ທຸກພື້ນທີ່ມີຄວາມສ່ຽງ ພົບຜູ້ຕິດເຊື້ອໃໝ່ 1.170 ຄົນ, ນະຄອນຫຼວງວຽງຈັນ 591 ຄົນ, ເສຍຊີວິດເພີ່ມ 3 ຄົນ

540

ວັນທີ 4 ພະຈິກ ລາວ ກວດພົບຜູ້ຕິດເຊື້ອ 1.170 ຄົນ, ໃນນັ້ນ ເປັນຜູ້ຕິດເຊື້ອພາຍໃນ 1.165 ຄົນ ເປັນກໍລະນີນຳເຂົ້າ 5 ຄົນ, ເຊິ່ງຜູ້ຕິດເຊື້ອພາຍໃນຍັງແມ່ນ ນະຄອນຫຼວງວຽງຈັນ ມີຈໍານວນ 589 ຄົນ, ແຂວງວຽງຈັນ 167 ຄົນ, ແຂວງຫຼວງນໍ້າທາ 154 ຄົນ ແລະ ແຂວງຫຼວງພະບາງ 109 ຄົນ ແລະ ມີຜູ້ເສຍຊີວິດ 3 ຄົົນ.


ໃນວັນທີ 4 ພະຈິກ 2021 ທ່ານ ດຣ. ນາງ ບົວຜັນ ຄຳພາພົງຜ່ານ ຮອງຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ, ກະຊວງສາທາລະນະສຸກ ລາຍງານວ່າ: ໃນວັນທີ 3 ພະຈິກ 2021 ຜ່ານມາ ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ ໂຄວິດ-19 ທັງໝົດ 7.179 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 1.170 ຄົນ ໃນນັ້ນ ຕິດເຊື້ອພາຍໃນ ມີ 1.165 ຄົນ ແລະ ຕິດເຊື້ອນໍາເຂົ້າ 5 ຄົນ.

ສຳລັບກໍລະນີຕິດເຊື້ອນຳເຂົ້າ 5 ຄົນ: ນະຄອນຫຼວງ 2 ຄົນ, ສາລະວັນ 1 ຄົນ ແລະ ໄຊຍະບູລີ 2 ຄົນ, ທັງໝົດແມ່ນຖືກເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ.


ສ່ວນຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 1.165 ຄົນ ຈາກ 13 ແຂວງ ເຊິ່ງລາຍລະອຽດ ດັ່ງນີ້:
1 ນະຄອນຫຼວງ 589 ຄົນ ມາຈາກ 194 ບ້ານ, ໃນ 9 ເມືອງຄື ເມືອງຈັນທະບູລີ ມີ 59 ຄົນ 26 ບ້ານ, ເມືອງສີໂຄດ ມີ 124 ຄົນ 41 ບ້ານ, ເມືອງໄຊເສດຖາ ມີ 115 ຄົນ 33 ບ້ານ, ສີສັດຕະນາກ ມີ 80 ຄົນ 19 ບ້ານ, ເມືອງນາຊາຍທອງ ມີ 28 ຄົນ 13 ບ້ານ, ເມືອງໄຊາທານີ ມີ 135 ຄົນ 45 ບ້ານ, ເມືອງຫາດຊາຍຟອງ ມີ 42 ຄົນ 16 ບ້ານ, ເມືອງປາກງື່ມ ມີ 5 ຄົນ 2 ບ້ານ, ເມືອງສັງທອງ ມີ 1 ຄົນ 1 ບ້ານ, ຕ່າງແຂວງ 2 ຄົນ.


ຢູ່ຕ່າງແຂວງສຳລັບຫຼວງພະບາງ 109 ຄົນ ມາຈາກ 38 ບ້ານ, ໃນ 8 ເມືອງ; ບໍ່ແກ້ວ 18 ຄົນ ມາຈາກ 12 ບ້ານ, ໃນ 2 ເມືອງ; ອຸດົມໄຊ 46 ຄົນ ມາຈາກ 18 ບ້ານ, ໃນ 2 ເມືອງ; ແຂວງຫຼວງນໍ້າທາ 154 ຄົນ ມາຈາກ 38 ບ້ານ, ໃນ 3 ເມືອງ; ແຂວງວຽງຈັນ 167 ຄົນ ມາຈາກ 43 ບ້ານ, ໃນ 8 ເມືອງ; ບໍລິຄຳໄຊ 2 ຄົນ ມາຈາກ 2 ບ້ານ, ໃນ 2 ເມືອງ; ຜົ້ງສາລີ 1 ຄົນ (ບໍ່ຮູ້ແຫຼ່ງທີ່ມາຂອງການຕິດເຊື້ອ); ໄຊຍະບູລີ 1 ຄົນ ມາຈາກ 1ບ້ານ, ໃນ 1 ເມືອງ;

ໄຊສົມບູນ 5 ຄົນ ມາຈາກ 1 ບ້ານ, ໃນ 1 ເມືອງ; ຄໍາມ່ວນ 15 ຄົນ ມາຈາກ 7 ບ້ານ, ໃນ 2 ເມືອງ; ສາລະວັນ 7 ຄົນ ມາຈາກ 4 ບ້ານ, ໃນ 2 ເມືອງ; ສະຫວັນນະເຂດ 5 ຄົນ ມາຈາກ 2 ບ້ານ, ໃນ 2 ເມືອງ; ຈໍາປາສັກ 27 ຄົນ ມາຈາກ 16 ບ້ານ, ໃນ 4 ເມືອງ; ເຊກອງ 19 ຄົນ ມາຈາກ 10 ບ້ານ, ໃນ 2 ເມືອງ.


ມາຮອດວັນທີ 4 ພະຈິກ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 44.061 ຄົນ, ເສຍຊີວິດສະສົມ 76 ຄົນ (ໃໝ່ 3), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 532 ຄົນ, ກໍາລັງປິ່ນປົວ 7.699 ຄົນ.
ຮອດປະຈຸບັນທົ່ວປະເທດ ມີສູນຈໍາກັດບໍລິເວນ ທີ່ເປີດນໍາໃຊ້ຢູ່ທັງໝົດ 86 ສູນ ແລະ 59 ໂຮງແຮມ, ມີຜູ້ຈຳກັດບໍລິເວນທັງໝົດ 5.116 ຄົນ (ສູນ 3.263 ຄົນ ແລະ ໂຮງແຮມ 1.853 ຄົນ).