ໂອເປັກ ພລັສ ຍັງບໍ່ເພີ່ມກຳລັງການຜະລິດນ້ຳມັນ ບໍ່ສົນຂໍ້ຮຽກຮ້ອງຂອງສະຫະລັດ

375

ສຳ​ນັກ​ຂ່າວ​ຣອຍ​ເຕີ​ລາຍ​ງານ​ວ່າ ໃນ​ກອງ​ປະ​ຊຸມ​ຂອງກຸ່ມ​ຜູ້​ຜະ​ລິດ ແລະ ສົ່ງ​ອອກ​ນ້ຳ​ມັນ (ໂອ​ເປັກ) ແລະ ຊາດ​ພັນ​ທະ​ມິດ (ໂອ​ເປັກ​ ພ​ລັ​ສ) ມີ​ມະ​ຕິ​ເພີ່ມ​ການ​ຜະ​ລິດ​ນ້ຳ​ມັນ 4 ແສນ​ບາ​ເຣ​ລ​ຕໍ່ວັນ​ຄື​ເກົ່າ ໃນ​ເດືອນ​ທັນ​ວາ 2021 ເຖິງ​ແມ່ນ​ວ່າ ສະ​ຫະ​ລັດ​ອາ​ເມ​ຣິ​ກາ​ຈະ​ຮຽກ​ຮ້ອງ​ໃຫ້​ກຸ່ມ​ເພີ່ມ​ເພ​ດານ​ການ​ຜະ​ລິດ​ນ້ຳ​ມັນ​ຂຶ້ນ​ອີກ ເພື່ອ​ສະ​ລໍ​ລາ​ຄາ​ນ້ຳ​ມັນ​ໃນ​ຕະຫຼາດ​ໂລກ​ທີ່​ປັບ​ຂຶ້ນ.

ກ່ອນ​ໜ້າ​ນີ້ ຊາ​ອຸ​ດິດ​ອາ​ຣາ​ເບຍ ຜູ້​ຜະ​ລິດ​ນ້ຳ​ມັນ​ອັນ​ດັບ​ໜຶ່ງ​ຂອງ​ໂອ​ເປັກ​ໄດ້​ປະ​ຕິ​ເສດ​ຂໍ້​ຮຽກ​ຮ້ອງ​ໃຫ້​ເພີ່ມ​ກຳ​ລັງ​ການ​ຜະ​ລິດ​ນ້ຳ​ມັນ ຈາກ​ໂອ​ເປັກ ພ​ລັ​ສ ໂດຍ​ໃຫ້​ເຫດ​ຜົນ​ເລື່ອງ​ບັນ​ຫາ​ເສດ​ຖະ​ກິດ, ໃນ​ຂະ​ນະ​ທີ່ ໂອ​ເປັກ​ພ​ລັ​ສ ກ່າວ​ຫາ​ສ​ະ​ຫະ​ລັດ​ວ່າ ສະ​ຫະ​ລັດ​ກໍ​ມີ​ຄ​​ວາມ​ສາ​ມາດ​ເພີ່ມ​ກຳ​ລັງ​ການ​ຜະ​ລິດ​ຂອງ​ຕົນ​ເອງ​ຂຶ້ນ ຫາກ​ຢາກ​ຊ່ວຍ​ເຫຼືອ​ການ​ຟື້ນ​ຕົວ​ຂອງ​ເສດ​ຖະ​ກິດ​ໂລກ​ໃຫ້​ໄວ​ຂຶ້ນ.

ທັງ​ນີ້ ປີ 2021 ລາ​ຄາ​ນ້ຳ​ມັນ​ດິບ​ໃນ​ຕະຫຼາດ​ໂລກ​ໄດ້​ປັບ​ຂຶ້ນ​ສູງ​ສຸດ​ໃນ​ຮອບ 3 ປີ ​ເໜືອ​ລະ​ດັບ 86 ໂດ​ລາ​ສະ​ຫະ​ລັດ/ບາ​ເຣ​ລ, ກຸ່ມ​ໂອ​ເປັກ​ກັງ​ວົນ​ວ່າ ຫາກ​ເລັ່ງ​ເພີ່ມ​ກຳ​ລັງ​ການ​ຜະ​ລິດ​ຂຶ້ນ​ໄວ​ເກີນ​ໄປ ອາດ​ຈະ​ເປັນ​ບັນ​ຫາ​ໃຫ້​ແກ່​ປະ​ເທດ​ຜູ້​ຜະ​ລິດ​ນ້ຳ​ມັນ ຫາກ​ເກີດ​ການ​ລະ​ບາດ​ໃຫຍ່​ຂຶ້ນ​ອີກ​ຄັ້ງ.

ທ່ານ ອາ​ເລັກ​ຊານ​ເດີ ໂນ​ວັກ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຣັດ​ເຊຍ ກ່າວ​ວ່າ: ນັບ​ແຕ່​ເດືອນ​ສິງ​ຫາ​ເປັນ​ຕົ້ນ​ມາ ໂອ​ເປັກ ພ​ລັ​ສ ​ໄດ້​ເພີ່ມ​ກຳ​ລັງ​ການ​ຜະ​ລິດ​ນ້ຳ​ມັນ 2 ລ້ານ​ບາ​ເຣ​ລ​ຕໍ່​ວັນ ເພື່ອ​ສະ​ໜອງ​ໃຫ້​ຕະຫຼາດ​ໂລກ ແລະ ຍັງ​ຈະ​ດຳ​ເນີນ​ຕາມ​ແຜນ​ການ​ເດີມ​ທີ່​ເພີ່ມ​ກຳ​ລັງ​ການ​ຜະ​ລິດ​ຂຶ້ນ 4 ແສນ​ບາ​ເຣ​ລ​ຕໍ່​ວັນ​ໄປ​ຈົນ​ເຖິງ​ທ້າຍ​ປີ​ນີ້ ຫຼື ຕົ້ນ​ປີ​ໜ້າ ໂດຍ​ໃຫ້​ເຫດ​ຜົນ​ວ່າ ມີ​ສັນ​ຍານ​ບົ່ງ​ຊີ້​ວ່າ ຄວາມ​ຕ້ອງ​ການ​ນ້ຳ​ມັນ​ໃນ​ເອີ​ຣົບຫຼຸດ​ລົງ​ໃນ​ເດືອນ​ຕຸ​ລາ​ຜ່ານ​ມາ, ຂະ​ນະ​ທີ່​ຄວາມ​ຕ້ອງ​ການ​ນ້ຳ​ມັນ​ທົ່ວ​ໂລກ​ຍັງ​ປະ​ເຊີນ​ກັບ​ຄວາມ​ກົດ​ດັນ ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ສາຍ​ພັນ​ເດວ​ຕ້າ ນັ້ນ​ຈຶ່ງ​ເປັນ​ເຫດ​ຜົນ​ທີ່​ໂອ​ເປັກ ພ​ລັ​ສ ບໍ່​ຕັດ​ສິນ​ໃຈ​ເພີ່ມ​ກຳ​ລັງ​ການ​ຜະ​ລິດ.

ທັງ​ນີ້ ໃນ​ກອງ​ປະ​ຊຸມ G20 ​ຜ່ານ​ມາ ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ໄດ້​ຮຽກ​ຮ້ອງ​ໃຫ້​ປະ​ເທດ​ຜູ້​ຜະ​ລິດ​ພະ​ລັງ​ງານ​ລາຍ​ໃຫຍ່​ໃນ​ກຸມ G20 ເພີ່ມ​ກຳ​ລັງ​ການ​ຜະ​ລິດ​ນ້ຳ​ມັນ​ຂຶ້ນ ເພື່ອ​ຮັບ​ປະ​ກັນ​ວ່າ ການ​ຟື້ນ​ຟູ​ເສດ​ຖະ​ກິດ​ໂລກ​ຈະ​ແຂງ​ແກ່ນ​ຂຶ້ນ.