ໄດ້ຟັງກັນແລ້ວຫຼືຍັງ ເພງ “ຢາກເຂົ້າປະຕູວິວາ” ຂອງ ທີມລູກເຂີຍໃສ່ມອງ ຮ້ອງຮ່ວມນັກຮ້ອງໄທ ເພັດ ສະຫາລັດ ແລະ STS73

1104

ປ່ອຍອອກມາໃຫ້ຟັງ ແລະ ຊົມກັນເປັນທີ່ຮຽບຮ້ອຍ ສໍາລັບເພງໃໝ່ “ຢາກເຂົ້າປະຕູວິວາ” ຂອງ ທີມລູກເຂີຍໃສ່ມອງ ກຸ່ມສິນລະປິນໄວໜຸ່ມດັງ 100 ລ້ານວິວ, ຢ່າງ ປາກເປັນລູກເຂີຍ … ຮ້ອງຮ່ວມກັບສິນລະປິນໄທອີກ 2 ຄົນ

ໄດ້ປ່ອຍຜົນງານເພງດັ່ງກ່າວແລ້ວທາງ ຢູທູບຊ່ອງ SOPHANA Channel ໃນວັນທີ 05 ພະຈິກ 2021 ຜ່ານມານີ້ເອງ ແລະ ຕອນນີ້ຍອດວິວກໍກໍາລັງຂຶ້ນເລື້ອຍໆ

.

ເພງ ຢາກເຂົ້າປະຕູວິວາ ຮ່ວມຮ້ອງໂດຍ SOPHANA x BIGYAI x GX2 Ft เพชร สหรัตน์ x STS73 ປະສານສຽງກັນຢ່າງມ່ວນຊື່ນ ເນື້ອຫາກໍປະມານວ່າຄູ່ຮັກກັນ, ແຕ່ງດອງກັນ,ຮ່ວມຮັກແພງກັນ ໂດຍໄດ້ ໜຸ່ມ ວິນ ພໍ່ຄ້າຄົນຫຼໍ່ ແລະ ສາວ ນ້ອງ ພຸດທະສອນ ນັກສະແດງ

.

ປັນເອັມວີທີ່ຖ່າຍທອດງານປະເພນີ, ງານດອງຂອງລາວ ທີ່ເຮັດໃຫ້ເຫັນວັດທະນະທໍານີ້ແບບເຕັມບວກກັບທຊາມະຊາດທີ່ສວຍງາມ
ໄປຟັງໄດ້ແລ້ວທີ່ SOPHANA Channel

ຈາກ: SOPHANA Channel