ໝາກໄສ່ ຜ່ານການທົດສອບ ຢູ່ ສ.ເກົາຫຼີ ກໍາລັງເລັ່ງຜະລິດ ເພື່ອສົ່ງອອກ

181

ນັບເປັນຂ່າວດີສໍາລັບຊາວກະຊິກໍາ, ຊາວຊວນ ໝາກໄສ່ ສະໝຸນໄພພື້ນເມືອງລາວ ໄດ້ຖືກສົ່ງໄປທົດສອບຢູ່ ປະເທດ ສ.ເກົາຫຼີ ແລະ ຜ່ານການທົດສອບດ້ວຍດີ ຕອນນີ້ກ້າວເຂົ້າສູ່ຂັ້ນຜະລິດ ເພື່ອສົ່ງອອກຕາມຄວາມຕ້ອງການຂອງຫຼາດ


ໂດຍ ທ່ານ ບຸນທ່ຽງ ລັດຕະນະວົງ ຜູ້ອໍານວຍການ ບໍລິສັດ ເມືອງລາວຟູດ ໄດ້ໂພສ ຜ່ານເຟດບຸກສ່ວນໂຕວ່າ ສິນຄ້າກະສິກຳ ອີກໜຶ່ງລາຍການທີ່ກຳລັງຄືບໜ້າໄປດ້ວຍດີ ຄື(ໝາກໄສ່) ຈາກຊາວສວນຖືກສົ່ງໄປທົດສອບຢູ່ເກົາຫຼີ ຜ່ານດ້ວຍດີ ຕອນນີ້ກ້າວເຂົ້າສູ່ຂັ້ນຜະລິດໃຫ້ໄດ້ປະລິມານຫຼາຍຕາມຄວາມຕ້ອງການຂອງຕະຫຼາດ.


ຖືເປັນເລື່ອງດີດີໆໃນດ້ານກະສິກໍາທີ່ລາວເຮົາຈະລິດແລ້ວສົ່ງອອກໄປຕ່າງປະເທດ ຫຼື ຕີຕະຫຼາດນອກ ອັນເປັນທ່າແຮງໃນການການລິເລີ່ມ ຫຼື ສົ່ງອອກພືດພັນຕ່າງໆອີກຫຼາຍລາຍການ


ເຊິ່ງເມື່ອເວົ້າເຖິງໝາກໄສ່ ກໍເປັນພືດຜັກສະນິດໜຶ່ງທີ່ມີຄຸນຄ່າທາງສານອາຫານສູງ ຊ່ວຍຈະເລີນອາຫານ ເພາະມີລົດຊາດຂົມ, ຊ່ວຍກະຕຸນນໍ້າຍ່ອຍໃຫ້ອອກມາຫຼາຍຂຶ້ນ ເຮັດໃຫ້ຮັບປະທານອາຫານໄດ້ຫຼາຍ


ຊ່ວຍກະຕຸ້ນອະນຸມູນອິກສະຫຼະ ຈຶ່ງມີສ່ວນຊ່ວຍໃນການສະລໍຄວາມແກ່ໄດ້, ບໍາລຸງກໍາລັງ, ໃຊ້ເປັນຢາຟອກເລືອດ, ດີເຈັບຫົວ, ດີໄຂ້ຊໍ້າເຮື້ອ ແລະ ເປັນຢາລະບາຍອ່ອນໆ ມີປະໂຫຍດແບບນີ້ນີ້ເອງ ຮູ້ແລ້ວປູກໄວ້ກິນ ໄວ້ຂາຍໄດ້ເລີຍ

ຂໍ້ມູນຈາກ BT Lattanavong ແລະ loklilub.blogspot.com