ທະນາຄານກາງຝຣັ່ງ ປັບຄາດການເສດຖະກິດຮອບໃໝ່ ຈະຂະຫຍາຍຕົວ 6,7%

135

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ​ລາຍ​ງານ​ວ່າ ທະ​ນາ​ຄານ​ກາງ​ຝ​ຣັ່ງ ໄດ້​ປັບ​ຂຶ້ນ​ຕົວ​ເລກ​ການ​ຂະ​ຫຍາຍ​ຕົວ​ເສດ​ຖະ​ກິດ​ຂອງ​ຝ​ຣັ່ງ​ໃນ​ປີ​ນີ້ ຄາດ​ວ່າ ຈະ​ຢູ່​ທີ່ 6,7% ຈາກລ​ະ​ດັບ 6,3% ທີ່​ເຄີຍ​ຄາດ​ການ​ໄວ້​ໃນ​ເດືອນ​ກັນ​ຍາ​ຜ່ານ​ມາ ເນື່ອງ​ຈາກ​ການ​ລະ​ບາດ​ຂອງ​ເຊື້ອ​ໄວ​ຣັ​ສ​ກາຍ​ພັນ​ໂອ​ໄມ​ຄ​ຣອນ ຄາດ​ວ່າ ບໍ່​ໜ້າ​ຈະ​ສົ່ງ​ຜົນ​ກະ​ທົບ​ຕໍ່​ທ່າ​ອ່ຽງ​ລວມ​ຂອງ​ເສດ​ຖະ​ກິດ​ຝ​ຣັ່ງ.

ຜູ້​ວ່າ​ການທະ​ນາ​ຄານ​ກາງ​ຝ​ຣັ່ງ​ເປີດ​ເຜີຍ​ວ່າ: ​ເສດ​ຖະ​ກິດ​ຂອງ​ຝ​ຣັ່ງ​ກຳ​ລັງ​ຟື້ນ​ຕົວ​ຢ່າງ​ເຂັ້ມ​ແຂງ ເຖິງ​ແມ່ນ​ວ່າ ຫົວ​ໜ່ວຍ​ທຸ​ລະ​ກິດ​ໄດ້​ມີ​ຄວາມ​ລະ​ມັດ​ລະ​ວັງ​ເພີ່ມ​ຂຶ້ນ ແຕ່ເສດ​ຖະ​ກິດ​ຝ​ຣັ່ງ​ໄດ້​ກັບ​ສູ່​ລະ​ດັບ​ກ່ອນ​ເກີດ​ວິ​ກິດ​ໂຄວິດ-19 ຕັ້ງ​ແຕ່​ເດືອນ​ກັນ​ຍາ​ຜ່ານ​ມາ ແລະ ຂະ​ນະ​ນີ້ ໄດ້​ກ້າວ​ຜ່ານ​ຈຸດ​ນັ້ນ​ໄປ​ແລ້ວ.

ຜູ້​ວ່າ​ການ​ທະ​ນາ​ຄານ​ກາງ​ຝ​ຣັ່ງ ກ່າວ​ວ່າ: ຕົວ​ເລກ​ການ​ຂະ​ຫຍາຍ​ຕົວ​ຂອງ​ເສດ​ຖະ​ກິດ ສູງກວ່າ​ທີ່​ພວກ​ເຮົາ​ຄາດ​ການ​ໄວ້​ໃນ​ຊ່ວງ 6 ເດືອນ​ເຄິ່ງ​ປີ​ນີ້ ແລະ ເປັນ​ຕົວ​ເລກ​ທີ່​ຂະ​ຫຍາຍ​ຕົວ​ສູງ​ສຸດ​ໃນ​ຮອບ 50 ປີ​ຂອງ​ເສດ​ຖະ​ກິດ​ຝ​ຣັ່ງ.