ມູນຄ່າເສດຖະກິດດິຈິຕອນ ອາຊຽນ ຂະຫຍາຍຕົວກ້າວກະໂດດ

526

ມູນ​ຄ່າເສດ​ຖະ​ກິດ​ດິ​ຈິ​ຕອນ​ອາ​ຊຽນ​ ໄດ້​ຮັບ​ປັດ​ໄຈ​ບວກ​ຈາກ​ການ​ທີ່​ມີ​​ຜູ້ໃຊ້​ອິນ​ເຕີ​ເນັດ​ເພີ່ມ​ຂຶ້ນ​ໃນ​ຊ່ວງ​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຕະຫຼອດ​ຮອດ​ການ​ເພີ່ມ​ຂຶ້ນ​ຂອງ​ບໍ​ລິ​ສັດ​ສະ​ຕາດ​ອັບ (Startup) ເພີ່ມ​ຂຶ້ນ ສົ່ງ​ຜົນ​ໃຫ້​ເສດ​ຖະ​ກິດ​ດິ​ຈິ​ຕອນ​ໃນ​ພູ​ມີ​ພາກ​ນີ້​ຄາດ​ວ່າ ຈະ​ມີ​ມູນ​ຄ່າ​ສູງ​ເຖິງ 363 ຕື້​ໂດ​ລາ​ສະ​ຫະ​ລັດ​ໃນ​ປີ 2025 ແລະ ມີ​ໂອ​ກາດ​ຈຸ 1.000 ຕື້​ໂດ​ລາ​ໃນ​ປີ 2030.

ທັງ​ນີ້ ຜົນ​ການ​ສຳຫຼວດ​ຂອງ ກູ​ເກີ້​ລ ແລະ ບໍ​ລິ​ສັດ​ເທ​ມາ​ເຊັກ ຂອງ​ສິງ​ກະ​ໂປ ພົບ​ວ່າ ໃນ​ອາ​ຊຽນ​ມີ​ຜູ້​ນຳ​ໃຊ້​ອິນ​ເຕີ​ເນັດ​ລາຍ​ໃໝ່​ເພີ່ມ​ຂຶ້ນ 40 ລ້ານ​ຄົນ​ໃນ​ປີນີ້ ສົ່ງ​ຜົນ​ໃຫ້​ຍອດ​ລວມ​ຜູ້​ທີ່​ເຂົ້າ​ເຖິງ​ອິນ​ເຕີ​ເນັດ​ໃນ​ອາ​ຊຽນ​ເພີ່ມ​ເປັນ 350 ລ້ານ​ຄົນ​ໃນ​ປັດ​ຈຸ​ບັນ ກວມ​ເອົາ 75% ຂອງ​ຈຳ​ນວນ​ປະ​ຊາ​ກອນ​ທັງ​ໝົດ ແລະ 8 ໃນ 10 ລາຍ ເຄີຍ​ສັ່ງຊື້​ສິນ​ຄ້າ​ທາງ​ອອນ​ລາຍ​ຢ່າງ​ໜ້ອຍ 1 ຄັ້ງ.

ຮອງ​ປະ​ທານ ບໍ​ລິ​ສັດ​ກູ​ເກີ້​ລ ປະ​ຈຳ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ກ່າວ​ວ່າ: ກ່ອນ​ເກີດ​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ເມືອງ​ໃຫຍ່​ໃນ​ພູ​ມີ​ພາກ​ນີ້ ເປັນ​ພື້ນ​ທີ່​ທີ່​ມີ​ການ​ເຂົ້າ​ເຖິງ​ອິນ​ເຕີ​ເນັດ​ສູງ​ທີ່​ສຸດ ແຕ່ຫຼັງ​ຈາກ​ການ​ລະ​ບາດ, ຜູ້​ໃຊ້​ອິນ​ເຕີ​ເນັດ​ຢູ່ນອກ​ເມືອງ​ໃຫຍ່ ແລະ ເຂດ​ຊົນ​ນະ​ບົດ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ຈົນ​ກາຍ​ເປັນ​ກຸ່ມ​ໃຫຍ່​​ໃນ​ປີ 2020 ແລະ ເພີ່ມ​ຂຶ້ນ​ຕໍ່​ເນື່ອງ​ໃນ​ຂະ​ນະ​ນີ້ ໂດຍ​ເລີ່ມ​ແນມ​ບໍ່​ເຫັນ​ຄວາມ​ແຕກ​ຕ່າງ​ລະ​ຫວ່າງ​ໃນ​ເມືອງ​ກັບ​ຊົນ​ນະ​ບົດ, ສົ່ງ​ຜົນ​ໃຫ້​ມູນ​ຄ່າ​ຂອງ​ເສດ​ຖະ​ກິດ​ດິ​ຈິ​ຕອນ​ໃນ​ອາ​ຊຽນ​ຢູ່​ທີ່ 174 ຕື້​ໂດ​ລາ​ສະ​ຫະ​ລັດ​ໃນ​ປີ​ນີ້, ເພີ່ມ​ຂຶ້ນ 49% ຈາກ​ປີ 2020 ທີ່​ມີ​ມູນ​ຄ່າ 117 ຕື້​ໂດ​ລາ.

ໃນ​ຂະ​ນະ​ທີ່​ສະ​ຕາດ​ອັບ​ດ້ານ​ເຕັກ​ໂນ​ໂລ​ຊີ​ກໍ​ເພີ່ມ​ຂຶ້ນ​ສູງ​ເຊັ່ນ​ດຽວ​ກັນ ໂດຍ​ມູນ​ຄ່າ​ຂໍ້​ຕົກ​ລົງ​ທາງ​ທຸ​ລະ​ກິດ​ດ້ານ​ເຕັກ​ໂນ​ໂລ​ຊີ ໃນ 6 ເດືອນ​ທຳ​ອິດ​ຂອງ​ປີ​ນີ້​ຢູ່​ທີ່ 11.500 ລ້ານ​ໂດ​ລາ ເພີ່ມ​ຂຶ້ນ 65% ເມື່ອ​ທຽບ​ກັບ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ, ທັງ​ໝົດ​ນີ້ ຈຶ່ງ​ເປັນ​ສັນ​ຍານ​ການ​ຂະ​ຫຍາຍ​ຕົວ​ຢ່າງ​ກ້າວ​ກະ​ໂດດ​ຂອງ​​ມູນ​ຄ່າເສດ​ຖະ​ກິ​ດິ​ຈິ​ຕອນ​ໃນ​ອາ​ຊຽນ​ໃນ​ຊຸມ​ປີ​ຕໍ່​ໜ້າ.