ພ້ອມບິນລັດຟ້າ ສູ່ຈັກກະວານແລ້ວມື້ນີ້ ເຈນນີ້ ຕົ້ນຄຳ Miss Universe Laos 2021

998

ພ້ອມບິນສູ່ຈັກກະວານແລ້ວ ສໍາລັບ  Miss Universe Laos 2021 ມາຮ່ວມກັນສົ່ງກຳລັງໃຈໃຫ້ຕົວແທນສາຍສະພາຍລາວຄົນນີ້ ໃຫ້ໄປເຮັດໜ້າທີ່ຕົວແທນປະເທດລາວຢ່າງເຕັມທີ່ໃນເວທີສາກົນກັນເດີ້ທຸກຄົນ.

ການໄປປະກວດຄັ້ງນີ້ ນອກຈາກໄປເຮັດໜ້າທີ່ແທນສາວງາມຈາກເມືອງລາວແລ້ວ ຍັງເປັນການກ້າວເດີນຕາມຄວາມຝັນ ເພື່ອນຳເອົາຄວາມເປັນລາວໄປເຜີຍແຜ່ໃນເວທີລະດັບໂລກ ເພື່ອເປັນການສ້າງຊື່ສຽງໃຫ້ກັບປະເທດຊາດຂອງພວກເຮົາ ເຊິ່ງມື້ນີ້ 26 ພະຈິກ 2021 ເປັນມື້ກຳນົດອອກເດີນທາງຂອງສາວ ເຈນນີ້ ຕົ້ນຄຳ ພົນຈັນເຮືອງ  Miss Universe Laos 2021 ທີ່ສະຫນາມບິນສາກົນວັດໄຕ ເວລາ 19:30ໂມງ ພ້ອມບິນລັດຟ້າໄປສູ່ຈັກກະວານ ທີ່ປະເທດ ອິດສະລາເອວ.

ເຈນນີ້ ຕົ້ນຄໍາ ພົນຈັນເຮືອງ ຜູ້ເປັນເຈົ້າຂອງມົງກຸດຄົນທີ 5 ຂອງເວທີນາງງາມຈັກກະວານລາວ ແລະ ສໍາລັບ Miss Universe Laos 2021 ຄົນຫຼ້າສຸດນີ້ ມີດີກຣີກໍບໍ່ທໍາມະດາເລີຍ ເຄີຍເປັນເຈົ້າຂອງມົງກຸດອັນຊົງຄຸນຄ່າ ຈາກເວທີ Miss World Laos 2017ມາແລ້ວ ແລະ ໃນຕອນນັ້ນທີ່ເຈນນີ້ໄດ້ເປັນຕົວແທນຂອງລາວໃນເວທີສາກົນກໍ່ເຮັດຜົນງານໄດ້ດີສົມຄວນ ແລະ ນີ້ຄືມົງທີ 2 ຂອງສາວຄົນນີ້ ເປັນອີກຫນຶ່ງຄົນທີ່ແຟນໆເຊຍມາໂດຍຕະຫລອດ ເພາະເປັນຜູ້ທີ່ມີໄຫວພິບ ແລະ ຕອບຄຳຖາມດີ, ຄ່ອງແຄ່ວ, ຄວາມສາມາດຮອບດ້ານ ສົມແລ້ວທີ່ຈະກ້າວໄປຈັກກະວານໃນເວທີສາກົນ.

ສາວເຈນນີ້ແມ່ນ ເປັນລູກຊອດລາວ-ຫວຽດນາມ ແລະ ເກີດຢູ່ໃນຄອບຄົວແມ່ຄ້າ ເພາະແມ່ເປັນແມ່ຄ້າໃນຕະຫລາດມີອ້າຍເອື້ອຍນ້ອງດ້ວຍກັນ 3ຄົນ ເຈນນີ້ເປັນຄົນທີ3 ແລະ ເຈນນີ້ກໍໄດ້ຖືກປູກຝັງໃຫ້ມີຄວາມອົດທົ         ນ ແລະ ປູກຝັງເລື່ອງການຫາເງິນມາຕັ້ງແຕ່ນ້ອຍໆ.

ປັດຈຸບັນ ເຈນນີ້ ຕົ້ນຄຳ ພົນຈັນເຮືອງ ອາຍຸ 26ປີ, ສ່ວນສູງ 176cm, ນ້ຳຫນັກ 55kg, ສັດສ່ວນ 33-26-35 ,ລະດັບການສຶກສາ ປະລິນຍາຕີ ທີ່ວິທະຍາໄລນາໆຊາດ ທີ່ສຳຄັນ ສາວງາມຄົນນີ້ບໍ່ໄດ້ມີດີງາມທີ່ໜ້າຕາເທົ່ານັ້ນ ແຕ່ພຽບພ້ອມດ້ວຍຄວາມສາມາດ ແລະ ຍັງເປັນ CEO Of Tonkham Modeling Agency ແລະ 2017 The 1st Miss Word Laos. ມີຜົນງານໃນວົງການບັນເທີງຫລາຍຢ່າງເລີຍບໍ່ວ່າຈະເປັນນາງແບບ, MC, ພຣີເຊັນເຕີ, ຖ່າຍແບບ, ຖ່າຍໂຄສະນາ ແລະ ເປັນຜູ້ຫນຶ່ງທີ່ພັກດັນນ້ອງໆໃນສັງກັດໃຫ້ກ້າວເຂົ້າສູ່ວົງການບັນເທີງຢ່າງມີປະສິດທິພາບ.

ວິໄສທັດຂອງ Miss Universe Laos ຄົນລ່າສຸດແມ່ນ “ ຢ່າຢ້ານທີ່ຈະລົງມືເຮັດ ເພາະບໍ່ມີໃຜ ທີ່ເກີດມາແລ້ວສົມບູນແບບໄປທຸກຢ່າງ ແລະ ບໍ່ມີໃຜເກີດມາພ້ອມໄປຫມົດທຸກຢ່າງ ຈົ່ງເຊື່ອຫມັ້ນໃນໂຕເອງໃຫ້ຫລາຍທີ່ສຸດ”.

ຄວາມຝັນຂອງສາວງາມ ເຈນນີ້ ຕົ້ນຄຳ ພົນຈັນເຮືອງ ຄົນນີ້ເປົ້າຫມາຍສູງສຸດແມ່ນ ຢາກສ້າງມູນນິທິຊ່ວຍເຫລືອຜູ້ສູງອາຍຸ ແລະ ຄົນທຸກຍາກຢູ່ໃນລາວ.

ຈາກເສັ້ນທາງຊີວິດຂອງສາວງາມຄົນນີ້ທີ່ບໍ່ໄດ້ໂຮຍດ້ວຍກີບກຸຫລາບ ແຕ່ຕ້ອງບືນຕົວ ແລະ ອົດທົນຜ່າຟັນຈົນເຮັດຕາມຄວາມຝັນໄດ້ສໍາເລັດ ແລະ ນີ້ຄືນາງງາມຈັກກະວານລາວທີ່ຈະໄປເປັ່ງປະກາຍ ໃນເວທີຈັກກະວານທີ່ປະເທດອິດສະລະເອວໃນໄວໆນີ້ ຝາກທຸກຄົນຊ່ວຍເຊຍ ແລະ ເປັນກໍາລັງໃຈໃຫ້ການສະຫນັບສະຫນູນ ຕົວແທນຂອງສາວງາມລາວຄົນນີ້ໃນເວທີແຫ່ງຈັກກະວານຕໍ່ໄປດ້ວຍໃນຕິດຕາມຜົນງານ ແລະ ການເຄື່ອນໄຫວຕ່າງໆໄດ້ຜ່ານທາງເຟສບຸກສ່ວນຕົວ Tonkham Phonchanheuang ແລະ ເພຈ Miss Universe Laos 2021.

 

ຮູບ: Miss Universe Laos