ຕະຫຼາດລາວ ຂາຍຍົກ – ຂາຍຍ່ອຍ ຈະເລີ່ມເປີດທົດລອງໃຫ້ບໍລິການ 21 ທັນວານີ້ ເຊິ່ງຈະຊ່ວຍຊຸກຍູ້ສົ່ງເສີມຜູ້ຜະລິດຂອງລາວໃຫ້ເຂັ້ມແຂງເຂົ້າເຖິງຕະຫຼາດໄດ້ກວ້າງຂວາງ ແລະ ຫຼາຍຂຶ້ນ

595

ຕະຫຼາດລາວ ຂາຍຍົກ – ຂາຍຍ່ອຍ ສູນລວມສິນຄ້າລາວແຕ່ພາກເໜືອເຖິງໃຕ້ ມາບ່ອນດຽວໄດ້ຄົບ ຈະເປີດທົດລອງຂາຍໃນວັນທີ 21 ທັນວາ 2021 ເຊິ່ງຕັ້ງເປົ້າເປັນຕະຫຼາດທີ່ຊ່ວຍ ຊຸກຍູ້ສົ່ງເສີມຜູ້ຜະລິດຂອງລາວໃຫ້ເຂັ້ມແຂງເຂົ້າເຖິງຕະຫຼາດໄດ້ກວ້າງຂວາງ ແລະ ຫຼາຍຂຶ້ນ ດ້ວຍທີ່ຕັ້ງຢູ່ ຕິດຄິວລົດສາຍໃຕ້ ແລະ ສະຖານິລົດໄຟລາວ-ຈີນ ນະຄອນຫຼວງວຽງຈັນ.

ທ່ານ ບຸນທ່ຽງ ລັດຕະນະວົງ ຜູ້ບໍລິຫານຕະຫຼາດລາວຂາຍຍົກ-ຂານຍ່ອຍກ່າວວ່າ: ໃນໄລຍະຜ່ານມາ ສິນຄ້າກ່ອນຈະເຖິງຕະຫຼາດ ແມ່ນຜ່ານພໍ່ຄ້າຄົນກາງ ຫຼາຍຂັ້ນຂອດ ມີການຊິ້ນເປືອງ ບວກຂຶ້ນຕາມລໍາດັບ. ພໍ່ຄ້າຄົນກາງແຕ່ລະຄົນກໍ່ບວກກໍາໄລ, ບວກຕົ້ນທຶນ, ບວກຄວາມສ່ຽງ ຜູ້ທີ່ໄດ້ຮັບຕົ້ນທຶນເຫຼົ້່ານັ້ນແມ່ນຜູ້ບໍລິໂພກ ຈຶ່ງເຮັດໃຫ້ສິນຄ້າຈາກຕົ້ນທາງ ແລະ ປາຍທາງມີຄວາມແຕກໂຕນກັນຫຼາຍ. ສະນັ້ນ, ເຮົາຈຶ່ງມາ ຕັດຂັ້ນຕອນລົງໂດຍ ສ້າງຕະຫຼາດລາວ ຂາຍົກ – ຂາຍຍ່ອຍ ໃນຮູບແບບໃໝ່ ໂດຍການສົ່ງເສີມຜູ້ຜະລິດ ແລະ ເອົາສິນຄ້າຈາກຜູ້ຜະລິດມາຂາຍໃນຕະຫຼາດເຮົາເອງ ເພື່ອໃຫ້ສິນຄ້າຖືກລົງ ສົ່ງເສີມສິນຄ້າລາວເພື່ອຄົນລາວ ນັ້ນແມ່ນແນວຄວາມຄິດຂອງຕະຫຼາດລາວ ຂາຍຍົກ – ຂາຍຍ່ອຍ.

ຕະຫຼາດລາວ ຂາຍົກ – ຂາຍຍ່ອຍ ແມ່ນມີຖານການຜະລິດໃນຂອບເຂດທົ່ວປະເທດ, ພ້ອມນັ້ນທີ່ຕັ້ງ(ທໍາເລ) ມີຄວາມເໝາະສົມ, ເມືອງໄຊທານີກໍ່ມີຊຸມຊົນໜ້າແໜ້ນ ແລະ ຍັງບໍ່ມີຕະຫຼາດໃຫຍ່, ພ້ອມທັງເປັນດ່ານໜ້າປະຕູທໍາອິດຂອງສິນຄ້າໃນທົ່ວປະເທດເຂົ້າມາໃນນະຄອນຫຼວງວຽງຈັນ ບໍ່ວ່າຈະເປັນແຂວງພາກເໜືອຜ່ານເສັ້ນທາງດ່ວນ, ເສັ້ນທາງລົດໄຟ, ແຂວງພາກໃຕ້ ເສັ້ນທາງ ລົດເມ(ຕິດກັບຄິວລົດສາຍໃຕ້), ຊາວສວນເມືອງຫາດຊາຍຟອງ ກໍ່ເດີນທາງຜ່ານເສັ້ນທາງ 450ປີ ກໍ່ສະດວກ ລວມທັງຜູ້ປະກອບການຮ້ານອາຫານ, ໂຮງແຮມ, ແມ່ນສາມາດເດີ່ນທາງເຂົ້າມາໄດ້ສະດວກ, ງ່າຍ, ທາງດີ ມາບ່ອນດຽວໄດ້ສິນຄ້າຄົບລາຍການ.


ທ່ານບຸນທ່ຽງ ລັດຕະນະວົງ ກ່າວຕື່ມວ່າ: ພາຍຫຼັງເປີດບໍລິການແລ້ວ ແຜນໃນຕໍ່ໜ້າ ພວກເຮົາແມ່ນໄປສົ່ງເສີມຜູ້ຜະລິດສິນຄ້າໃນຂອບເຂດທົ່ວປະເທດ ພ້ອມທັງເກັບຊື້ ນໍາເຂົ້າມາ ຕັດແຕ່ງ – ຫຸ້ມຫໍ່ ແລະ ສົ່ງຂາຍທາງຊ່ອງທາງຕ່າງໆ ໜຶ່ງໃນນັ້ນແມ່ນຄ້າຂາຍອອນລາຍ ເພາະພືດຕິກໍາຂອງຜູ້ບໍລິໂພກມີຄວາມຕ້ອງການສະດວກສະບາຍ ພ້ອມດຽວກັນໃນອະນາຄົດອອນລາຍຈະມີບົດບາດຫຼາຍຂຶ້ນ.


ປັດຈຸບັນ ເນື້ອທີ່ຕະຫຼາດລາວ ຂາຍຍົກ – ຂາຍຍ່ອຍ ມີເນື້ອທີ່ 8 ເຮັກຕາ ເຊິ່ງໄດ້ແບ່ງເປັນໂຊນຂາຍເຄື່ອງ, ໂຊນຈອດລົດ ແລະ ສິ່ງອໍານວຍຄວາມສະດວກໃນການຊື້ – ຂາຍສິນຄ້າເປັນທີ່ຮຽບຮ້ອຍ. ສໍາຊາວຄ້າຂາຍ ປັດຈຸບັນມີແມ່ຄ້າມາຈັບຈອງເກີນເປົ້າໝາຍ, ໂດຍມີຄວາມພ້ອມໃຫ້ບໍລິການທົດລອງໃນວັນທີ 21 ທັນວາ 2021 ທີ່ຈະມາເຖິງນີ້.

ຕະຫຼາດລາວ ຂາຍຍົກ – ຂາຍຍ່ອຍ ຕັ້ງຢູ່ຖະໜົນ 450ປີ (ຂ້າງຄິວລົດສາຍໃຕ້ ) ບ້ານສະພັງເມີກ ເມືອງໄຊທາງນີ ນະຄອນຫຼວງວຽງຈັນ ເປີດໃຫ້ບໍລິການຕະຫຼອດ 24 ຊົ່ວໂມງ.

.