ສ່ອງໂພສຫຼ້າສຸດຂອງ ສຸກອາພອນ ຈາກນັດຂວັນຫຼົງ ລາວ 0-4 ມາເລເຊຍ ແຟນໆແຫ່ຄອມເມັ້ນທະລຸ…

318

ຈາກຜົນ ການແຂ່ງຂັນບານເຕະ AFF SUZUKI CUP 2020 ນັດທີ່ທີມຊາດລາວ ເສຍໃຫ້ກັບ ມາເລເຊຍ 0-4 ເມື່ອວັນທີ 9 ທັນວາ 2021 ໂດຍນັດດັ່ງກ່າວ ສຸກອາພອນ ວົງຈຽງຄໍາ ຫົວໜ້າທີມຊາດລາວ ກໍາລັງຫຼິ້ນໄດ້ດີ ລວມເຖິງຍັງໄດ້ໂອກາດສົ່ງບານໃຫ້ ບິລລີ ເກດແກ້ວພົມພອນ ກອງໜ້າຕົວເປົ້າຍິງໃນຕົ້ນເກມ.

ແຕ່ສິ່ງທີ່ບໍ່ຄາດຄິດເກີດຂຶ້ນ ເມື່ອຫົວໜ້າຄູຝຶກຕັດສິນໃຈປ່ຽນ ສຸກອາພອນ ອອກກ່ອນເລີ່ມແຂ່ງເຄິ່ງເວລາທີ 2 ໃນຂະນະທີ່ທີມຊາດລາວ ຖືກນໍາຢູ 0-2 ສຸດທ້າຍເຄິ່ງເວລາທີ 2 ທີມຊາດລາວ ເສຍປະຕູເພີ່ມ 2 ໜ່ວຍ ແລະ ຈົບເກມ ທີມຊາດລາວ ເສຍໄປ 0-4 ເຮັດໃຫ້ລົງສະໜາມໄປແລ້ວ 2 ນັດເສຍທັງໝົດບໍ່ມີິຈັກຄະແນນຢູ່ອັນດັບສຸດທ້າຍຂອງຕາຕະລາງກຸ່ມ B, ສ່ວນ ມາເລເຊຍ ເກັບເພີ່ມເປັນ 6 ຄະແນນຢຶດທີມນໍາຕາຕະລາງຄະແນນລວມ ໂດຍມີ ອິນໂດເນເຊຍ ແລະ ຫວຽດນາມ ມີ 3 ຄະແນນເທົ່າກັນ, ສ່ວນ ກໍາປູເຈຍ ກໍບໍ່ມີຈັກຄະແນນ.

ຫຼັງຈົບການແຂ່ງຂັນບໍ່ດົນສຸກອາພອນ ໂພສລະບາຍອາລົມຜ່ານເພຈ໌ບຸກສ່ວນຕົວຂອງຕົວເອງວ່າ: “ ບໍ່ຕ້ອງຖາມວ່າເກີດຫຍັງຂື້ນທຸກຄົນຮູ້ດີ 5ປີຢູ່ກັນມາບໍ່ມີຫຍັງດີຂື້ນເລີຍ ຂ້ອຍເກີດຢູ່ລາວ ຄົນລາວແທ້ໆ ແຕ່ບໍ່ມີສີດສີເວົ້າຫຍັງເລີຍເບາະ ນີ້ຄືທີມຊາດລາວ ຂອງຄົນລາວທັງປະເທດ ບໍ່ແມ່ນຂອງໃຜຄົນໃດຄົນຫນື່ງ ເຈັບປວດທີ່ສຸດຮູ້ບໍ ໄດ້ໂປດ ເຂົ້າໃຈຄົນລາວທັງປະເທດແນ່ ແລະນັກກິລາທຸກຄົນພ້ອມ !! ບໍ່ອີຕົນຂ້ອຍ ກະອີຕົນຄົນເບີ່ງແນ່ເດີ ແນ່ນອນຂ້ອຍສູ້ບໍ່ຖອຍຢູ່ແລ້ວເພື່ອປະເທດຂອງຂ້ອຍ ເຈົ້າເດ້ ຖອຍສາ ຂໍລະ This is my country!! ເລືອດຂ້ອຍຄືສີເຂັ້ມກ່ວາເລືອດພວກເຈົ້າຢູ່ດອກເນາະ ເຂົ້າໃຈຕາມນີ້” ( ເບິ່ງຄລິບລຸ່ມນີ້ )

ເຊິ່ງມາຮອດປັດຈຸບັນຜ່ານໄປ 15 ຊົ່ວໂມງກັບ ໂພສດັ່ງກ່າວຂອງ ສຸກອາພອນ ມີຍອດຄົນກົດໄລທ໌ເຖິງ 10 ພັນຄົນ, ຍອດຄອມເມັ້ນ 2,3 ພັນຄົນ ແລະ ຍອດແຊ 2,9 ພັນ ນັ້ນສະແດງເຖິງ ແຟນບານລາວ ຫຼາຍຄົນເຫັນດີ ແລະ ເຂົ້າໃຈ ສຸກອາພອນ ລວມເຖິງອິດທິພົນຂອງ ສຸກອາພອນ

ສໍາລັບ ທີມຊາດລາວ ຍັງມີອີກ 2 ນັດໃຫ້ແກ້ຕົວໃນການແຂ່ງຂັນບານເຕະ AFF SUZUKI CUP 2020 ຄືພົບກັບ ອິນໂດເນເຊຍ ໃນວັນທີ 12 ທັນວາ 2021 ເວລາ 16:30 ໂມງ ແລະ ນັດສຸດທ້າຍ ພົບກັບ ກໍາປູເຈຍ ໃນວັນທີ 15 ທັນວາ 2021 ເວລາ 16:30 ໂມງ.