ສວນກັນຊາ 4 ເຮັກຕາກວ່າຖືກທໍາລາຍ ເພື່ອເປັນບົດຮຽນໃຫ້ຜູ້ປູກໃຫ້ຢຸດຕິ

926

ຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ ມີຫຼາຍບັນຫາທີ່ເກີດຂຶ້ນຈາກສິ່ງທີ່ຜິດກົດໝາຍ ອັນເປັນເຫດຕົ້ນຕໍຂອງຈຸດເລີ່ມຕົ້ນ, ດັ່ງນັ້ນ, ຖ້າຫາກວ່າທຳລາຍຖິ້ມເສຍແຕ່ຕົ້ນນັ້ນຈະເປັນການຫຼຸດຜ່ອນໄປໄດ້ອີກກ້າວ ແລະ ຍັງເປັນບົດຮຽນໃຫ້ແກ່ສັງຄົມໄດ້ຮັບຮູ້ເຖິງການເຮັດແທ້ທຳຈີງຂອງພັກ-ລັດໃນການນຳໃຊ້ລະບຽບກົດໝາຍ.

ໃນວັນທີ 2 ພະຈິກ 2021 ນີ້ເຈົ້າໜ້າທີ ປກຊ-ປກສ ເມືອງ, ທະຫານກອງພັນງໍ 617 ແລະ ພາກສ່ວນກ່ຽວຂ້ອງຂອງເມືອງ ໄດ້ສົມທົບກັບອໍານາດການປົກຄອງບ້ານອຸດົມໄຊ, ເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ລົງກວດກາແກ້ໄຂບັນຫາການລັກລອບປູກຝິ່ນ, ປູກກັນຊາ ຂອງປະຊາຊົນຢູ່ເຂດບ້ານດັ່ງກ່າວ.

ໃນການລົງໄປກວດກາຄັ້ງນີ້ໄດ້ພົບເຫັນສວນປູກກັນຊາ ຈໍານວນ 8 ສວນ ມີເນື້ອທີ ປະມານ 4,2 ເຮັກຕາ, ມີ 4.447 ຂຸມ, ປະເມີນນໍ້າໜັກປະມານ 22.235 ກິໂລກຼາມ, ພ້ອມທັງກັກຕົວເຈົ້າຂອງສວນໄດ້ 1 ຄົນ, ສ່ວນ 7 ສວນແມ່ນຍັງບໍ່ທັນຮູ້ເຈົ້າຂອງສວນ ແຕ່ວ່າທາງເຈົ້າໜ້າທີ່ຈະໄດ້ສືບຕໍ່ຕິດຕາມກວດກາຄືນເພື່ອນໍາມາດໍາເນີນຄະດີຕາມລະບຽບກົດໝາຍ.

ຕໍ່ກັບສວນກັນຊາທີ່ພົບເຫັນ ເຈົ້າໜ້າທີ່ໄດ້ພ້ອມກັນທໍາລາຍດ້ວຍການຕັດ, ຈູດໄຟຖີ້ມ. ການລົງແກ້ໄຂການລັກລອບປູກຝິ່ນ, ປູກຄັນຊາ ຂອງປະຊາຊົນຄັ້ງນີ້ແມ່ນເພື່ອເປັນການເຮັດໃຫ້ການລັັກລອບປູກຝິ່ນ, ປູກຄັນຊາ ຂອງປະຊາຊົນຢູ່ເມືອງວຽງທອງຫຼຸດໜ້ອຍຖອຍລົງຈົນກວ່າບໍ່ມີ ແລະ ກໍ່ເປັນການປະຕິບັດຕາມວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ທີ່ລັດຖະບານ ແຫ່ງ ສປປ ລາວ ວາງອອກ.