ພາມາອັບເດດຜົນງາານຫຼ້າສຸດຂອງໜຸ່ມຫຼໍ່ ອາເລັກສັນ ສິດທີໂສ ໃນແນວຍ້ອນຍຸກ

158

ຈັບຕາຄອຍຖ້າຮັບຊົມ ຜົນງານການສະແດງເປັນພະເອກເອັມວີເພງ ຂອງໜຸ່ມຫຼໍ່ ແລະ ມີຜົນງານທີ່ຫຼາກຫຼາຍໃນວົງການບັນເທີງລາວ ເຊິ່ງວ່າຫຼ້າສຸດນີ້ ໜຸ່ມຄົນນີ້ກໍຈະມີຜົນງານການສະແດງໃໝ່ມາໃຫ້ແຟນໆໄດ້ຕິດຕາມນໍາກັນ ເຊິ່ງວ່າຈະເປັນແນວໃດນັ້ນທຸກຄົນຕ້ອງລໍຖ້າຕິດຕາມໄປນໍາກັນ ເພາະເພິ່ນວ່າຂໍປິດໄວ້ກ່ອນ ແລະ ໜຸ່ມທີ່ເຮົາກໍາລັງເວົ້າກໍຄື  ອາເລັກສັນ ສິດທີໂສ ປັດຈຸບັນ ອາຍຸ27ປີ, ເປັນທັງນັກຮ້ອງ-ນັກສະແດງ ແລະ ບໍລິຫານ ບໍລິສັດເອລິສອີກດ້ວຍ.

ໃນຜົນງານການສະແດງທີ່ອາເລັກສັນໄດ້ສະແດງໃນເອັມວີຄັ້ງນີ້ ເພິ່ນໄດ້ໃຫ້ສໍາພາດວ່າ: ຕື່ນເຕັ້ນເລີຍ ເພາະວ່າconcept ເພີ່ນມາດີ ເປັນຮູບແບບທີ່ເຮົາຍັງບໍ່ເຄີຍໄດ້ເຮັດໃນລາວ ອາລົມມີຄວາມທັນສະໄໝດີ (ເພີ່ນບໍ່ໃຫ້ບອກຫຼາຍ 555) ແລະ ອີກຢ່າງ ສ່ວນຕົວມັກທີມງານຖ່າຍທຳ ແລະ ເພງ ເພາະເຄີຍຮ່ວມຖ່າຍໜັງກັບເພີ່ນຫຼາຍຮອບ ຮູ້ສຶກວ່າມືອາຊີບຫຼາຍ, ທີ່ສຳຄັນເລີຍເພງນີ້ເພີ່ນບອກວ່າຖ່າຍທຳຕຶກຈຸດສູງສຸດລາວເລີຍແຮງຕື່ນເຕັ້ນຕື່ມ.

ຕົວລະຄອນທີ່ຮັບແມ່ນມີບົດບາດ ແລະ ປະທັບໃຈ, ມັກໃນຄວາມໜ້າຮັກເພາະເປັນພະເອກທີ່ອ່ອນຫວານ, ອາລົມໃຈຮ້ອນ, ພ້ອມປົກປ້ອງຄົນຮັກ ແຕ່ເຮັດຫຍັງບໍ່ເປັນເລີຍ, ແຖມໃນເລື່ອງຍັງນຸ່ງເຄື່ອງຍ້ອນຍຸກ ແຕ່ວ່າມີກິ່ນອາຍ ຄວາມທັນສະໄໝກັບປັດຈຸບັນຢູ່ນຳອີກ.

ສໍາລັບ, ຄວາມທ້າທາຍຫຼັກໆ ແມ່ນເລື່ອງບົດຕີກັນ, ເພາະແຕ່ລະຄົນຊ້ອມສາກຕີມາເປັນອາທິດ ແລະ ພ້ອມນັ້ນສະຖານທີຖ່າຍຍັງຕ້ອງຍ່າງຂຶ້ນໄປຊັ້ນ 36 ທຸກຄົນຕ້ອງວອມໃນການອອກກຳລັງກາຍນຳອີກ ແລະ ນອກຈາກນີ້ທີມງານເພິ່ນກໍໄດ້ຈັບຈູດເລື່ອງແກ້ເສື້ອ ເຊິ່ງປົກກະຕິເພິ່ນວ່າໃສ່ຊຸດຍ້ອນຍຸກ, ບໍ່ຮູ້ວ່າມີແກ້ເສື້ອບໍ່ຊັ້ນຕັ້ງໃຈຟິດກ່ອນນີ້ແນ່ນອນເລີຍ.

ສ່ວນຜົນງານຜ່ານມາຂອງອາເລັກສັນເອງຈະມີຜົນງານເພງ ແລະຮູບເງົາ 2 ເລື່ອງ ແລະ ປີນີ້ຈະມີຊີຣີ້ ທາງອາເລັກເອງ ຈະໄດ້ລົບກວນທ່ານທຸກຄົນຊ່ວຍເປີດໃຈ ແລະ ຮັບຜົນງານຕ່າງໆຂອງອາເລັກໄວ້ອ້ອມໃຈແນ່ເດີ້ (ອາລົມເອາະເຊາະໄວ້ກ່ອນ).

ສ່ວນຕົວອາເລັກແມ່ນເປັນຄົນທີ່ມັກແຕ່ງໂຕ Hip hop, ແຕ່ສ່ວນໃຫຍ່ຈະແຕ່ງແບບ Street ທົ່ວໄປ ແລະ ສຸພາບ (ຕົວນີ້ອີງຈາກກາລະເທສະຫຼາຍກວ່າ , ເພາະຢູ່ໃນຊ່ວງເຮັດວຽກເລີຍຕ້ອງປະຕິດບັດຕາມກາລະເທສະຫຼາຍໜ້ອຍໜຶ່ງ).

ກິດຈະກຳຍາມວ່າງທີ່ມັກເຮັດແມ່ນມັກເລາະບ່ອນງາມໆກັບຄອບຄົວ, ເປັນຄົນຕິດຄອບຄົວ, ຕິດຫຼານ ເວລາວ່າງປັບແມ່ນມັກຊວນພວກເພີ່ນໄປທ່ຽວ, ບໍ່ຄ່ອຍຢູ່ກັບຕົວເອງຄົນດຽວປານໃດ, ຂໍຝາກຜົນງານຮູບເງົາເລື່ອງ “ສັນດານ” ຮັບບົດພະເອກສາຍນັກສືບ ແລະ ປີນີ້ ຊີຣີ້ໃໝ່ໃນກາງປີນີ້, ຖ້າຕິດຕາມກັນແນ່ເດີ້ ຊ່ອງທາງ : ເຟສບຸກ Alexson Sitthiso Page : Gb2 boyband laos.

[ ຮູບ: Alexson Sitthiso ]