ຄວ້າລາງວັນຊະນະເລີດຊຸດປະຈຳແຂວງດີເດັ່ນ “ຜ້າຄາມງາມສະຫວັນ”

256

ເນື່ອງຈາກໃນປີນີ້ ເວທີປະກວດນາງສາວລາວແມ່ນໄດ້ມີການຈັດປະກວດຊຸດປະຈໍາແຂວງດີເດັ່ນ ແລະ 1 ໃນ 6ຊຸດປະຈໍາແຂວງທີ່ໄດ້ຮັບລາງວັນຊະນະເລີດຊຸດປະຈໍາແຂວງດີເດັ່ນກໍ່ຄືຊຸດ”ຜ້າຄາມງາມສະຫວັນ” ແຂວງສະຫວັນນະເຂດ ທີ່ສວມໃສ່ໂດຍ ໃຈເພັດ ວົງວິໄລທອງ ຫລື ສາຍແນນ  ໝາຍເລກ ML12, ໄດ້ຮັບການອອກແບບໂດຍ ນາງ ສີສະມຸດ ແກ້ວວິເສດ ແລະ ຕັດຫຍິບໂດຍ ຫ້ອງເສື້ອຄູນສະຫວັນ ງົດງາມສົມກັບລາງວັນອີຫລີ.

ສໍາລັບແຮງບັນດານໃຈ ໃນການອອກແບບຊຸດນີ້ ແມ່ນມາຈາກພະທາດອີຮັງ ທີ່ເປັນສະຖານທີ່ສໍາຄັນ ແລະ ສັກສິດຂອງຊາວແຂວງສະຫວັນນະເຂດ ແລະ ຍັງໄດ້ນຳເອົາຜ້າຝ້າຍລາຍຄາມ ເຊິ່ງເປັນຜ້າທີ່ມີເອກະລັກຂອງແຂວງສະຫວັນນະເຂດ ນໍາມາປະຍຸກໃຫ້ມີຄວາມທັນສະໄຫມ ບວກກັບລວດລາຍຂອງດອກຈໍາປາ ທີ່ເປັນດອກໄມ້ປະຈໍາຊາດລາວອີກດ້ວຍ.

ແລະ ມື້ນີ້ທີມຂ່າວບັນເທີງເຮົາພາມາສ່ອງ ສາວໃຈເພັດ ວົງວິໄລທອງ ເພື່ອທໍາຄວາມຮູ້ຈັກນ້ອງໃຫ້ຫລາຍຂຶ້ນ: ເຊິ່ງປັດຈຸບັນແມ່ນອາຍຸ23ປີ ຕົວແທນຈາກແຂວງສະຫວັນນະເຂດ, ຈົບການສຶກຈາກ ມະຫາວິທະຍາໄລສະຫວັນນະເຂດ(ມຂ) ພາກວິຊາບໍລິຫານທຸລະກິດ ສາຂາ ການເງິນ-ການທະນາຄານ.

ເວທີຜ່ານມາເຄີຍປະກວດ ນາງສາວປະຕິທິນຊີມັງລາວ ສະຫວັນນະເຂດ ປີ 2015 ແລະ ໄດ້ຮັບລາງວັນເປັນນາງສາວ ຖ່າຍປະຕິທິນຊີມັງລາວ ປະຈຳປີ 2015ອີກດ້ວຍ ແລະ ເວທີຕໍ່ມາກໍ່ຄື ເວທີ ນາງສາວລາວ ທີ່ເປັນຄວາມຝັນ ແລະ ຄວາມຫວັງທີ່ຢາກຈະໄປໃຫ້ເຖິງ.

ຄຳຄົມ ຫລື ຄະຕິປະຈຳໃຈຂອງສາຍແນນ: “ຮາກຖານຂອງຕຶກ ຄືດິນຈີ່ ຮາກຖານຂອງຊີວິດ ຄືການສຶກສາ”

ເຫດຜົນທີ່ເລືອກເຂົ້າປະກວດໃນເວທີນາງສາວລາວ2021ນີ້ ເພາະວ່າເວທີນາງສາວລາວນີ້ເປັນເວທີແຫ່ງກຽດຕິຍົດ ແລະ ຄວາມພາກພູມໃຈຂອງແມ່ຍິງລາວ ນ້ອງເອງກໍ່ເປັນແມ່ຍິງລາວຜູ້ຫນຶ່ງທີ່ຢາກມີສ່ວນຮ່ວມໜຶ່ງໃນການອະນຸລັກຮັກສາ, ເຜີຍແຜ່ວັດທະນາທຳ, ຮີດຄອງປະເພນີອັນດີງາມຂອງປະເທດລາວໄວ້ໃຫ້ສືບທອດລຸ້ນສູ່ລຸ້ນ ແລະ ຢາກເປັນກະບອກສຽງໃນການຊ່ວຍເຫລືອ ເດັກນ້ອຍເຂດຫ່າງໄກຊອກລີກ ໂດຍຢາກສ້າງໂຄງການຊ່ວຍເຫລືອ ແລະ ສົ່ງເສີມການສຶກສາໃຫ້ເດັກນ້ອຍໃນເຂດຊົນນະບົດໃຫ້ໄດ້ຮັບຄວາມຮູ້ທີ່ມີປະສິດທິພາບ.

ຈຸດເດັ່ນຂອງສາວຄົນນີ້ແມ່ນທີ່ຮອຍຍີ້ມ ,ແວວຕາ ແລະ ການປະພຶດຕົນ-ການກະທຳ ແລະ ເປັນຄົນທີ່ເຂົ້າກັບທຸກຄົນໄດ້ງ່າຍ, ມັກຊອກຮູ້ຮ່ຳຮຽນ ແລະ ພ້ອມທີ່ຈະເປີດຮັບປະສົບການ ແລະ ບົດຮຽນໃຫມ່ໆສະເຫມີ.

ກິດຈະກຳຍາມວ່າງ : ແນນມັກຈະເປັນຄົນຊອກຮູ້ຮ່ຳຮຽນໃນສິ່ງໃໝ່ໆ ໂດຍການອ່ານຂ່າວສານຕ່າງໆໃນໂຊຊ້ຽວ ເພື່ອນຳມາເປັນຂໍ້ມູນ ແລະ ຄວາມຮູ້ທີ່ຈະເອົາມາພັດທະນາຕົນເອງຕະຫຼອດເວລາ.

ທັງນີ້, ຫລັງຈາກການປະກວດຈົບລົງ ສາຍແນນໄດ້ໂພສເວົ້າເຖິງຄວາມຮູ້ສຶກຂອງຕົນເອງວ່າ: ຂໍຂອບໃຈທຸກໆກຳລັງໃຈທີ່ສົ່ງໃຫ້ແນນຕະຫລອດເວລາທີ່ປະຕິບັດພາລະກິດ ແລະ ໃນມື້ນີ້ພາລະກິດຂອງແນນເອງກໍໄດ້ສີ້ນສຸດແລ້ວ ຂອບໃຈທຸກຄົນ ໂດຍສະເພາະຜູ້ທີ່ຊັບພອດແນນຕັ້ງແຕ່ຕົ້ນຈົນຈົບ ແນນເອງກໍສູ້ສຸດຄວາມສາມາດຂອງຜູ້ຍິງຄົນໜື່ງຈະເຮັດໄດ້ ປະສົບການຄັ້ງນີ້ເຮັດໃຫ້ແນນເປັນຄົນທີ່ເຂັ້ມແຂງຂື້ນຫຼາຍພັນ ແລະ ໄດ້ຮຽນຮູ້, ໄດ້ເຫັນ, ໄດ້ໄປບ່ອນທີ່ບໍ່ເຄີຍໄດ້ໄປ ຂໍຂອບໃຈເອື້ອຍອ້າຍທີ່ດູແລມາຈົນຕະຫລອດຮອດຝັ່ງ. ສຸດທ້າຍນີ້ ທຸກຄົນສາມາດຕິດຕາມຜົນງານ ແລະ ການເຄື່ອນໄຫວຂອງນ້ອງຕໍ່ໄດ້ ຜ່ານທາງເຟສບຸກສ່ວນຕົວ Sainean Vongvilaythong.

ຮູບ:Sainean Vongvilaythong.