ໜ້າຕານັກເຕະ ຍິງປະຕູທໍາອິດຮຽກຂວັນກໍາລັງໃຈໃຫ້ກັບ ທີມຊາດລາວ ໃນ SUZUKI CUP 2020

220

ຜ່ານໄປແລ້ວ 3 ນັດຂອງທີມຊາດລາວ ປາກົດວ່າ: ເສຍໄປທັງ 3 ນັດໃນການແຂ່ງຂັນບານເຕະ AFF SUZUKI CUP 2020 ທີ່ປະເທດສິງກະໂປ ຫຼັງນັດຫຼ້າສຸດເສຍໃຫ້ກັບ ອິນໂດເນເຊຍ 1-5 ເມື່ອວັນທີ 12 ທັນວາ ທີ່ຜ່ານມາ

ຢ່າງໃດກໍຕາມ, ນັດດັ່ງກ່າວ ທີມຊາດລາວ ປົດລ໊ອກໄດ້ປະຕູທໍາອິດໃນ AFF SUZUKI CUP 2020 ຈາກການຍິງສຸດງາມຂອງ ກີ້ດາວອນ ສຸວັນນີ ກອງໜ້າຈາກສະໂມສອນຊ້າງນ້ອຍ ເອັຟຊີ ຈາກນອກເສັ້ນ 18 (ເບິ່ງຄລິບລຸ່ມນີ້)

ຜົົນນັດດັ່ງກ່າວເຮັດໃຫ້ ທີມຊາດລາວ ລົງສະໜາມໄປແລ້ວ 3 ນັດບໍ່ມີຈັກຄະແນນຢູ່ອັນດັບສຸດທ້າຍຂອງຕາຕະລາງຄະແນນລວມ ເນື່ອງຈາກຍິງໄດ້ພຽງ 1 ປະຕູ ແລະ ເສຍເຖິງ 11 ປະຕູ, ສ່ວນອັນດັບອື່ນໆເບິ່ງຕາມຕາຕະລາງລຸ່ມນີ້:

ປະຕູດັ່ງກ່າວ ເປັນກໍາລັງໃຈໃຫ້ກັບທີມຊາດລາວ ກ່ອນລົງສະໜາມນັດສຸດທ້າຍພົບ ກໍາປູເຈຍ ເວລາ 16:30 ໂມງຂອງວັນທີ 15 ທັນວາ 2021.

ສຳລັບ ກີ້ດາວອນ ເກີດໃນວັນທີ 22 ທັນວາ 1999 ເກີດຢູ່ທີ່ ບ້ານ​ບັງ​ລຽງ ( ຄຸ້ມ​ພູ​ຫມາກ​ນາວ ) ເມ​ືອງ​ປາກ​ຊ່ອງ ແຂວ​ງ​ຈຳ​ປາ​ສັກ Champasak Province,ລວງສູງ: 170 CM
,ນ້ຳຫນັກ: 63 KG, ຫລິ້ນໃນຕຳແຫນ່ງ ກອງຫລັງ ແບ໋ກຂວາ ແລະ ປີກ​ຂວາ Defender, Midfielder, ເຄິຍຫລິ້ນໃຫ້ທີມຊາດ: ທີມຊາດລາວ U18 2017 ຢູ່ປະເທດມຽນມາ, AFC U19 ຮອບຄັດເລືອກ ຢູ່ທີ່ ໄຕ້ຫວັນ 2017, U21 ຊີງຂັນເຈົ້າຊີວິດບຣູໄນ 2018, ທີມຊາດລາວ AFF U19 ຢູ່ທີ່ປະເທດອິນໂດເນເຊຍ 2018, ​ຕິດທີມຊາດລາວ ຊຸດໃຫຍ່ ໃນ​ປີ 2017, ຕິດທີມຊາດລາວ ຢູ23 2021 ແລະ ທີມຊາດລາວ ຊຸດໃຫຍ່ ປັດຈຸບັນ, ເຄີຍຫລິ້ນໃຫ້ສະໂມສອນ : ສະໂມສອນ ​ປກ​ສ ເອັ​ຟ​ຊີ 2017 ( ດີ​ວີ​ຊັນ 1 ), ສະ​ໂມ​ສອນ ຊ້າງ​ນ້ອຍ ເອັ​ຟ​ຊີ 2018, ສະໂມສອນ ປກສ ເອັຟຊີ 2020 , ສະໂມສອນຊ້າງນ້ອຍ ເອັຟຊີ ,ເຄີຍສັງກັດ ອາຄາເດມີ : ອາຄາເດມີ ໄອ​ດີ​ຊີ ຈຳ​ປາ​ສັກ ຢູ​ໄນ​ເຕ​ັດ.
ຂອບໃຈຮູບ-ຂໍ້ມູນຈາກ: ສະຫະພັນບານເຕະແຫ່ງຊາດລາວ