ສວນວັດທະນະທຳຊຽງຄວນ ກຽມພ້ອມທຸກດ້ານຕ້ອນຮັບນັກທ່ອງທ່ຽວ

686

ຫຼາຍຄົນຮູ້ກັນດີ ສຳລັບວັດຊຽງຄວນ ຫຼື ສວນວັດທະນະທຳຊຽງຄວນ ທີ່ເປັນແຫຼ່ງທ່ອງທ່ຽວ ທາງດ້ານວັດທະນະທຳທີ່ຂຶ້ນຊື່ອີກແຫ່ງຂອງນະຄອນຫຼວງວຽງຈັນ ທີ່ຜູ້ມາຮອດນະຄອນຫຼວງຕ້ອງມາແວ່ ໄປຊົມໃນຄວາມໂດດເດັ່ນທາງດ້ານສີມືການກໍ່ສ້າງຂອງຄົນສະໄໝກ່ອນ ທີ່ເຕັມໄປດ້ວຍເລື່ອງເລົ່າ ຄວາມໝາຍຄວາມສຳຄັນມີປະຫວັດຄວາມເປັນມາໃນໂຕມັນເອງ.

ສວນວັດທະນະທຳຊຽງຄວນ ພາຍຫຼັງພັກຍາວອັນເນື່ອງມາຈາກການລະບາດຂອງໂຄວິດ-19 ມາຮອດມື້ນີ້ແມ່ນໄດ້ມີຄວາມພ້ອມໃນທຸກດ້ານ ເພື່ອຕ້ອນຮັບນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ທີ່ຈະເຂົ້າມາທ່ຽວຊົມແລ້ວວັນທີ 1 ມັງກອນ 2022 ເປັນຕົ້ນໄປ.

ທ່ານ ນາງ ສອຍສຸດາ ອິນເມືອງໄຊ ຜູ້ອຳນວຍການບໍລິສັດ ສວນວັດທະນະທຳຊຽງຄວນ ຈຳກັດຜູ້ດຽວ ໄດ້ໃຫ້ສຳພາດຕໍ່ນັກຂ່າວ ສຳນັກຂ່າວສານປະເທດລາວ ເມື່ອບໍ່ນານມານີ້ວ່າ: ສວນວັດ ທະນະທຳຊຽງຄວນ ໄດ້ມີຄວາມພ້ອມ 100% ເປັນຕົ້ນ ດ້ານສະຖານທີ່, ດ້ານການບໍລິການ, ດ້ານການຮັກສາຄວາມປອດໄພ ແລະ ມາດຕະການຕ່າງໆ ໃນການຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ເພື່ອຮອງຮັບນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ທີ່ຈະເຂົ້າມາທ່ອງທ່ຽວ

ສວນວັດທະນະທຳຊຽງຄວນ ໄດ້ມີການພັດທະນາ, ປັບປຸງສະຖານທີ່ມາເລື້ອຍໆ ເປັນຕົ້ນ ໄດ້ຂະຫຍາຍໃຫ້ມີສວນດອກໄມ້ຫລາກຫລາຍຊະນິດ ແລະ ບົວລະບັດຮັກສາອ້ອມຮອບບໍລິເວນສວນ ໃຫ້ມີຄວາມສະອາດ, ປອດໂປ່ງ, ສີຂຽວ. ພ້ອມດຽວກັນນັ້ນ, ຍັງມີຮ້ານອາຫານຕາມສັ່ງ ແລະ ຕູບໄວ້ຄອຍໃຫ້ບໍລິ ການແກ່ລູກຄ້າ (ຢູ່ໂຊນແຄມຂອງ) ຈະເປີດໃນໄລຍະທີ 2, ຄາດວ່າຈະເປີດໃນເດືອນມີນາ 2022.

ທ່ານ ນາງ ສອຍສຸດາ ອິນເມືອງໄຊ ໃຫ້ຮູ້ອີກວ່າ: ສວນວັດທະນະທຳຊຽງຄວນ ຕິດພັນກັບແມ່ນ້ຳຂອງ, ເປັນຈຸດໃຈກາງທ່ອງທ່ຽວທາງວັດທະນະທຳ ຂອງເມືອງຫາດຊາຍຟອງ, ກຽມຂຶ້ນເປັນມໍລະດົກແຫ່ງຊາດຂັ້ນທ້ອງຖິ່ນ, ຕັ້ງຢູ່ດ້ານໃຕ້ຂອງບ້ານທ່າເດື່ອ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ, ຫ່າງຈາກຂົວມິດຕະພາບ ລາວ-ໄທ ປະມານ 7,3 ກິໂລແມັດ