ງາມສະຫງ່າຊຸດ “ສະຕີມົງແຫ່ງຍຸກສະໄຫມ“ ໄດ້ລາງວັນຊຸດປະຈໍາແຂວງດີເດັ່ນ

297

ອີກຫນຶ່ງຄົນທີ່ບໍ່ເວົ້າເຖິງບໍ່ໄດ້ ຄວາມຮູ້ຄວາມສາມາດບໍ່ແພ້ກັນ ງາມສະຫງ່າໃນແບບສະບັບຂອງແມ່ຍິງລາວທີ່ທັນສະໄຫມ ແຟນໆເຊຍໃຫ້ມົງລົງ ແຕ່ອາດຍັງບໍ່ເປັນດັ່ງເປົ້າຫມາຍທີ່ຕັ້ງໄວ້ ແຕ່ເຖິງຢ່າງໃດກໍ່ຕາມສາວງາມຄົນນີ້ກໍ່ສາມາດ ຄວ້າລາງວັນຊະນະເລີດຊຸດປະຈໍາແຂວງດີເດັ່ນໄປຄອງຈົນໄດ້ ໃນເວທີນາງສາວລາວ Miss Laos 2021ໃນປີນີ້ໄປຈົນໄດ້ ເພາະຈາກການ ພຣີເຊັນຊຸດໄດ້ດີ ແລະ ການເດີນທີ່ງາມສະຫງ່າ ຈຶ່ງເຮັດໃຫ້ຄະນະກໍາມະການປະທັບໃຈ ແລະ ໄດ້ລາງວັນມາຄອງ.

ທໍາຄວາມຮູ້ຈັກ ຜູ້ທີ່ຄວ້າລາງວັນຊຸດປະຈໍາແຂວງຄົນນີ້ແມ່ນ ອາເຊິ່ນ ໄຊຍາສອນ ML5 ປັດຈຸບັນອາຍຸ23ປີ ມາຈາກແຂວງໄຊສົມບູນ ກຳລັງສືກສາຢູ່ທີ່ ສະຖາບັນເສດຖະກິດການເງິນ ປີທີ4 ສາຂາ ການເງິນວິສາຫາກິດແຫ່ງລັດ.

ເຊິ່ງຊຸດທີ່ອາເຊິ່ນໄດ້ສວມໃສ່ ແລະ ຄວ້າລາງວັນຊະນະເລີດມາໄດ້ແມ່ນ ງາມລົງໂຕ ສະຫງ່າງາມເປັນທີ່ສຸດ ເຮັດໃຫ້ຄະນະກໍາມະການ ແລະ ແຟນໆຫລາຍຄົນປະທັບໃຈ ແລະ ຊຸດທີ່ສວມໃສ່ນີ້ມີຊື່ວ່າ “ສະຕີມົ້ງແຫ່ງຍຸກສະໄຫມ” ທີ່ອອກແບບໂດຍ ແສງຈໍາປາ, ຊຸດປະຈໍາແຂວງໄຊສົມບູນ.

ຄວາມຫມາຍ ແລະ ທີ່ມາຂອງຊຸດແມ່ນມີຢູ່ວ່າ ເນື່ອງຈາກແຂວງໄຊສົມບູນເປັນແຂວງທີ 18 ຂອງປະເທດລາວ ສ່ວນໃຫຍ່ແມ່ນຊົນເຜົ່າມົ້ງທີ່ດຳລົງຊີວິດຢູ່ ຊົນເຜົ່າມົ້ງເປັນຊົນເຜົ່າໜຶ່ງທີ່ຢູ່ໃນວົງຄະນະຍາດແຫ່ງຊາດລາວ ມີວັດທະນະທຳ, ຮອດຄອງປະເພນີ, ການແຕ່ງກາຍ, ພາສາປາກເວົ້າ ທີ່ເປັນເອກະລັກສະເພາະຕົວ ຊົນເຜົ່າມົ້ງ ເປັນຊົນເຜົ່າທີ່ມີການສືບທອດຫຍິບປັກທັກແສ່ວບົນແຜ່ນຜ້າລວດລາຍງົດງາມ ແລະ ມີເອກະລັກ, ຈຶ່ງໄດ້ນຳເອົາຜ້າແສ່ວຂອງຊົນເຜົ່າມົ້ງທີ່ມີລວດລາຍສວຍງາມ ມາສ້າງສັນໃຫ້ມີຄວາມທັນສະໄໝຂຶ້ນ ແຕ່ຍັງຄົງຮັກສາວັດທະນະທຳຂອງຊົນເຜົ່າມົ້ງໄວ້ຢ່າງດີ ເພື່ອເປັນເອກະລັກປະຈຳແຂວງ ໄຊສົມບູນ.

ສໍາລັບອາເຊິ່ນ ແມ່ນເຄີຍປະກວດມາແລ້ວຫນຶ່ງເວທີ ນັ້ນກໍຄື ລາວຊຸບເປິໂມເດວ ໃນປີ2018 ແລະ ເວທີທີສອງກໍ່ຄື ເວທີນາງສາວລາວນີ້ເອງ.

ຄະຕິປະຈຳໃຈ “ຄົນອື່ນບໍ່ໃຫ້ໂອກາດເຮົາ   ຍັງບໍ່ເສຍໃຈເທົ່າ ໂຕເຮົາບໍ່ໃຫ້ໂອກາດໂຕເອງ”

ເຫດຜົນທີ່ນ້ອງເລືອກປະກວດໃນເວທີນາງສາວລາວ ຍ້ອນວ່າເວທີນີ້ເປັນເວທີ ທີ່ນ້ອງຢາກມາດົນແລ້ວ ນ້ອງເວົ້າກັບໂຕເອງຢູ່ສະເໝີວ່ານ້ອງຈະຕ້ອງມາຢືນຢູ່ເວທີນາງສາວລາວໃຫ້ໄດ້ ເພາະເວທີນາງສາວລາວ ຄືເວທີອັນຊົງກຽດ ແລະ ຄືຄວາມພາກພູມໃຈຂອງແມ່ຍິງລາວ.

ຄວາມສາມາດພິເສດແມ່ນ ການສະແດງລະຄອນ, ຮ້ອງເພງ ແລະ  ໃນດ້ານກິລາແມ່ນຫລີ້ນໄດ້ຫຼາຍປະເພດ ເຊັ່ນ: ບານສົ່ງ, ບານເຕະ, ຕີດອກ, ຕີບຸ້ນ, ແລ່ນ ແລະ ຍັງເປັນທາງດ້ານຫັດຖະກຳເຊັ່ນ: ການຕ່ຳຫູກ ຜ້າບ່ຽງການປັກແສ່ວຕ່າງໆ.

ຈຸດເດັ່ນຂອງນ້ອງຄິດວ່າຈະແມ່ນຮູບຮ່າງ ຄວາມສູງຮ້ອຍຍີ້ມ ແລະ ມີຄົນມັກທັກວ່າໜ້າຕາຮູບຮ່າງແບບນີ້ແລະ ຕົ້ນສະບັບແບບແມ່ຍິງລາວ ເວລານ້ອງໄດ້ຍິນນ້ອງກໍຈະແອບຍີ້ມຢູ່ໃນໃຈສະເໝີ ແລະ ນ້ອງກໍຄິດວ່າຄວາມເປັນທຳມະຊາດເປັນໂຕເອງ ຄວາມພະຍາຍາມ, ຄວາມຕັ້ງໃຈຂອງນ້ອງ ທີ່ເປັນຈຸເດັ່ນເພາະທຸກຢ່າງທີນ້ອງໄດ້ເຮັດ ແລະ ເວົ້າອອກມາມັນຄືຄວາມຕັ້ງໃຈ ແລະພະຍາຍາມ.

ຜ່ານມານ້ອງກໍ່ໄດ້ມີຫຼາຍຜົນງານ ບໍ່ວ່າຈະເປັນການເດີນແບບ , ຖ່າຍປະຕິທິນ, ສະແດງຊີຣີ, MV ເພງ, ຖ່າຍວ່າລະສານຕ່າງໆແລະ ກິດຈະກຳຍາມວ່າງແມ່ນ ມັກອອກກຳລັງກາຍ ເຊັ່ນ ລອຍນ້ຳ, ແລ່ນ, ຕີບານ ກັບໝູ່ຄູ່ ແລະ ກໍຍັງມັກອ່ານຂ່າວສານຂອງບ້ານເມືອງວ່າມື້ນີ້ບ້ານເມືອງຂອງເຮົາໄດ້ມີເຫດການໃດແດ່ສະພາບອາກາດຂອງແຕ່ລະແຂວງ ເປັນແນວໃດປະມານນີ້. ຊ່ອງທາງການຕິດຕາມ Facebook: Anoukxern Xaiyarsone.

ຮູບ: Anoukxern Xaiyarsone