເພື່ອນຳໄປຊ່ວຍເຫຼືອຕອງກາ ແຕ່ອາດຈະຫຼ້າຊ້າຢ່າງໜ້ອຍ 1 ວັນ ເນື່ອງຈາກຂະນະນີ້ ເທົ່າຖ່ານຈາກພູໄຟລະເບີດຍັງປົກຄຸມທົ່ວເກາະຕອງກາ ຄາດວ່າຊ້າສຸດໃນວັນພຸດ ຫຼື ວັນພະຫັດນີ້ ເຄື່ອງຊ່ວຍເຫຼືອດັ່ງກ່າວຈະເຖິງຕອງກາ, ຂະນະດຽວກັນນິວຊີແລນໄດ້ຈັດສົ່ງເຮືອຂອງກອງທັບເຮືອ 2 ລຳ ໄປຍັງຕອງກາ, ໃນຂະນະທີ່ອົດສະຕຣາລີໄດ້ສົ່ງເຮືອບິນລາດຕະເວນເໜືອນ່ານຟ້າຕອງກາ.

ດ້ານສຳນັກງານປະສານງານກິດຈະການດ້ານມະນຸດສະທຳແຫ່ງສະຫະປະຊາຊາດແຈ້ງວ່າ ໄດ້ຮັບສັນຍານຂໍຄວາມຊ່ວຍເຫຼືອຈາກເກາະແມັງໂກ ທີ່ມີຄົນອາໄສຢູ່ປະມານ 30 ຄົນ, ຫຼັງຈາກເກີດເຫດເມື່ອວັນເສົາຜ່ານມາ ແລະ ໄດ້ຮັບລາຍງານວ່າ ແຄມຝັ່ງທາງທິດຕາເວັນຕົກຂອງຕອງກາ ໄດ້ຮັບຄວາມເສຍຫາຍຢ່າງໜັກໜ່ວງ.

ທັງນີ້ ພາບຖ່າຍດາວທຽມໄດ້ບັນທຶກພາບການລະເບີດຂອງພູໄຟ Hunga-Tonga-Hunga-Ha’apai ເຮັດໃຫ້ເກີດກຸ່ມຄວັນ, ອາຍນ້ຳ ແລະ ແກັສຂະໜາດໃຫຍ່ລອຍຂຶ້ນສູ່ທ້ອງຟ້າເໜືອມະຫາສະໝຸດປາຊີຟິກ, ຫຼັງຈາກນັ້ນໄດ້ເກີດຄື້ນຊຶນາມິສູງ 1,2 ແມັດພັດເຂົ້າຝັ່ງທີ່ເກາະຕອງກາ ແລະ ອີກຫຼາຍປະເທດແຄມມະຫາສະໝຸດປາຊີຟິກ ລວມທັງເປຣູທີ່ມີຜູ້ຈົມນ້ຳເສຍຊີວິດ 2 ຄົນ.