ນາຍົກລັດຖະມົນຕີລາວ-ຫວຽດນາມ ພົບປະກັນຄັ້ງທຳອິດຫຼັງເຂົ້າດຳລົງຕຳແໜ່ງ

258

ດັ່ງທີ່ໄດ້ແຈ້ງຂ່າວໄປກ່ອນໜ້ານີ້ ອີງຕາມຄຳເຊີນຂອງທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີແຫ່ງ ສສຫວຽດນາມ, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງໄປຢ້ຽມຢາມ ສສຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 08-10 ມັງກອນ 2022ນີ້ ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ ແລະ ຫວຽດນາມ.


ຄະນະຜູ້ແທນຂັ້ນສູງຂອງລາວ ນຳໂດຍທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີແຫ່ງ ສປປລາວ ໄດ້ເດີນທາງເຖິງ ນະຄອນຫລວງຮ່າໂນ້ຍ ໃນຕອນເຊົ້າວັນທີ 08 ມັງກອນ 2022, ໄດ້ມີພິທີຕ້ອນຮັບຢ່າງເປັນທາງການ ແລະ ສົມກຽດ ໂດຍທ່ານ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີແຫ່ງ ສສຫວຽດນາມ, ທີ່ສຳນັກງານປະທານປະເທດ; ພາຍຫລັງຈາກສຳເລັດພິທີຕ້ອນຮັບ ຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ພ້ອມດ້ວຍການນຳຂັ້ນສູງຂອງ ສສຫວຽດນາມ ໄດ້ດຳເນີນການພົບປະສອງຝ່າຍ ກັບທ່ານ ນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ແລະ ຄະນະຜູ້ແທນຂັ້ນສູງຂອງ ສປປລາວ ທີ່ ຫ້ອງວ່າການລັດຖະບານ.


ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບຢ່າງອົບອຸ່ນ ແລະ ສົມກຽດ ຈາກລັດຖະບານ ແລະ ປະຊາຊົນຫວຽດນາມ, ເຊິ່ງເປັນການຢ້ຽມຢາມທາງການຄັ້ງທໍາອິດ ພາຍຫລັງທີ່ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງນາຍົກລັດຖະມົນຕີ ແລະຍັງເປັນການພົບປະແບບເຊິ່ງໜ້າກັບທ່ານ ນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ຄັ້ງທໍາອິດ, ສະແດງ ໃຫ້ເຫັນເຖິງໄມຕີຈິດມິດຕະພາບອັນດູດດື່ມ, ຄວາມສາມັກຄີຮັກແພງອັນສະໜິດສະໜົມ ແລະ ຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ຫວຽດນາມ ອ້າຍນ້ອງຢ່າງແທ້ຈິງ.


ໃນໂອກາດການຢ້ຽມຢາມຄັ້ງນີ້, ຫວຽດນາມ ຍັງໄດ້ຊ່ວຍເຫລືອວັກຊິນຈໍານວນ 1.000.000 ໂດສ ເພື່ອຊ່ວຍລາວ ຮັບມືກັບການແຜ່ ລະບາດຂອງພະຍາດໂຄວິດ-19 ຢູ່ພາຍໃນ; ສອງຝ່າຍເຫັນດີຮ່ວມກັນຈັດຕັ້ງສະເຫລີມສະຫລອງ ປີສາມັກຄີມິດຕະພາບ ໃນປີ 2022 ຄື ສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ ຢ່າງແໜ້ນແຟ້ນ, ມີຫົວຄິດປະດິດສ້າງ, ມີບັນຍາກາດຟົດຟື້ນ, ເຕັມໄປດ້ວຍເນື້ອໃນ ແລະ ຄວາມໝາຍ ເພື່ອໃຫ້ຄົນຮຸ້ນໜຸ່ມ ທີ່ເປັນຜູ້ສືບທອດໄດ້ຮັບຮູ້ ແລະ ເຂົ້າໃຈ ຕໍ່ສາຍພົວພັນພິເສດສອງປະເທດ.

ພາຍຫລັງສໍາເລັດການພົບປະ, ນາຍົກລັດຖະມົນຕີທັງສອງ ໄດ້ເປັນສັກຂີພິຍານໃນການລົງນາມເອກະສານຮ່ວມມືສອງຝ່າຍ ຈຳນວນ 08 ສະບັບ ຈາກນັ້ນໃນຕອນບ່າຍຂອງວັນດຽວກັນ ສະຫາຍນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ກໍ່ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ຫງວຽນ ຟູ ຈອງ ເລຂາທິການໃຫຍ່ພັກຄອມມູນິດຫວຽດນາມ; ເຂົ້າຢ້ຽມຂໍ່ານັບ ສະຫາຍ ຫງວຽນ ຊວັນ ຟຸກ, ປະທານປະເທດ ແຫ່ງ ສສ ຫວຽດນາມ; ພົບປະກັບ ສະຫາຍ ເວືອງ ດິງ ເຫ໋, ປະທານສະພາແຫ່ງຊາດແຫ່ງ ສສ ຫວຽດນາມ; ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ສະຫາຍ ເຈິນ ວັນ ຕຸ໋ຍ, ປະທານສະມາຄົມມິດຕະພາບ ຫວຽດນາມ-ລາວ; ພ້ອມນັ້ນ, ກໍ່ໄດ້ເຂົ້າວາງພວງມາລາ ທີ່ ອານຸສາວະລີນັກຮົບນິລະນາມ ແລະ ວາງພວງມາລາ ທີ່ ສຸສານ ປະທານ ໂຮ່ ຈິມິນ;