ກ່ອນເປີດຮັບນັກທ່ອງທ່ຽວ ເຮົາຕ້ອງພ້ອມປ້ອງກັນຕົນເອງ ແລະສັກວັກຊິນໃຫ້ຄົບຕາມເຂັມທີ່ແນະນຳ

168

ຈາກສະພາບການລະບາດພະຍາດ ໂຄວີດ-19 ໃນປະເທດ ທີ່ແກ່ຍາວມາ02ປີ ແມ່ນມີຜົນກະທົບໃຫຍ່ຫລວງ ຕໍ່ການພັດທະນາ ເສດຖະກິດ-ສັງຄົມຂອງປະເທດຮອບດ້ານ, ລວມທັງເຖິງການດຳລົງຊີວິດຂອງປະຊາຊົນໃນທົ່ວສັງຄົມກໍ່ພົບຄວາມ ຫຍຸ້ງຍາກແລະ ຝຶດເຄືອງ  ແຕ່ຍິ່ງວັນເວລາຜ່ານໄປໂຄວິດຍິ່ງລຸກລາມໄປບໍ່ຢຸດ ສະນັ້ນເພື່ອເປັນການ ຟື້ນຟູ ເສດຖະກິດພາຍໃນປະເທດ ກໍ່ຄື ຊີວິດການເປັນຢູ່ ຂອງປະຊາຊົນໃນສັງຄົມ, ໃນຕົ້ນປີ 2022 ລັດຖະບານ ສປ ປລາວ ມີແຜນການ ໃນການລິເລີ່ມທີ່ຈະເປີດຮັບນັກທ່ອງທ່ຽວໃນເຂດການທ່ອງທ່ຽວ ສີຂຽວ ( ຕາມເຂດທີ່ກຳນົດໄວ້ ບໍ່ແມ່ນທັງໝົດທົ່ວປະເທດ ).

ທ່ານ ດຣ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສັກກ່າວໃນຖະແຫຼງຂ່າວວັນທີ 18 ທັນວາ 2021 ນີ້ວ່າ: ການກຽມພ້ອມເປີດຮັບນັກທ່ອງທ່ຽວເຂົ້າມາລາວນັ້ນ ລັດຖະບານກໍ່ມີແຜນຮອງຮັບບັນຫາດ້ານສຸຂະພາບຂອງປະຊາຊົນ ໂດຍມີມາດຕະການຫຼາຍຢ່າງເພື່ອກຽມປ້ອງກັນບໍ່ໃຫ້ມີການລະບາດຂອງພະຍາດເພີ້ມຫຼາຍຂື້ນ ເປັນຕົ້ນແມ່ນ ສຸມໃສ່ການສັກຢາວັກຊີນໃຫ້ບັນດາກຸ່ມເປົ້າໝາຍໃຫ້ສູງຂື້ນ.

ສິ່ງສຳຄັນ ໃນການກຽມພ້ອມຕໍ່ການຮັບນັກທ່ອງທ່ຽວນັ້ນກໍ່ແມ່ນ ການຮ່ວມມືຂອງພໍ່ແມ່, ພີ່ນ້ອງ, ປະຊາຊົນລາວ ແລະ ທຸກພາກສ່ວນໃນສັງຄົມ ໃນການເອົາໃຈໃສ່ປະຕິບັດ ມາດຕະການປ້ອງກັນໂຕເອງຢ່າງເຂັ້ມງວດ ແລະ ຮັດກຸມ ເປັນຕົ້ນໝັ່ນລ້າງມືດ້ວຍນ້ຳສະອາດໃສ່ສະບູ ຫຼື ເຈວລ້າງມື, ຮັກສາໄລຍະຫ່າງທາງສັງຄົມ, ໃສ່ຜ້າປິດປາກ-ດັງເມື່ອອອກຈາກບ້ານ, ຫຼີກລ້ຽງການໄປສະຖານທີ່ແອອັດ ຫຼື ມີຄວາມສ່ຽງສູງ, ບໍ່ຊຸມແຊວກັນເປັນກຸ່ມ ແລະ ກິດຈະກໍາອື່ນທີ່ມີຄວາມສ່ຽງຕໍ່ການຕິດເຊື້ອພະຍາດ.

ພະຍາດໂຄວິດ19 ຈະຍັງສືບຕໍ່ຢູ່ໃນສັງຄົມ ບໍ່ທັນໝົດໄປໂດຍທັນທີຖ້າ ພວກເຮົາທຸກຄົນຮ່ວມແຮງຮ່ວມໃຈກັນ ປະຕິບັດມາດຕະການ ຂອງຄະນະສະເພາກິດວາງອອກ ໂດຍສະເພາະ ການດຳລົງຊີວິດປົກກະຕິແບບໃໝ່ (NewNormal) ໃຫ້ກາຍເປັນຄວາມຊີນເຄີຍໃນການຢູ່ໃນສັງຄົມທີ່ມີພະຍາດໂຄວິດໃຫ້ໄດ້ຢ່າງຖືກຕ້ອງ ແລະ ປອດໄພ ຈື່ງຈະເຮັດໃຫ້ ການແພ່ເຊື້ອພະຍາດໃນປະເທດຂອງພວກເຮົາຄ່ອຍໆ ຫຼຸດລົງຢູ່ໃນລະດັບທີ່ສາມາດ ຄວບຄຸມໄດ້ຄືກັບ ປີ 2020.

ທັງນີ້, ລັດຖະບານກໍ່ຍັງຖືວ່າການເລັ່ງສັກວັກຊີນໃຫ້ໃນກຸ່ມເປົ້າໝາຍໂດຍສະເພາະກຸ່ມສ່ຽງ ເຊັ່ນ: ແພດ, ຜູ້ສູງອາຍຸ ແລະ ຜູ້ທີ່ມີພະຍາດປະຈຳໂຕ ລວມທັງບຸກຄົນທົ່ວໄປໃນສັງຄົມ ແມ່ນວິທີທາງເພື່ອຫຼຸດ ຜ່ອນອັດຕາການຕິດເຊື້ອກໍ່ຄືການເສຍຊີວິດໃຫ້ໜ້ອຍລົງ ແລະ ກັບຄືນຟື້ນຟູສະພາບເສດຖະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ດີຂື້ນໂດຍໄວ.