ໂອກາດສຸດທ້າຍ ທີມຊາດລາວ ຈະລຸ້ນເກັບໄຊໃນ SUZUKI CUP 2020 ພົບ ກໍາປູເຈຍ ແລງນີ້

283

ຖືວ່າເປັນໂອກາດສຸດທ້າຍ ແລະ ເປັນໂອກາດດີທີ່ສຸດຂອງ ທີມຊາດລາວ ໃນການລຸ້ນເກັບໄຊຊະນະໃນການແຂ່ງຂັນບານເຕະຊີງແຊັມແຫ່ງຊາດອາຊຽນລາຍການ AFF SUZUKI CUP 2020 ທີ່ປະເທດສິງກະໂປ ໃນແລງມື້ນີ້ ວັນທີ 15 ທັນວາ 2021 ເພາະຕ້ອງພົບກັບທີມທີ່ໃກ້ຄຽງທີ່ສຸດ ແລະ ເຄີຍຊະນະໄດ້ກໍຄື ທີມຊາດກໍາປູເຈຍ ໃນເວລາ 16:30 ໂມງ

ດັ່ງທີ່ຮູ້, ທີມຊາດລາວ ຖືກຈັບໃຫ້ຢູ່ກຸ່ມ B ຮ່ວມກັບ ຫວຽດນາມ, ມາເລເຊຍ, ອິນໂດເນເຊຍ ແລະ ກໍາປູເຈຍ ໂດຍຕາຕະລາງແຂ່ງຂັນທັງ 4 ນັດຖືວ່າພົບງານໜັກທີ່ສຸດ ຈົນເຖິງເບົາທີ່ສຸດຂອງກຸ່ມໄປເລີຍ ເຊິ່ງກໍເປັນໄປຕາມຄາດເມື່ອທີມຊາດລາວ ເສຍ 3 ນັດທໍາອິດຄື: ເສຍໃຫ້ ຫວຽດນາມ 0-2, ເສຍໃຫ້ ມາເລເຊຍ 0-4 ແລະ ຫຼ້າສຸດເສຍໃຫ້ ອິນໂດເນເຊຍ 1-5 ເຮັດໃຫ້ບໍ່ມີຈັກຄະແນນເທົ່າກັບ ກໍາປູເຈຍ, ແຕ່ ທີມຊາດລາວ ແຂ່ງຫຼາຍກວ່າ 1 ນັດ ແລະ ເສຍປະຕູຫຼາຍກວ່າ ຢູ່ອັນດັບທີສຸດທ້າຍຂອງຕາຕະລາງ.

ຢ່າງໃດກໍຕາມ, ແລງມື້ນີ້ ທີມຊາດລາວ ມີລຸ້ນເກັບໄຊຊະນະ ນັດທີ່ຈະພົບກັບ ທີມຊາດກໍາປູເຈຍ ເພາະເປັນທີມທີ່ໃກ້ຄຽງກັນທີ່ສຸດແລ້ວ ພ້ອມທັງເປັນການລຸ້ນໜີອັນດັບສຸດທ້າຍຂອງກຸ່ມ ທີ່ສໍາຄັນຄືການຮຽກຊັດທາຈາກແຟນບານ ໃນຍາມທີ່ຕ້ອງພົບກັບ ກໍາປູເຈຍ ຢ່າງໜ້ອຍກໍໃຫ້ມີໂອກາດຊະນະ ເພາະເປັນນັດແຫ່ງສັກສີ.

ໂດຍສະຖິຕິພົບກັນລະຫວ່າງ ທີມຊາດລາວ ກັບ ກໍາປູເຈຍ ນັບແຕ່ປີ 2004 ປາກົດວ່າ ທີມຊາດລາວ ຊະນະໄດ້ 1 ນັດຈາກການພົບກັນທັງໝົດ 3 ຄັ້ງມີຄື:

-ປີ 2004 ລາວ ຊະນະ ກໍາປູເຈຍ 2-1
-ປີ 2016 ກໍາປູເຈຍ ຊະນະ ລາວ 2-1
-ປີ 2018 ກໍາປູເຈຍ ຊະນະລາວ 3-1
ເບິ່ງຄລິບ ສໍາພາດຄູຝຶກ ແລະ ນັກເຕະທີມຊາດລາວ ລວມເຖິງສະຖິຕິການພົບກັບ ແລະ 11 ຕົວຈິງນັດຫຼ້າສຸດ ກ່ອນນັດ ລາວ ພົບ ກໍາປູເຈຍ ໄດ້ທີ່ຄລິບລຸ່ມນີ້:

ຂ່າວ: ຫຼ້າ MKP ໜັງສືພິມເສດຖະກິດ-ການຄ້າ; ຮູບຈາກ: ສຕລ