ຊຳຊຸງ ອາດມີກຳໄລເພີ່ມຂຶ້ນກວ່າ 50% ໃນໄຕມາດ 4/2021

163

ສຳນັກຂ່າວຕ່າງປະເທດລາຍງານວ່າ ບໍລິສັດຊຳຊຸງ ເອເລັກໂຕຣນິກ ຜູ້ຜະລິດສະມາດໂຟນລາຍໃຫຍ່ຈາກ ສາທາລະນະລັດເກົາຫຼີ ໄດ້ເປີດເຜີຍຕົວເລກຄາດການໃນວັນທີ 7 ມັງກອນ 2022 ວ່າ: ບໍລິສັດຊຳຊຸງອາດມີກຳໄລຈາກການດຳເນີນທຸລະກິດໃນໄຕມາດ 4 ປີ 2021 ເພີ່ມຂຶ້ນ 52% ຈຸລະດັບ 13,8 ລ້ານລ້ານວອນ ຫຼື ປະມານ 11,5 ຕື້ໂດລາສະຫະລັດ, ແຕ່ຍັງຕ່ຳກວ່າທີ່ນັກວິເຄາະຄາດການໄວ້ ວ່າຈະຢູ່ທີ່ລະດັບ 15,2 ລ້ານລ້ານວອນ, ແນວໃດກໍດີ ຊຳຊຸງມີຕົ້ນທຶນເພີ່ມຂຶ້ນ ຈາກການຈ່າຍເງິນໂບນັດໃຫ້ພະນັກງານ, ການທຸ້ມງົບໃສ່ແຜນການຕະຫຼາດ ລວມທັງຕົ້ນທຶນໃນທຸລະກິດຈໍສະແດງຜົນລຸ້ນໃໝ່.

ສ່ວນລາຍໄດ້ໃນໄຕມາດ 4 ຄາດວ່າ ຈະເພີ່ມຂຶ້ນ 23% ເມື່ອທຽບໃສ່ປີ 2020 ຢູ່ທີ່ 76 ລ້ານລ້ານວອນ. ແນວໃດກໍຕາມ ຜົນປະກອບການໃນໄຕມາດ 4/2021 ຈະມີການເປີດເຜີຍຢ່າງເປັນທາງການໃນໄວໆນີ້.


ທັງນີ້ ນັກວິເຄາະຄາດການວ່າ ລາຄາຊິບໜ່ວຍຄວາມຈຳຫຼຸດລົງໃນໄຕມາດ 4 ແຕ່ຄວາມຕ້ອງການເພີ່ມຂຶ້ນ ຈາກກຸ່ມລູກຄ້າ ເປັນປັດໄຈຫຼັກທີ່ສະໜັບສະໜູນຍອດຂາຍຊິບຂອງຊຳຊຸງເພີ່ມຂຶ້ນ ລວມທັງຊິບ DRAM ທີ່ນຳໃຊ້ໃນສູນຂໍ້ມູນ ແລະ ຊິບ NAND ທີ່ໃຊ້ສຳລັບການຈັດເກັບຂໍ້ມູນໃນອຸປະກອນເຕັກໂນໂລຊີ.