ຮ່ວມເຊຍໃຫ້ນ້ອງຄົນນີ້ກ້າວເຖິງຝັນ ລົບລ້າງຕຳນານນາງຮອງ ດວງທິບ ໂພທິສົມພານ ML16

521

ແນະນຳໃຫ້ຮູ້ຈັກກັບສາວງາມ ທີ່ມີຄວາມຫວັງ ແລະ ຄວາມຝັນທີ່ຈະເປັນນາງງາມ ແລະ ເພື່ອຢາກເປັນກະບອກສຽງຫນຶ່ງທີ່ດັງຂຶ້ນ ເພື່ອເປັນກະບອກສຽງໃຫ້ແກ່ສັງຄົມໃນຫລາຍໆດ້ານ ແລະ ໃນມື້ນີ້ຄວາມໃຝ່ຝັນຂອງນ້ອງຄົນນີ້ກໍ່ໃກ້ເຂົ້າມາເລື້ອຍໆແລ້ວ ຫຼັງຜ່ານເຂົ້າຮອບ 30ຄົນ ໃນເວທີ ນາງສາວລາວ ຫລື Miss Laos 2021ເປັນທີ່ຮຽບຮ້ອຍແລ້ວ.

ສາວຄົນນີ້ມີຊື່ວ່າ ດວງທິບ ໂພທິສົມພານ ຊື່ຫຼີ້ນ ເຫວີນ ປັດຈຸບັນອາຍຸ 21 ປີ ມາຈາກເເຂວງຈຳປາສັກ ແລະ ຕອນນີ້ກຳລັງສຶກສາຢູ່ມະຫາວິທະຍາໄລເເຂວງຈຳປາສັກ, ຄະນະເສດຖະສາດ ສາຂາ ບໍລິຫານການທ່ອງທ່ຽວ ປະລິຍາຕຣີ ປີ3. ສໍາລັບ ດວງທິບແມ່ນເຄີຍປະກວດເວທີ Miss world Laos 2018 ມາແລ້ວ ແລະ ທີ່ສໍາຄັນແມ່ນໄດ້ຕໍາເເໜ່ງ ຮອງອັນດັບ 3ມາຄອບຄອງອີກດ້ວຍ.

ດວງທິບໄດ້ໃຫ້ສຳພາດກັບທີມຂ່າວບັນເທີງວ່າ: ສໍາລັບຄວາມໃຝ່ຝັນໃນເວທີນີ້ເເມ່ນນ້ອງຢາກເປັນ  ນາງສາວລາວ2021 ເພື່ອຢາກໃຫ້ສຽງຂອງນ້ອງດັງຂື້ນ ເພື່ອເປັນກະບອກສຽງໃນຫຼາຍໆສີ່ງ, ຫຼາຍໆດ້ານ ທີ່ນ້ອງກຳລັງຈະລົງມືເຮັດໃຫ້ປະສົບຜົນສຳເລັດໃຫ້ໄວຂື້ນ ຖ້ານ້ອງໄດ້ຮັບຕໍາເເໜ່ງໃດກໍ່ຕາມ ຫຼື ຢູ່ໃນຄອບຄົວນາງສາວລາວ2021 ນີ້ນ້ອງກໍ່ຈະຍ້າຍມາຢູ່ນະຄອນຫຼວງວຽງຈັນ ເພື່ອສະດວກໃນການຮັບໃຊ້ໃຫ້ທາງກອງປະກວດ ສ່ວນວົງການບັນເທີງນັ້ນເປັນສີ່ງທີ່ນ້ອງມັກສ່ວນຕົວຢູ່ເເລ້ວ ນ້ອງກໍ່ຫວັງຢ່າງຍິ່ງວ່າຈະມີຜູ້ໃຫຍ່ໃຈດີ ໃຫ້ໂອກາດນ້ອງເຂົ້າສູ່ວົງການບັນເທີງ ນ້ອງຈະເຮັດຢ່າງເຕັມທີ່ເລີຍ.

ຄະຕິປະຈຳໃຈນ້ອງເເມ່ນ “ເລີ່ມຕົ້ນດ້ວຍຄວາມຄິດ ຜ່ານວິກິດດ້ວຍຄວາມຝັນ ລົງມືທຳຢ່າງມຸ້ງໝັ້ນ ກ້າວສູ່ຄວາມຝັນດ້ວຍຄວາມສຳເລັດ” ເຫດຜົນທີ່ນ້ອງເລືອກປະກວດເວທີນີ້ ນ້ອງຢາກຈະປະສົບຜົນສຳເລັດອີກຄັ້ງ

ຖ້າໄດ້ຕໍາເເໜ່ງກໍ່ຈະເປັນອີກໜື່ງບົດບາດໃນການເປັນກະບອກສຽງ ເເລະ ນໍາເອົາຄວາມຮູ້ໃນສິ່ງທີ່ນ້ອງຮຽນມາ ນັ້ນກໍ່ຄືສາຍຮຽນການທ່ອງທ່ຽວ ເພື່ອມາກະຕຸ້ນເສດຖະກິດ, ການທ່ອງທ່ຽວລາວໃຫ້ດີຂື້ນ.

ສິ່ງທີ່ນ້ອງຈະໂຊໃຫ້ທຸກຄົນໄດ້ເຫັນກໍ່ຄື ເອກະລັກຂອງຄວາມເປັນລາວເເບບທີ່ບໍ່ຄືໃຜ ເຊີ່ງຈະເປັນຮູບເເບບໃດນັ້ນຝາກຕິດຕາມໃນຮອບຄວາມສາມາດໄວໆນີ້

ຖ້າເວົ້າເຖິງເລື່ອງຈຸດເດັ່ນຂອງນ້ອງ ນ້ອງຄິດວ່າເປັນສຳນຽງການເວົ້າ ເເລະ ການກະທຳທີ່ໜັກເເໜ້ນ, ຈິງໃຈໃນເເບບສາວໃຕ້ ເເລະ ອີກຢ່າງນ້ອງມີຄວາມມຸ່ງຫມັ້ນ, ພະຍາມຍາມ, ປຽບຕົນເອງເປັນຄືນໍ້າບໍ່ເຕັມເເກ້ວພ້ອມຈະຮຽນຮູ້ ແລະ ເຕີມເຕັມສິ່ງໃໝ່ໆສະເໝີ ທັງໝົດນີ້ຈະເປັນສີ່ງທີ່ຊະນະໃຈກຳມະການ ເເລະ ໄດ້ຕຳເໜ່ງໃນຄັ້ງນີ້

ກ່ອນເຂົ້າປະກວດນ້ອງໄດ້ມີການກຽມຕົວກໍ່ຄື : ຝຶກຊ້ອມບຸກຄະລິກຂະພາບ, ກິລິຍາມາລະຍາດ, ການເດີນ, ການເຂົ້າສັງຄົມ ແລະ ການຕອບຄຳຖາມ, ຖ້າໄດ້ຕຳເເໜ່ງນ້ອງຢາກປະກອບສ່ວນຊ່ວຍເຫຼືອສັງຄົມຄື : ຢາກຊ່ວຍເຫຼືອເດັກນ້ອຍໃຫ້ເຂົ້າເຖິງການຮຽນ ເເລະ ໃຫ້ອຸປະກອນການຮຽນ, ການສຶກສາໃຫ້ເດັກນ້ອຍທີ່ຢູ່ຫ່າງໄກຊອກຫລີກ ເພາະເຂົາເຫລົ່ານັ້ນຄືອະນາຄົດຂອງຊາດ.

ສໍາລັບ ຜົນງານຜ່ານຂອງນ້ອງເເມ່ນ : ເດີນເເບບ,ຖ່າຍເເບບ ເເລະ ເຄີຍຮ່ວມເດີນເເບບຢູ່ປະເທດມາເລເຊຍ ກິດຈະກຳຍາມວ່າງເເມ່ນນ້ອງ ມັກຫຼີ້ນກິລາ,ຊ້ອມເດີນເເບບ ແລະ ສຸດທ້າຍນີ້ ນ້ອງເອງຂໍຝາກຊາວເເຂວງ ຈໍາປາສັກ ເເລະ ທຸກຄົນເປັນກຳລັງໃຈໃນການປະກວດຄັ້ງນີ້ ນ້ອງເອງຈະເຮັດໃຫ້ເຕັມທີ່ ເເລະ ດີທີ່ສຸດ ເພື່ອຈະລົບລ້າງຕຳນານນາງຮອງ ສ້າງຕໍານານ ມົງໃຫຍ່ໃຫ້ຊາວເເຂວງຈໍາປາສັກໃຫ້ໄດ້ ຂໍຂອບໃຈ. ຊ່ອງທາງການຕິດຕາມ ເຟສບຸກສ່ວນຕົວ Duangthip Phothisompharn.

ຂ່າວ:ຈັນນະພາ

ຮູບ:  Duangthip Phothisompharn.