ຫວຽດນາມ ກັບມາເດີນເຄື່ອງຜະລິດສະໜອງໃຫ້ໄນກີ້ຢ່າງເຕັມຮູບແບບ

352

ທາງ​ການ​ຫວຽດ​ນາມ​ເປີດ​ເຜີຍ​ເມື່ອ​ວັນ​ທີ 3 ພະ​ຈິກ​ຜ່ານ​ມາ​ວ່າ ໂຮງ​ງານ​ຄູ່​ສັນ​ຍາ​ປະ​ມານ 200 ແຫ່ງ​ທົ່ວ​ປະ​ເທດ​ທີ່​ຜະ​ລິດ​ສິນ​ຄ້າ​ສະ​ໜອງ​ໃຫ້​ບໍ​ລິ​ສັດ​ໄນ​ກີ້ ຜູ້​ຜະ​ລິດ​ເຄື່ອງ​ກິ​ລາ​ລາຍ​ໃຫຍ່​ຂອງ​ອາ​ເມ​ຣິ​ກາ ໄດ້​ກັບ​ມາ​ເດີນ​ເຄື່ອງ​ດຳ​ເນີນ​ການ​ຜະ​ລິດ​ຢ່າງ​ເຕັມ​ຮູບ​ແບບ​ແລ້ວ, ຫຼັງ​ຈາກ​ທີ່​ຖືກ​ປິດ​ດຳ​ເນີນ​ກິດ​ຈະ​ການ​ຊົ່ວ​ຄາວ ຈາກ​ມາດ​ຕະ​ການ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຂອງ​ລັດ​ຖະ​ບານ ໂດຍ​ຄວາມ​ເຄື່ອນ​ໄຫວ​ດັ່ງ​ກ່າວ ເປັນ​ສ່ວນ​ໜຶ່ງ​ຂອງ​ຄວາມ​ພະ​ຍາ​ຍາມ​ໃນ​ການ​ຟື້ນ​ຟູ​ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ ທີ່​ເປັນ​ໝາກ​ຫົວ​ໃຈ​ສຳ​ຄັນ​ໃນ​ການ​ຂັບ​ເຄື່ອນ​ເສດ​ຖະ​ກິດ​ຂອງ​ຫວຽດ​ນາມ​ໃຫ້​ກັບ​ຄືນ​ມາ.

ຖະ​ແຫຼງ​ການ​ຂອງ​ລັດ​ຖະ​ບານ​ຫວຽດ​ນາມ​ລະ​ບຸ​ວ່າ: ບໍ​ລິ​ສັດ​ໄນ​ກີ້ ຍັງ​ຂະ​ຫຍາຍ​ການ​ລົງ​ທຶນ ແລະ ການ​ຜະ​ລິດ​ໃນ​ຫວຽດ​ນາມ​ອີກ​ຕໍ່​ໄປ, ຫຼັງ​ຈາກ​ທີ່​ທ່ານ ຟາມ ບິ່ງ ຈິ່ງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ​ໄດ້​ພົບ​ປະ​ນອກກອບກັບ​ຜູ້​ບໍ​ລິ​ຫານ​ຂອງ​ໄນ​ກີ້ ໃນ​ກອງ​ປະ​ຊຸມ COP 26 ທີ່​ສະ​ຫະ​ຣາ​ຊະ​ອາ​ນາ​ຈັກ.

ທັງ​ນີ້ ເກືອບ​ເຄິ່ງ​ໜຶ່ງ​ຂອງ​ຜະ​ລິດ​ຕະ​ພັນ​ໄນ​ກີ້ ຜະ​ລິດ​ຢູ່​ໃນ​ຫວຽດ​ນາມ, ຂະ​ນະ​ທີ່​ເກືອບ 80% ຂອງ​ໂຮງ​ງານ​ຜູ້​ຜະ​ລິດ​ສະ​ໜອງ​ໃຫ້​ໄນ​ກີ້​ໃນ​ຫວຽດ​ນາມ ຕ້ອງ​ໂຈະ​ການ​ຜະ​ລິດ​ຕັ້ງ​ແຕ່​ກາງ​ເດືອນ​ກໍ​ລະ​ກົດ​ເປັນ​ຕົ້ນ​ມາ ຫຼັງ​ຈາກ​ທີ່​ລັດ​ຖະ​ບານ​ຫວຽດ​ນາມ​ອອກ​ມາດ​ຕະ​ການ​ຈຳ​ກັດ​ການ​ເດີນ​ທາງ ເພື່ອ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຫຼັງ​ຈາກ​ທີ່​ເກີດ​ລະ​ບາດ​ຢ່າງ​ໜັກ​ໃນ​ນະ​ຄອນ​ໂຮ​ຈີ່​ມິນ ເຊິ່ງ​ເປັນ​ສູນ​ກາງ​ເສດ​ຖະ​ກິດ​ຂອງ​ຫວຽດ​ນາມ ກ່ອນ​ຈະ​ແຜ່​ລາມ​ໄປ​ແຂວງ​ໃກ້​ຄຽງ​ທີ່​ເປັນ​ຖານ​ການ​ຜະ​ລິດ​ພາກ​ອຸດ​ສາ​ຫະ​ກຳ​ສຳ​ຄັນ​ຂອງ​ປະ​ເທດ, ກ່ອນ​ຈະ​ຍົກ​ເລີກ​ມາດ​ຕະ​ການ​ດັ່ງ​ກ່າວ​ໃນ​ເດືອນ​ຕຸ​ລາ​ຜ່ານ​ມາ ຫຼັງ​ຈາກ​ທີ່​ສາ​ມາດ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ໄວ້​ໄດ້.