ສະຫະລັດ ສັ່ງຊື້ຢາແພັກໂລວິດ ຈາກຟາຍເຊີ 10 ລ້ານຊຸດ

630

ສຳ​ນັກ​ຂ່າວ​ຕ່າງປະເທດລາຍ​ງານ​ວ່າ ບໍ​ລິ​ສັດ ຟາຍ​ເຊີ (Pfizer) ຜູ້​ຜະ​ລິດ​ຢາ​ລາຍ​ໃຫຍ່​ຂອງ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ​ໄດ້​ລົງ​ນາມ​ກັບ​ລັດ​ຖະ​ບານ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ວ່າຈະ​ສົ່ງ​ມອບ​ຢາ​ແພັກ​ໂລ​ວິດ ເຊິ່ງ​ເປັນ​ຢາ​ປິ່ນ​ປົວ​ພະ​ຍາດ​ໂຄວິດ-19 ຈຳ​ນວນ 10 ລ້ານ​ຄອ​ສ (ຊຸດ) ໃນ​ມູນ​ຄ່າ 5.270 ລ້ານ​ໂດ​ລາ​ສະ​ຫະ​ລັດ ໃຫ້​ແກ່​ລັດ​ຖະ​ບານ​ອາ​ເມ​ຣິ​​ກາ ໂດຍ​ຈະ​ສົ່ງ​ມອບ​ຢາ​ໃນ​ທ້າຍ​ປີ​ນີ້.

ກ່ອນ​ໜ້າ​ນີ້ ຟາຍ​ເຊີ​ໄດ້​ຍື່ນ​ເລື່ອງ​ຂໍ​ອະ​ນຸ​ມັດ​ນຳ​ໃຊ້​ຢາ​ດັ່ງ​ກ່າວ​ໃນ​ສະ​ຫະ​ລັດ​ກັບ ສຳ​ນັກ​ງານ​ອາ​ຫານ ແລະ ຢາ​ຂອງ​ສະ​ຫະ​ລັດ​ແລ້ວ ແຕ່​ຍັງ​ຢູ່​ໃນ​ຂັ້ນ​ຕອນ​ການ​ພິ​ຈາ​ລະ​ນາ, ພ້ອມ​ລະ​ບຸ​ວ່າ ຈະ​ສາ​ມາດ​ຜະ​ລິດ​ຢາ​ດັ່ງ​ກ່າວ​ໄດ້​ປະ​ມານ 180.000 ຊຸດ​ພາຍ​ໃນ​ທ້າຍ​ປີ​ນີ້ ແລະ ເພີ່ມ​ເປັນ 20 ລ້ານ​ຊຸດ​ໃນ​ປີ​ໜ້າ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ແລະ ບໍ​ລິ​ການ​ຂອງ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ​ເປີດ​ເຜີຍ​ວ່າ ເມື່ອ​ມີ​ຢາ​ປິ່ນ​ປົວ​ພະ​ຍາດ​ໂຄວິດ-19 ຊະ​ນິດ​ເມັດ​ເຊິ່ງ​ສາ​ມາດ​ຮັບ​ປະ​ທານ (ກິນ) ຢາ​ເອງ​ຢູ່​ເຮືອນ​ໄດ້ ຈະ​ເຮັດ​ໃຫ້​ພວກ​ເຮົາ​ສາ​ມາດ​ຈຳ​ກັດ​ການ​ລະ​ບາດ​ໄດ້​ໄວ​ຂຶ້ນ ໂດຍ​ການມອບ​ຢາ ແລະ ອຸ​ປະ​ກອນ​ການ​ແພດ​ໃຫ້​ປະ​ຊາ​ຊົນ​ຜູ້​ຕິດ​ເຊື້ອ​ທີ່​ບໍ່​ມີ​ອາ​ການ​ຮຸນ​ແຮງ ເພື່ອ​ປິ່ນ​ປົວ​ເອງ.

ທັງ​ນີ້ ການ​ທົດ​ລອງ​ທາງ​ຄ​ລີ​ນິກ​ໄລ​ຍະ​ສຸດ​ທ້າຍ​ຂອງ​ຢາ​ແພັກ​ໂລ​ວິດ ພົບ​ວ່າ ມີ​ປະ​ສິດ​ທິ​ພາບ​ໃນ​ການຫຼຸດ​ຄວາມ​ຮຸນ​ແຮງ ແລະ ຫຼຸດ​ອັດ​ຕາ​ການ​ເສຍ​ຊີ​ວິດ​ລົງ​ໄດ້​ເຖິງ 89%.