ເຊຍເລີຍຄົນນີ້ ຍິ້ມຫວານ ມີສະເຫນ່ແຮງ ຄູນສະຫວັນ ໂພທິຈັນ ML19

268

ວັນເວລາຂອງຮອບຕັດສິນກໍ່ໃກ້ເຂົ້າມາເລື້ອຍໆແລ້ວ ມາເຊຍ ແລະ ລຸ້ນຕໍ່ນຳກັນວ່າ ສາວງາມ ຍິ້ມຫວານບາດໃຈ ຕົວເຕັງທີ່ຫນ້າຈັບຕາອີກຄົນຫນຶ່ງໃນເວທີປະກວດ ນາງສາວລາວ 2021 ຫລື Miss Laos ນີ້ ຈະຄວ້າມົງກຸດຈາກເວທີອັນຊົງກຽດນີ້ໄປຄອງໄດ້ຫລືບໍ່ ແລະ ມື້ນີ້ທີມຂ່າວບັນເທີງຈະພາທຸກທ່ານມາຮູ້ຈັກກັບນ້ອງຄົນນີ້ວ່າເປັນໃຜມາແຕ່ໃສ ສາວງາມຄົນນີ້ມີຊື່ວ່າ: ຄູນສະຫວັນ ໂພທິຈັນ ຊື່ຫຼິ້ນ ຄູນ ປັດຈຸບັນອາຍຸ 21ປີ ກຳລັງສຶກສາປີທີ 4, ພາກເສດຖະສາດ, ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ຈາກນະຄອນຫລວງວຽງຈັນ.

ຜ່ານມານ້ອງເຄີຍປະກວດນາງສາວນະຄອນຫຼວງວຽງຈັນ 2019 ແລະ ໄດ້ຜ່ານເຂົ້າຮອບ 20ຄົນ, ເຖິງໃນເວທີຜ່ານມາຈະໄປບໍ່ເຖິງເປົ້າຫມາຍທີ່ຕັ້ງໄວ້ ແຕ່ໃນເວທີນີ້, ນ້ອງຄາດຫວັງຈະໄດ້ເປັນສ່ວນໜຶ່ງໃນກອງປະກວດ ເພື່ອທີ່ຈະເປັນກະບອກສຽງໃນການປຸກລະດົມບັນຫາສັງຄົມຕ່າງໆ ແລະ ສຳລັບອະນາຄົດໃນວົງການບັນເທີງແມ່ນຢາກເປັນພິທີກອນມືອາຊີບ.

ຄະຕິປະຈຳໃຈຂອງນ້ອງແມ່ນ: “ມື້ນີ້ຕ້ອງດີກວ່າມື້ວານ” ແລະ “ເປັນໂຕຂອງເຮົາໃນແບບທີ່ດີທີ່ສຸດ (ເຮົາສາມາດທີ່ຈະພັດທະນາຮຽນຮູ້ທີ່ຈະເຮັດສິ່ງໃໝ່ໄດ້ໄດ້ຕະຫຼອດດັ່ງນັ້ນບໍ່ວ່າຈະເຮັດສິ່ງໃດເຮົາກໍຕ້ອງເຕັມທີ່)”

ຄວາມສາມາດ ພິເສດຂອງນ້ອງ ເຊິ່ງນ້ອງໃຊ້ໂຊໃນຮອບສະແດງຄວາມສາມາດນີ້ ນ້ອງໄດ້ເລືອກການເປັນພິທີກອນ ແລະ ຄວາມສາມາດອີກຢ່າງຫນຶ່ງຂອງນ້ອງກໍຄື ນ້ອງເອງສາມາດຟ້ອນໄດ້ ແລະ ຫຼິ້ນກີຕ້າໄດ້ໜ້ອຍໜຶ່ງ.

ນ້ອງຄິດວ່າຕົນເອງມີຈຸດເດັ່ນກໍຄື ຄວາມເປັນໂຕນ້ອງເອງ ບໍ່ວ່າຈະເປັນກິລິຍາມາລະຍາດ, ການສະແດງອອກທາງໃບໜ້າ ແລະ ການສະແດງອອກທາງທັດສະນະຄະຕິ ລວມໄປເຖິງຄວາມສາມາດທີ່ນ້ອງມີຈະເປັນສິ່ງຫນຶ່ງທີ່ເຮັດໃຫ້ນ້ອງສາມາດຊະນະໃຈກຳມະການ ແລະ ຄວ້າຕຳແໜ່ງມາໄດ້.

ການກຽມໂຕຂອງນ້ອງເລີຍແມ່ນ ດ້ານຄວາມຄິດ ນ້ອງໃຫ້ຄວາມສຳຄັນກັບຈຸດນີ້ຫຼາຍ ເພາະທຸກເທື່ອທີ່ນ້ອງໄດ້ເຮັດຫຍັງລົງໄປແລ້ວມີຜົນຕາມມາຄື ອາດຈະມີຄວາມດີໃຈ ຫຼື ເສຍໃຈແຕ່ນ້ອງຕ້ອງທຳໃຈຍອມຮັບໃນຄວາມຮູ້ສຶກນັ້ນ.

ຖ້າໄດ້ຕຳແຫນ່ງນ້ອງຢາກປະກອບສ່ວນເພື່ອຊ່ວຍເຫລືອສັງຄົມຄື ນ້ອງຢາກເປັນກະບອກສຽງໃຫ້ເຍົາວະຊົນຍຸກໃຫມ່ໃສ່ໃຈເລື່ອງການຮັກສາສິ່ງແວດລ້ອມ ໂດຍສະເພາະແມ່ນການຖິ້ມຂີ້ເຫຍື້ອໃຫ້ຖືກວິທີ ເພາະເປັນບັນຫາໃຫຍ່ທີ່ເຮົາຄວນເອົາໃຈໃສ່ໃຫ້ຫຼາຍຂຶ້ນ.

ສໍາລັບນ້ອງ ປະສົບການຂອງນ້ອງຖືວ່າຍັງຕ້ອງຮຽນຮູ້ອີກຫຼາຍໃນວົງການບັນເທີງ ແລະ ກໍ່ຕ້ອງຂໍໂອກາດຈາກທຸກຄົນດ້ວຍ ກິດຈະກຳຍາມວ່າງທີ່ນ້ອງມັກເຮັດແມ່ນແລ້ວແຕ່ຊ່ວງ ວ່າເຮົາອິນກັບຫຍັງເປັນພິເສດ ເຮົາກໍເຮັດສິ່ງນັ້ນຫຼາຍ ແຕ່ສ່ວນຫຼາຍກໍພັກຜ່ອນຢູ່ກັບໂຕເອງ, ອ່ານປຶ້ມ, ຟັງພອດແຄັສ ແລະ ສ້າງຄອນເທັ້ນຫຼິ້ນຕິກຕ໊ອກ ສຸດທ້າຍນ້ອງກໍຂໍກຳລັງໃຈຈາກທຸກຄົນຊ່ວຍເຊຍ, ເປັນກຳລັງໃຈໃຫ້ນ້ອງ ຄູນສະຫວັນ ໂພທິຈັນ ML19 ນີ້ເເນ່ເດີ່ ແລະສຳລັບມື້ຕັດສິນແມ່ນ 25ທັນວານີ້ ນ້ອງຈະພະຍາຍາມເຮັດເຕັມທີ່ ແລະ ດີທີ່ສຸດ.

 

ຮູບ: Khounsavanh Phothichanh.