ມາແລ້ວຊຸດປະຈໍາຊາດລາວ Miss Grand Laos 2021 ທີ່ ດາວມີໄຊ ຈະສວມໃສ່ ຊຸດນີ້

667

ປີນີ້ຖືວ່າລາວເຮົາໂດດເດັ່ນ ຍ້ອນຄວາມກ້າສະແດງອອກ, ຄວາມດື້ທີ່ໜ້າຮັກຂອງສາວດາວ ທີ່ຮ່ວມຫຼິ້ນກິດຈະກໍາກັບເຫຼົ່າສາວງາມຜູ້ເຂົ້າປະກວດທີ່ເຫັນໃນການເຄື່ອນໄຫວທຸກອະລິຍະບົດ ແລະ ຖືເປັນຄົນໜຶ່ງທີ່ມີສິດລຸ້ນໃນຮອບເລິກໆເລີຍ ສໍາລັບຕົວແທນປະເທດ ດາວມີໄຊ ພະຈັນສິດທິ ຕົວແທນສາວລາວໃນເວທີສາກົນ Miss Grand International 2021 ລຸ້ນວ່າຈະສ້າງປະຫວັດຕິສາດຫນ້າໃຫມ່ໃຫ້ກັບວົງການນາງງາມລາວ ຫລືບໍ່!


ແລະນີ້ເປັນຊຸດປະຈໍາຊາດລາວທີ່ ດາວມີໄຊ ຈະສວມໃສ່ເທິງເວທີໃຫ້ທົ່ວໂລກໄດ້ຮັບຮູ້ຄວາມເປັນລາວນໍາກັນ ເຊິ່ງໄດ້ນັກອອກແບບຄື Saykeo Make ແລະ ຕັດໂດຍ ຄໍາພີ ອາລັງການ ນັກອອກແບບໄທຜູ້ທີ່ເຄີຍສ້າງຜົນງານ ບວກກັບສາວງາມທີ່ຖ່າຍທອດຄວາມເປັນລາວຜ່ານຊຸດທີ່ ຄໍາພີ ອະລັງການສ້າງຂຶ້ນໃຫ້ ອັນເຮັດໃຫ້ລາວຄວ້າຊຸດປະຈໍາຊາດດີເດັ່ນບໍ່ວ່າຈະເປັນ Miss International Queen2016 ວັນໃໝ່ ມົນຈໍາປາທໍາມະວົງ, Miss Supranational Laos 2018 ຢຸ້ຍ ສັນທະນີ ແລະ Miss Universe Laos 2018 ອອນອານົງ ຫອມສົມບັດ


ສໍາລັບຊຸດປີນີ້ ພ້ອມເສີມຄວາມແຊບໃຫ້ລູກຄ້າແລ້ວ ຕຳຫມາກຫຸ່ງ ຖືເປັນອາຫານພື້ນເມືອງ ຂອງປະເທດລາວ ມີລົດຊາດ ສົ້ມຫວານ ເຜັດ ເຄັມ ນົວ ເມືອເວົ້າເຖີງອາຫານລາວ ຖືເປັນອັນດັບທຳອິດທີ່ທຸກຄົນຕ້ອງຄິດຫາ ຕຳຫມາກຫຸ່ງ ຈື່ງໄດ້ແຮງບັນດານໃຈມາເປັນຊຸດປະຈຳຊາດລາວ ໂດຍນຳຜ້າໄຫມລາວ ແລະນຳເທັກນິກ ເຄື່ອງຈັກສານ ມາອອກແບບເຂົ້າດ້ວຍກັນ ເພື່ອໃຫ້ໄດ້ລົດຊາດ ຂອງ ການກີນຕຳຫມາກຫຸ່ງ ແລະ ເພີ່ມກີ່ນອາຍຂອງຄວາມເປັນລາວ ດ້ວຍການແຕ່ງກາຍແບບຊຸດລາວພື້ນເມືອງ ຜ່ານການສື່ສານໃນຮູບແບບຊຸດປະຈຳຊາດ Miss grand Laos


ສໍາລັບ ດາວ ມີໄຊ ຖືວ່າເປັນອີກຫນຶ່ງສາວງາມທີ່ເປັນຕົວແທນຂອງລາວທີ່ມີຄວາມສາມາດຄົບເຄື່ອງ ແລະ ຮອບດ້ານອີຫລີ ບໍ່ວ່າຈະເປັນຮູບຮ່າງ, ຫນ້າຕາ, ການຍ່າງ, ການຕອບຄໍາຖາມ ແລະ ຄວາມຫມັ້ນໃຈ ມີຄວາມເປັນແກຣນທີ່ສຸດຄືມາເຕັມສໍາລັບຄົນນີ້

ດາວມີໄຊ ພະຈັນສິດທິ Miss Grand Laos 2021 ຄົນລ່າສຸດ ປັດຈຸບັນ ອາຍຸ 22ປີ ເຊິ່ງຈົບການສຶກສາລະດັບປະລິນຍາຕີ ຈາກຄະນະວິທະຍາສາດປ່າໄມ້, ມະຫາວິທະຍາໄລແຫ່ງຊາດ ເປັນສາວງາມຈາກແຂວງສະຫວັນນະເຂດຂອງເຮົານີ້ເອງ.

ເຄີຍປະກວດມາຢູ່ 2 ເວທີດ້ວຍກັນ ຄືເວທີທໍາອິດແມ່ນ ເວທີ Miss Laos ແລະ ເວທີສອງແມ່ນ Miss World Laos ຄວາມຄາດຫວັງຂອງນ້ອງໃນເວທີໃຫຍ່ Miss Grand International ຄືການໄດ້ເຂົ້າໄປຢືນຢູ່ Top5 finalists Miss Grand International 2021 ເພື່ອສ້າງປະຫວັດສາດຫນ້າໃຫມ່ໃຫ້ກັບວົງການນາງງາມ ແລະ ສ້າງຊື່ສຽງໃຫ້ກັບປະເທດລາວ ນ້ອງຈະເຮັດໄດ້ຫລືບໍ່ ແລະ ທີ່ສໍາຄັນຄົນລາວເຮົາທຸກຄົນກໍ່ຢ່າລືມສົ່ງກຳລັງໃຈ ແລະ ເຊຍນ້ອງດ້ວຍ.

ຝາກເຊຍ ແລະ ຮ່ວມໃຫ້ກໍາລັງໃຈຕົວແທນສາຍສະພາຍລາວຄົນນີ້ແນ່ເດີ ເພື່ອໃຫ້ນ້ອງໄດ້ເຮັດຫນ້າທີ່ ອັນຊົງກຽດນີ້ໃຫ້ດີທີ່ ຕິດຕາມທາງເຟສບຸກສ່ວນຕົວ Daomixay Pcst ແລະ ທາງເພຈກອງປະກວດ MISS GRAND LAOS ມີສແກຣນລາວ.
ຮູບ: MISS GRAND LAOS