ສ້າງຂະບວນການອະນາໄມລວມພະທາດສາມປາງ ເມືອງສຸຂຸມາ

240

ໃນອາທິດຜ່ານມາ ທີ່ບ້ານທາດສາມປາງ ກຸ່ມບ້ານທີ3,ເມືອສຸຂຸມາ ແຂວງຈຳປາສັກ,ພະແນກຖະແຫຼງຂ່າວວັດທະນະທຳແລະທ່ອງທ່ຽວແຂວງຈຳປາສັກຮ່ວມກັບຫ້ອງການຖະແຫຼງຂ່າວ,ວັດທະນະທຳແລະທ່ອງທ່ຽວເມືອງສຸຂຸມາແລະອຳນາດການປົກຄອງບ້ານໄດ້ສ້າງຂະບວນການອະນາໄມລວມ ເພື່ອປັບປຸງສະຖານທີ່ທ່ອງທ່ຽວບູລິມະສິດພາຍຫຼັງໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19ເພື່ອເປີດການທ່ອງທ່ຽວ ຢູ່ທີ່ສະຖານທີທ່ອງທ່ຽວພະທາດສາມປາງ

ນຳໂດຍ ທ່ານ ບຸນຍູ້ ປາລະມີ  ຮອງເຈົ້າເມືອງສຸຂຸມາ ທັງເປັນຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ,ທ່ານ ນາງ ແສງສຸວັນ ຊຸຍພະສິດ ກຳມະການພັກແຂວງ ຫົວໜ້າພະແນກຖະແຫຼງຂ່າວ,ວັດທະນະທຳແລະທ່ອງທ່ຽວແຂວງຈຳປາສັກພ້ອມຄະນະ,ທ່ານ ມະນີສິນ ແສງມະນີວົງ ກຳມະການພັກເມືອງ ຫົວໜ້າຫ້ອງການ ຖວທເມືອງສຸຂຸມາ,ມີເລຂາພັກບ້ານ,ພະນັກງານວິຊາການຈາກແຂວງແລະເມືອງ,ພະນັກງານຄູ-ອາຈານ,ນັກຮຽນຕະຫຼອດຮອດພໍ່ແມ່ປະຊາຊົນບ້ານທາດສາມປາງ ເປັນຂະບວນການຟົດຟື້ນ.ການສ້າງຂະບວນການອະນາໄມໃນຄັ້ງນີ້ກໍ່ເພື່ອປັບປຸງສະຖານທີ່ທ່ອງທ່ຽວບູລິມະສິດພາຍຫຼັງທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19ເພື່ອກະກຽມເປີດການທ່ອງທ່ຽວແລະກະກຽມການສະເຫຼີມສະຫຼອງພະທາດສາມປາງທີ່ຈະໄດ້ຈັດຂື້ນໃນລະຫ່ວາງເດືອນຍີ່ຂອງທຸກໆປີ.

ການອະນາໄມແມ່ນເຮັດອະນາໄມຕາມສະຖານທີ່ເດີ່ນພະທາດສາມປາງ,ຖາກຖາງຕົ້ນໄມ້ທີ່ເກີດຢູ່ຕາມຊ່ອງວ່າງທາດ,ສ້ອມແປງຮົ້ວຮາວໃໝ່ອ້ອມເດີ່ນທາດ,ເກັບມ້ຽນສີ່ງທິ່ກີດຂວາງ,ກວາດປັດຂີ້ເຫື່ຍອຕາມບໍລິເວນສະຖານທີ່ໃຫ້ມີຄວາມຈົບງາມ,ເຊີ່ງການອອກແຮງງານອະນາໄມລວມແມ່ນມີຄວາມຫ້າວຫັນ,ມີຄວາມສາມັກຄີຂອງພໍ່ແມ່ປະຊາຊົນແລະອຳນາດການປົກຄອງບ້ານທຸກພາກສ່ວນ.ສະຖານທີ່ບູຮານພະທາດສາມປາງແຫ່ງນີ້ແມ່ນເສັ້ນທາງບູຮານໄດ້ເນັ່ງຈາກວັດພູໄປທາງໄຕ້ຈົນເຖີງຊາຍແດນກຳປູເຈຍ,ປະຈຸບັນຍັງພົບເຫັນຢູ່ບາງຕອນກໍຖືກທຳລາຍ ໂດຍປະຊາຊົນເຮັດໄຮ່,ເຮັດນາ,ບຸກເຮືອນຊານໃສ່ແຕ່ກໍ່ຍັງສາມສາດສັນນິຖານໄດ້ວ່າ:ແມ່ນເສັ້ນທາງຄູບູຮານ,ສະຖານບູຮານທາດສາມປາງນີ້ ເຂົາເຈົ້າໄດ້ຄູນດິນຂື້ນສູງນອກຈາກ ບໍລິເວນທາດແລ້ວ ກໍ່ຍັງມີຕໍ່ທຸກທິດຂອງສະຖານທີ່ແຫ່ງນີ້ອາດເປັນເມືອງໜື່ງທີ່ສຳຄັນທີ່ຂື້ນກັບເມືອງເສດຖາປູລະໃນອະດີດ ແລະທີ່ສຳຄັນທາດສາມປາງແມ່ນເປັນສະຖານທີ່ບູຮານທີ່ເກົ່າແກ່ຂອງເມືອງສຸຂຸມາອີກດ້ວຍ.


ຂ່າວ-ພາບ:ປັນຍາ ແກ້ວພິລົມຖວທ ເມືອງ