ລະວັງ ໄຂ້ຫວັດສັດປີກລະບາດ ອາດຊ້ຳເຕີມໂຄວິດ

799

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ​ລາຍ​ງານ​ວ່າ ສະ​ຖາ​ນະ​ການ​ ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດໄຂ້​ຫວັດ​ສັດ​ປີກ​ກຳ​ລັງ​ແຜ່​ລາມ​ໄປ​ທົ່ວ​ທັງ​ອາ​ຊີ ແລະ ເອີ​ຣົບ ເຊິ່ງ​ອາດ​ຈະ​ເປັນ​ການ​ຊ້ຳ​ເຕີມ​ເຮັດ​ໃຫ້​ໂລກ​ມະ​ນຸດ​ ເຊິ່ງ​ກຳ​ລັງ​ປະ​ເຊີນ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢ່າງ​ຮຸນ​ແຮງ​ຢູ່​ແລ້ວ ຊ້ຳ​ພັດ​ຍັງ​ກຳ​ລັງ​ຈະ​ປະ​ເຊີນ​ກັບ​ການ​ແຜ່​ລະ​ບາດ​ຂອງ​ໄຂ້​ຫວັດ​ສັດ​ປີກ​ຕື່ມອີກ.

ຫຼ້າ​ສຸດ ເມື່ອ​ວັນ​ທີ 16 ພະ​ຈິກ​ຜ່ານ​ມາ ອົງ​ການ​ໂຣກ​ລະ​ບາດ​​ສັດ​ໂລກ (OIE) ໄດ້​ຮັ​ບ​ລາຍ​ງານ​ວ່າ ​ຂະ​ນະ​ນີ້ ພະ​ຍາດ​ໄຂ້​ຫວັດ​ສັດ​ປີກ ກຳ​ລັງ​ແຜ່​ລາມ​ໄປ​ທົ່ວ​ທະ​ວີບ​ອາ​ຊີ ແລະ ເອີ​ຣົບ.

ລາຍ​ງານ​ລະ​ບຸ​ວ່າ: ໄຂ້​ຫວັດ​ສັດ​ປີກ​ໄດ້​ລະ​ບາດ​ໃນ​ຟາມ​ແຫ່ງ​ໜຶ່ງ​ໃນ​ແຂວງ​ຊຸງ​ຊ໊ອງ​ເໜືອ ຂອງ​ສາ​ທາ​ລະ​ນະ​ລັດ​ເກົາຫຼີ ເຮັດ​ໃຫ້​ທາງ​ການ​ຕ້ອງ​ກຳ​ຈັດ​ສັດ​ປີກຫຼາຍກວ່າ 77 ພັນ​ໂຕ, ຂະ​ນະ​ທີ່​ໃນ​ຍີ່​ປຸ່ນ​ພົບ​ການ​ລະ​ບາດ​ຂອງ​ສາຍ​ພັນ H5N8 ເຊິ່ງ​ພົບ​ການ​ລະ​ບາດ​ເປັນ​ຮອບ​ທີ 3 ຂອງ​ປີ​ນີ້, ນອກ​ຈາກ​ນີ້ ​ຍັງ​ພົບ​ການ​ລະ​ບາດ​ໃນຈີນ ເຊິ່ງ​ທາງ​ການ​ຈີນ​ໄດ້​ຕິດ​ຕາມ​ຢ່າງ​ໃກ້​ຊິດ.

ນອກ​ຈາກ​ນີ້ ໃນ​ອິນ​ເດຍ, ຫວຽດ​ນາມ, ກຳ​ປູ​ເຈຍ      ກໍ​ໄດ້​ກວດ​ພົບ​ໄຂ້​ຫວັດ​ສັດ​ປີກ​ສາຍ​ພັນ H5N1, H5N6 ແລະ H5N8 ແລ້ວ, ສ່ວນ​ຢູ່​ທະ​ວີບ​ເອີ​ຣົບ​ກໍ​ມີຫຼາຍ​ປະ​ເທດ​ທີ່​ພົບ​ການ​ລະ​ບາດ​ຂອງ​​ພະ​ຍາດໄຂ້​ຫວັດ​ສັດ​ປີກ.