ສະພາແຫ່ງຊາດວາງແຜນປີ 2022 ຈະສ້າງ ແລະ ປັບປຸງກົດໝາຍ 30 ສະບັບ

373

ການຈັດຕັ້ງປະຕິບັດວຽກງານປີ 2021 ຂອງຄະນະປະຈຳສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດ ສາມາດສ້າງ ແລະ ປັບປຸງກົດໝາຍໄດ້ 13 ສະບັບ ພ້ອມວາງແຜນປີ 2022 ໃຫ້ໄດ້ຈຳນວນ 30 ສະບັບ.

ທ່ານ ນາງ ສຸນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ກ່າວໃນຕໍ່ພິທີຖະແຫຼງຂ່າວ ຜົນສຳເລັດການພິຈາລະນາວຽກງານຂອງສະພາແຫ່ງຊາດ ຂອງກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນວາລະການພິຈາລະນາຮັບຮອງເອົາ ບົດລາຍງານການເຄື່ອນໄຫວຽກງານ ປະຈໍາປີ 2021 ແລະ ແຜນການ ປະຈໍາປີ 2022 ຂອງສະພາແຫ່ງຊາດ ເຊິ່ງດໍາເນີນໃນຕອນບ່າຍຂອງວັນທີ 8 ຮອດຕອນບ່າຍ ວັນທີ 9 ພະຈິກ 2021 ເຊິ່ງໄດ້ຮັບຜົນສໍາເລັດຕາມແຜນການທີ່ວາງໄວ້ ໂດຍສັງລວມວຽກງານພົ້ນເດັ່ນດັ່ງນີ້:

ການເຄື່ອນໄຫວວຽກງານ ປະຈໍາປີ 2021: ເຖິງມີຜົນກະທົບຈາກການລະບາດຂອງພະຍາດໂກວິດ-19, ແຕ່ດ້ວຍຄວາມພະຍາຍາມຂອງ ຄະນະປະຈຳສະພາແຫ່ງຊາດ ແລະ ການນຳຂອງ ຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ ແລະ ສະພາປະຊາຊົນຂັ້ນແຂວງ ເຮັດໃຫ້ໄດ້ມີຜົນສໍາເລັດທີ່ພົ້ນເດັ່ນຫຼາຍດ້ານເຊັ່ນ: ການຈັດຕັ້ງປະຕິບັດພາລະບົດບາດດ້ານນິຕິບັນຍັດ ສາມາດສ້າງ ແລະ ປັບປປຸງກົດໝາຍໄດ້ 13 ສະບັບ; ຈັດຕັ້ງການສະເຫຼີມສະຫຼອງວັນລັດຖະທໍາມະນູນແຫ່ງຊາດ ຄົບຮອບ 30 ປີ ໄດ້ດໍາເນີນໄປຢ່າງຄຶກຄື້ນ; ການຈັດຕັ້ງປະຕິບັດພາລະບົດບາດ ດ້ານຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ ໄດ້ດໍາເນີນກອງປະຊຸມສະພາແຫ່ງຊາດ ປະຈໍາປີ 2021 ຕາມກົດໝາຍກໍານົດ.

ອັນພົ້ນເດັ່ນ ແມ່ນສະພາແຫ່ງຊາດ ຊຸດທີ IX, ດໍາເນີນກອງປະຊຸມ ສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ເພື່ອພິຈາລະນາຮັບຮອງເອົາວາລະແຫ່ງຊາດ 2 ສະບັບ ຊຶ່ງເປັນບັນຫາສໍາຄັນພື້ນຖານຂອງປະເທດຊາດ ທີ່ມີຄວາມເຄັ່ງຮ້ອນ ແລະ ຮີບດ່ວນ; ນັ້ນຄືການແກ້ໄຂບັນຫາຄວາມຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ.

ການປະຕິບັດພາລະບົດບາດດ້ານການຕິດຕາມກວດກາ, ເຖິງການລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ການເຄື່ອນໄຫວຕິດຕາມກວດກາ ກໍຕາມ ແຕ່ໃນປີ 2021 ນີ້ ສະພາແຫ່ງຊາດ ຊຸດທີ IX ເຄື່ອນໄຫວຕິດຕາມກວດກາໂດຍຜ່ານການດໍາເນີນກອງປະຊຸມຮ່ວມ ລະຫວ່າງ ຄະນະປະຈໍາສະພາແຫ່ງຊາດ ກັບພາກສ່ວນຕ່າງໆ ເພື່ອຮັບຟັງການລາຍງານກ່ຽວກັບບັນຫາທີ່ພົ້ນເດັ່ນ ແລະ ສັງຄົມມີຄວາມສົນໃຈ. ພ້ອມດຽວກັນນິ້, ຍັງໄດ້ດໍາເນີນກອງປະຊຸມຮ່ວມກັບ ລັດຖະບານ; ຮ່ວມກັບ ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ; ກອງປະຊຸມຮ່ວມກັບ ສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ; ສູນກາງແນວລາວສ້າງຊາດ ແລະ ອົງການ ຈັດຕັ້ງມະຫາຊົນຂັ້ນສູນກາງ.

ທ່ານ ນາງ ສຸນທອນ ໄຊຍະຈັກ ກ່າວວ່າ: ສຳລັບແຜນການເຄື່ອນໄຫວວຽກງານ ປະຈໍາປີ 2022 ເປັນປີທີ 2 ຂອງການເຄື່ອນໄຫວວຽກງານຂອງ ສະພາແຫ່ງຊາດ ຊຸດທີ IX ຊຶ່ງສະພາ ຈະຕ້ອງໄດ້ບຸກທະລຸຢ່າງຮອບດ້ານ ແນໃສ່ສ້າງການຫັນປ່ຽນທີ່ແຂງແຮງ ໃນການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ເຂົ້າໃນການເຄື່ອນໄຫວຂອງສະພາແຫ່ງຊາດ ຊຶ່ງໄດ້ວາງແຜນການ ດັ່ງນີ້:
ດ້ານນິຕິບັນຍັດ ໃນປີ 2022 ໄດ້ວາງແຜນການສ້າງ ແລະ ປັບປຸງກົດໝາຍ ຈໍານວນ 30 ສະບັບ, ໃນນີ້ ມີກົດໝາຍສ້າງໃໝ່ 12 ສະບັບ ແລະ ກົດໝາຍປັບປຸງ 18 ສະບັບ, ຖືວ່າເປັນການວາງແຜນທີ່ຈະຕ້ອງໄດ້ບຸກບືນສົມຄວນ ຈຶ່່ງຈະບັນລຸຕາມແຜນການໄດ້.