ສາທາ ມີແຜນສັກວັກຊິນກະຕຸ້ນຕື່ມ 1 ໂດສ ພ້ອມນຳໃຊ້ຢາພື້ນເມືອງເຂົ້າປິ່ນປົວຜູ້ຕິດເຊື້ອໂຄວິດ-19

430

ທ່ານລັດຖະມົນຕີກະຊວງສາທາລະນະສຸກ ເຜີຍວ່າ ປີ 2022 ທີ່ຈະມາເຖິງນີ້ມີແຜນຂະຫຍາຍການສັກວັກຊິນໃຫ້ກຸ່ມເປົ້າໝາຍ ອາຍຸ 9-11 ປີ ແລະ 12-17 ປີ ສັກກະຕຸ້ນຕື່ມ 1 ໂດສ ແລະ 18 ປີຂຶ້ນໄປສັກກະຕຸ້ນ 1 ໂດສ ລວມປະມານ 6 ລ້ານກວ່າຄົນ ເຊິ່ງມີຄວາມຕ້ອງການວັກຊິນປະມານ 7,3 ລ້ານກວ່າໂດສ. ພ້ອມທັງສົ່ງເສີມການຄົ້ນຄວ້າຢາພື້ນເມືອງ 3 ຊະນິດ ເຂົ້າໃນການປ້ອງກັນ ແລະ ປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19.

ໃນເວລະກອງປະຊຸມໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 4 ພະຈິກ 2021 ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຊີ້ແຈງຕໍ່ຂໍ້ຊັກຖາມຂອງສະພາແຫ່ງຊາດ ແລະ ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ກ່ຽວກັບມາດຕະການສັກວັກຊິນ ແລະ ການຄວບຄຸມພະຍາດໂຄວິດ-19 ບໍ່ໃຫ້ແຜ່ລະບາດເປັນວົງກວ້າງ ລວມເຖິງການນຳໃຊ້ຢາພື້ນເມືອງເຂົ້າໃນການປິ່ນປົວ.

ທ່ານລັດຖະມົນຕີກ່າວຕໍ່ກອງປະຊຸມວ່າ: ສຳລັບວິທີຈັດຕັ້ງປະຕິບັດໃຫ້ບໍລິການສັກວັກຊິນໃຫ້ແກ່ປະຊາຊົນແມ່ນ ແບບຕະລຸມບອນ ທັງຈຸດຄົງທີ່ ແລະ ເຄື່ອນທີ່ ໃນນັ້ນ ໂຮງໝໍສູນກາງ 8 ແຫ່ງ, ໂຮງໝໍແຂວງ 18 ແຫ່ງ, ໂຮງໝໍເມືອງ 148 ແຫ່ງ ແລະ ຈັດຕັ້ງທີມເຄື່ອນທີ່ໂຮງໝໍສູນກາງ ແລະ ແຂວງ 49 ທີມ, ແຕ່ລະທີມມີແພດໝໍ 5 ຄົນ, ທີມເຄື່ອນທີ່ເມືອງ ແລະ ສຸກສາລາມີ 1.223 ທີມ ໃຊ້ບຸກຄະລາກອນ ຈຳນວນ 6.360 ຄົນ ໃຫ້ບໍລິການໄລຍະເວລາຈັດຕັ້ງປະຕິບັດ 90 ວັນ ສະເລ່ຍ 50.919 ຄົນ/ວັນ.

ໃນທົ່ວປະເທດ; ອົງການປົກຄອງບ້ານ, ອົງການຈັດຕັ້ງມະຫາຊົນ, ແນວໂຮມຂັ້ນບ້ານ ແລະ ເມືອງ ເປັນເຈົ້າການເກັບກຳລົງທະບຽນກຸ່ມເປົ້າໝາຍ ແລະ ໂຄສະນາໃຫ້ຂໍ້ມູນຂ່າວສານຕ່າງໆ ກ່ຽວກັບວັກຊິນປ້ອງກັນໂຄວິດ-19 ດ້ວຍຫຼາຍຮູບແບບ, ຫຼາຍຊ່ອງທາງ ເຊັ່ນປະກາດຜ່ານໂທລະໂຄ່ງເພື່ອໃຫ້ເປົ້າໝາຍທີ່ຍັງບໍ່ໄດ້ຮັບວັກຊິນຮັບຮູ້ ແລະ ມາສັກຕາມການກໍານົດເວລາ; ໜ່ວຍເຄື່ອນທີ່ອອກໄປຫາບ້ານຫ່າງໄກສອກຫຼີກບ່ອນທີ່ເຂົ້າເຖິງຍາກ, ບ້ານທີ່ມີການລະບາດ (ບ້ານແດງ), ສັກໃຫ້ທຸກຄົນທີ່ຍັງບໍ່ທັນໄດ້ສັກ, ຂຶ້ນທຸກເຮືອນທີ່ມີຄົນເຈັບນອນຄາຕຽງ ຫຼື ບໍ່ສາມາດເຄື່ອນຍ້າຍໄດ້, ພິຈາລະນາເອົາບັນດາໂຮງໝໍ ແລະ ຄຣີນິກເອກະຊົນ ເຂົ້າມາມີສ່ວນຮ່ວມ ເພື່ອສະດວກໃຫ້ແກ່ການເຂົ້າເຖິງຂອງກຸ່ມປະຊາກອນ.

ນອກຈາກນີ້, ທ່ານລັດຖະມົນຕີກະຊວງສາທາ ກ່າວຕື່ມວ່າ: ກະຊວງສາທາລະນະສຸກ ຍັງໄດ້ສົ່ງເສີມການຄົ້ນຄວ້າ ຢາພື້ນເມືອງ 3 ຊະນິດ ຄື: ລາຊາບີ, ຜັກຄາວທອງ ແລະ ກະຊາຍຂາວ ເພື່ອສົມທົບກັບຢາຫຼວງ ໃນການປ້ອງກັນ ແລະ ປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ໂດຍສະຖາບັນການແພດ-ການຢາພື້ນເມືອງ ໄດ້ຄົ້ນຄວ້າໃນຫ້ອງທົດລອງກວດຫາສານເຄມີສຳຄັນຂອງພືດແຕ່ລະຊະນິດ ຜົນການກວດພົບສານເຄມີຕົ້ນຕໍຄື: ລາຊາບີ, ຜັກຄາວທອງ ແລະ ກະຊາຍຂາວ.

ຄຸນປະໂຫຍດຂອງພືດ 3 ຊະນິດ ແມ່ນຊ່ວຍສ້າງ, ເພີ່ມພູມຄຸ້ມກັນຂອງຮ່າງກາຍ ແລະ ຊ່ວຍຫຼຸດຜ່ອນອາການໄຂ້, ໄຂ້ຫວັດໃຫຍ່, ໄອ, ເຈັບຄໍ, ເຈັບອາມິດານ, ຊ່ວຍກະຕຸ້ນເຮັດໃຫ້ກິນເຂົ້າແຊບ ໂດຍໄດ້ນຳເອົາຜະລິດຕະພັນທັງ 3 ຊະນິດໄປນຳໃຊ້ ຢູ່ແຂວງສະຫວັນນະເຂດ, ສາລະວັນ, ຈຳປາສັກ ນຳໃຊ້ເພື່ອປິ່ນປົວຜູ້ຕິດເຊື້ອ ໃນສູນກັກບໍລິເວນ ທັງໝົດ 425 ກໍລະນີ, ຜົນການປິ່ນປົວ ກໍລະນີອາການເບົາບາງ ແລະ ປານກາງ ໃນ 425 ກໍລະນີ ມີອາການດີຂຶ້ນ 86-100% ສຳລັບ ລາຊາບີ ແລະ ຜັກຄາວທອງ, 93-100% ສຳລັບ ກະຊາຍຂາວ ແລະ ສຳລັບນະຄອນຫຼວງວຽງຈັນ 450 ກໍລະນີ ກຳລັງເກັບຂໍ້ມູນຜູ້ໄດ້ຮັບການປິ່ນປົວບໍ່ທັນສຳເລັດ. ຜ່ານການລາຍງານຈາກພະແນກສາທາລະນະແຂວງ ແລະ ນະຄອນຫຼວງວຽງຈັນ ຕາມແບບຟອມ ເຫັນວ່າຜະລິດຕະພັນທັງ 3 ຊະນິດ ມີຄຸນນະພາບ, ມີຄວາມປອດໄພ ແລະ ມີປະສິດທິຜົນ ໃນການປິ່ນປົວ. ພ້ອມດຽວກັນນີ້, ຍັງໄດ້ມີການໂຄສະນາເຜີຍແຜ່ຂໍ້ມູນຜ່ານສື່ມວນຊົນກ່ຽວກັບເພື່ອທັງ 3 ຊະນິດ ເພື່ອໃຫ້ປະາຊົນຮັບຮູ້ຄວາມເປັນມາ.