ໄຊຍະບູລີວາງແຜນກຽມພ້ອມເປີດເສັ້ນທາງທ່ອງທ່ຽວສີຂຽວ ຕາມທິດຂອງລັດຖະບານ

182

ແຂວງ ໄຊຍະບູລີກໍ່ຖືວ່າເປັນແຂວງໜຶ່ງທີ່ຂຶ້ນຊື່ ເປັນເມືອງແຫ່ງແດນຊ້າງ ແລະມີທີວທັດທຳມະຊາດງົດງາມໜ້າທ່ຽວ ສະນັ້ນ ເພື່ອເປັນການກະກຽມເປີດເສັ້ນທາງທ່ອງທ່ຽວສີຂຽວ ໃນກາງປີ 2022ນີ້ ອາທິດຜ່ານມາ ພະແນກຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວແຂວງໄຊຍະບູລີ ໄດ້ຈັດກອງປະຊຸມຫາລືກໍານົດແຜນງານ, ກິດຈະກໍາເພື່ອຕ້ອນຮັບນັກທ່ອງທ່ຽວ ທີ່ຈະເຂົ້າມາແຂວງໄຊຍະບູລີ.

ທ່ານ ນາງບົວຈັນ ພັນທະວົງ ຫົວໜ້າພະແນກຖະແຫຼງ,ວັດທະນະທໍາ ແລະ ທ່ອງທ່ຽວໄດ້ໃຫ້ຮູ້ກ່ຽວກັບກິດຈະກໍາໃນການກະກຽມເປີດເສັ້ນທາງທ່ອງທ່ຽວສີຂຽວໃນປີ 2022 ວ່າ: ແຂວງໄຊຍະບູລີກໍ່ເປັນແຂວງໜຶ່ງທີ່ຖືກກໍານົດໃຫ້ເປັນແຂວງເສັ້ນທາງທ່ອງທ່ຽວສີຂຽວໃນບັນດາ 5 ແຂວງໃນທົ່ວປະເທດ, ອັນຈະສ້າງລາຍໄດ້ຈາກການທ່ອງທ່ຽວໃຫ້ປະຊາຊົນຊາວແຂວງໄຊຍະບູລີ ແລະ ນັກທຸລະກິດຜູ້ປະກອບການດ້ານຕ່າງໆ

ດັ່ງນັ້ນ, ແຂວງໄຊຍະບູລີຈຶ່ງກໍານົດເຂດ ແລະ ເສັ້ນທາງທ່ອງທ່ຽວສີຂຽວ ໃນໄລຍະເດືອນເມສາຫາເດືອນມິຖຸນາ, ໂດຍກໍານົດເອົາເມືອງໄຊຍະບູລີ ກໍານົດເສັ້ນທາງ ຫຼວງພະບາງ – ໄຊຍະບູລີ ແລະ ນະຄອນຫຼວງ – ໄຊຍະບູລີ. ກໍານົດແຫຼ່ງທ່ອງທ່ຽວແມ່ນສູນອະນຸລັກຊ້າງອ່າງນໍ້າຕຽນ, ສູນອະນຸລັກ ແລະ ຂະຫຍາຍພັນຊ້າງພູແຄນ ແລະ ມູນນິທິອະນຸລັກສັດ ແລະ ສິ່ງແວດລ້ອມລາວ

ໄລຍະຕໍ່ໄປໄດ້ກໍານົດເອົາສອງເສັ້ນທາງຄື ເສັ້ນທາງຈາກດ່ານສາກົນນໍ້າເຫືອງເມືອງແກ່ນທ້າວ – ເມືອງປາກລາຍ, ທ່ຽວຊົມສະຖານທີ່ຂີ່ເຮືອຊົມວິວນໍ້າຂອງ, ເມືອງພຽງ ສະຖານທີ່ທ່ອງທ່ຽວຮ້ານຫັດຖະກໍາຈັກສານບ້ານວຽງຄໍາ ແລະ ຮ້ານຫັດຖະກໍາຕໍ່າແຜ່ນ ບ້ານແສງຈະເລີນ, ເມືອງໄຊຍະບູລີທ່ຽວຊົມວັດບ້ານໃຫຍ່, ສູນອະນຸລັກຊ້າງອ່າງນໍ້າຕຽນ,ສູນອະນຸລັກຊ້າງ ແລະ ຂະຫຍາຍພັນຊ້າງພູແຄນ, ມູນນິທິອະນຸລັກສັດ ແລະ ສິ່ງແວດລ້ອມ ແລະ ສະໝາມກອບນ້ອຍ ເສັ້ນທາງຈາກດ້ານນໍ້າເງິນ ເມືອງເງິນ ແຫຼ່ງທ່ອງທ່ຽວຫັດຖະກໍາຜ້າຝາຍບ້ານວຽງແກ້ວ ແລະ ວັດສີມຸງຄຸນ

ສຳລັບໄລຍະກະກຽມແມ່ນແຕ່ເດືອນມັງກອນ – ມີນາ ປີ 2022, ເປີດທົດລອງການທ່ອງທ່ຽວທາງສີຂຽວແມ່ນເດືອນເມສາ – ມິຖຸນາ ປີ 2022 ແລະ ເປີດແຫຼ່ງທ່ອງທ່ຽວແມ່ນໄລຍະເດືອນກໍລະກົດ – ກັນຍາ ປີ 2022 ໂດຍເຂັ້ມງວດຕໍ່ມາດຕະການປ້ອງກັນເຊື້ອພະຍາດໂຄວິດ – 19.