ຫຼາຍປະເທດ ຄຸມເຂັ້ມ ສະກັດໂຄວິດກາຍພັນ ໂອໄມຄຣອນ

374

ສຳ​ນັກ​ຂ່າວ​ເອ​ພີ​ລາຍ​ງານເມື່ອ​ວັນ​ທີ 28 ພະ​ຈິກ​ຜ່ານ​ມາ​ວ່າ: ຫຼາຍ​ປະ​ເທດ​ທົ່ວ​ໂລກ​ສັ່ງ​ຍົກ​ລະ​ດັບ​ການ​ເຝົ້າ​ລະ​ວັງ ຫ້າມ​ຜູ້​ທີ່​ເດີນ​ທາງ​ມາ​ຈາກ​ອາ​ຟ​ຣິ​ກ​ກາໃຕ້​ ແລະ ອາ​ຟ​ຣິ​ກາ​ຕອນ​ໃຕ້ເຂົ້າ​ປະ​ເທດ, ພ້ອມ​ຍົກ​ລະ​ດັບ​ຂະບວນ​ການ​ຄັດ​ກອງ​ນັ​ກ​ເດີນ​ທາງ​ລະ​ຫວ່າງ​ປະ​ເທດ​ເພີ່ມ​ຂຶ້ນ ຫຼັງ​ຈາກ​ທີ່​ພົບ​ໂຄວິດ​ກາຍ​ພັນ​ຊະ​ນິດ​ໃໝ່ B.1.1.529 ຫຼື ໂອ​ໄມ​ຄ​ຣອນ (Omicron), ຂະ​ນະ​ນີ້ກວດ​ພົບ​ເກືອບ 10 ປະ​ເທດ​ໃນ​ເອີ​ຣົບ.

ທ່ານ ບໍ​ຣິ​ສ ຈອນ​ສັນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງ​ອັງ​ກິດ ໄດ້​ປະ​ກາດ​ເພີ່ມ​ມາດ​ຕະ​ການ​ປ້ອງ​ກັນ​ການ​ແຜ່​ລະ​ບາດ​ພາຍ​ໃນ​ປະ​ເທດ ຫຼັງ​ຈາກ​ທີ່ກວດ​ພົບ​ຜູ້​ຕິດ​ເຊື້ອ ​ໂຄວິດ ໂອ​ໄມ​ຄ​ຣອນ 2 ຄົນດ້ວຍ​ການກວດ​ຫາ​ເຊື້ອ​​ດ້ວຍ​ວິ​ທີ RTPCR ສຳ​ລັບ​ທຸກ​ຄົນ​ທີ່​ເດີນ​ທາງ​ເຂົ້າ​ອັງ​ກິດ ພ້ອມ​ໃຫ້​ກັກ​ຕົວ ຈົນ​ກວ່າ​ຜົນ​ກວດ​ຈະ​ອອກ, ຫາກພົບ​ມີ​ຜູ້​ຕິດ​ເຊື້ອ​​ໂອ​ໄມ​ຄ​ຣອນ ຜູ້​ສຳ​ຜັດ​ໃກ້​ຊິດຕ້ອງ​ໄດ້​ກັກ​ຕົວ​ຢ່າງ​ໜ້ອຍ 10 ວັນ ບໍ່​ວ່າ​ຈະ​ໄດ້​ສັກ​ວັກ​ຊີນຄົບ​ໂດ​ສ ຫຼື ບໍ່​ກໍ​ຕາມ. ນອກ​ຈາກ​ນີ້ ຍັງ​ອອກ​ມາດ​ຕະ​ການ​​ປ້ອງ​ກັນ ໂດຍໃຫ້​ປະ​ຊາ​ຊົນ​ໃສ່​ຜ້າ​ອັດ​ປາກ-ດັງ ເມື່ອ​ໄປ​ສະ​ຖານ​ທີ່​ສາ​ທາ​ລະ​ນະ ໂດຍ​ສະ​ເພາະ​ຮ້ານ​ຊັບ​ພະ​ສິນ​ຄ້າ, ການ​ຂົນ​ສົ່ງ​ໂດຍ​ສານ ແລະ ອື່ນໆ ພ້ອມ​ທັງ​ເລັ່ງ​ສັກ​ວັກ​ຊີນ​ເຂັມ​ກະ​ຕຸ້ນ​ໃຫ້​ປະ​ຊາ​ຊົນ​ໃຫ້​ຄອບ​ຄຸມ​ຫຼາຍ​ທີ່​ສຸດ.

ຂະ​ນະ​ນີ້ ​ເຊື້ອ​ກາຍ​ພັນ​ດັ່ງ​ກ່າວ​ໄດ້​ແຜ່​ກະ​ຈາຍ​ໄປຫຼາຍ​ປະ​ເທດ ໂດຍອິ​ຕາ​ລີ ​ກວດ​ພົບ 2 ຄົນ​ທຳ​ອິດ ທີ່​ເດີນ​ທາງ​ມາ​ຈາກ​ປະ​ເທດໂມ​ຊຳ​ບິກ ເມື່ອ​ວັນ​ທີ 11 ພະ​ຈິກ​ຜ່ານ​ມາ ແລະ ແຜ່​ເຊື້ອ​ໃສ່​ຄົນ​ໃນ​ຄອບ​ຄົວ 5 ຄົນ ເຊິ່ງ​ທັງ​ໝົດ​ໄດ້​ຮັບ​ວັກ​ຊີນ​ຄົບ​ໂດ​ສ​ແລ້ວ. ໃນ​ຂະ​ນະ​ທີ່​ເຢຍ​ລະ​ມັນ ສູນ​ຈຸ​ລະ​ຊີ​ວະ​ວິ​ທະ​ຍາ​ໃນ​ນະ​ຄອນ​ມິວ​ນິກ​ໄດ້​ກວດ​ພົບ​ຜູ້​ຕິດ​ເຊື້ອ 2 ຄົນ​ທີ່​ເດີນ​ທາງ​ມາ​ຈາກ​ອາ​ຟ​ຣິກ​ກາ​ໃຕ້ ໂດຍ​ເມື່ອ​ຈຳ​ແນກ​ພັນ​ທຸ​ກຳ​ແລ້ວ ພົບ​ວ່າ ເປັນ​ເຊື້ອ​ໂອ​ໄມ​ຄ​ຣອນ, ສ່ວນ​ຢູ່​ໂຮນ​ລັງ​ກໍ​ກວດ​ພົບ​ຜູ້​ຕິດ​ເຊື້ອ​ສາຍ​ພັນ​ດັ່ງ​ກ່າວ 13 ຄົນ​ເຊິ່ງເດີນ​ທາງ​ມາ​ຈາກ​ອາ​ຟ​ຣິກ​ກາ​ໃຕ້​ເຊັ່ນ​ດຽວ​ກັນ.