ດີໃຈນຳຊາວບ້ານຕະລຶບ ໄດ້ຊົມໃຊ້ນໍ້າລິນສະອາດຊົມໃຊ້ແລ້ວ

318

ປະຊາຊົນລາວ ໃນຫຼາຍເຂດແມ່ນພົບກັບຄວາມຫຍຸ້ງຍາກລຳບາກຫຼາຍພື້ນທີ່ ໂດຍສະເພາະຜູ້ທີ່ອາໄສຫ່າງໄກສອກຫລີກ ພວກເຂົາແມ່ນຍັງຂາດແຄນສິ່ງທີ່ອຳນວຍຄວາມສະດວກຫຼາຍຢ່າງໃນການດຳລົງຊີວິດ ເປັນຕົ້ນພື້ນຖານໂຄງລ່າງທີ່ຈຳເປັນລວມທັງນ້ຳໃຊ້ ແຕ່ກໍດີໃຈນຳຊາວບ້ານ ຕະລຶບ ເມືອງຮຸນແຂວງ ອຸດົມໄຊທີ່ມື້ນີ້ມີນ້ຳລິນໃຊ້ແລ້ວ.

ທ້າຍເດືອນ ຕຸລາ 2021 ນີ້ ທ່ານ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງອຸດົມໄຊ ໄດ້ເຂົ້າຮ່ວມພິທີມອບ-ຮັບນໍ້າລິນສະອາດ ບ້ານຕະລຶບ ເມືອງຮຸນ ແຂວງອຸດົມໄຊ, ມີ ທ່ານ ບຸນຕຽນ ສຸພັນທອງ ຮອງເລຂາພັກເມືອງ ຮຸນ, ທ່ານ ອາລຸນ ບຸນວິໄລ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງ, ມີບັນດາຫ້ອງການ, ພາກສ່ວນກ່ຽວຂ້ອງຂັ້ນເມືອງ ແລະ ປະຊາຊົນບ້ານຕະລຶບເຂົ້າຮ່ວມ

ບ້ານຕະລຶບ ເປັນບ້ານໜຶ່ງທີ່ນອນໃນບ້ານທຸກກຍາກ, ເປັນບ້ານຊົນເຜົ່າກຶມມຸ 100%, ມີ 141 ຫຼັງຄາເຮືອນ, ມີ 164 ຄອບຄົວ, ມີພົນລະເມືອງ 902 ຄົນ,ຍິງ 455 ຄົນ, ເປັນບ້ານທີ່ນອນຢູ່ໃນແຜນການກໍ່ສ້າງຮາກຖານການເມືອງ 6 ເດືອນຕົ້ນປີ ແລະ ເປັນບ້ານທີ່ມີຄວາມຫຍຸ້ງຍາກ ແລະ ເຂົ້າເຖິງໄດ້ຍາກເປັນຕົ້ນ.

ການເມືອງ-ແນວຄິດ ບໍ່ໄດ້ຮັບການເຄື່ອນໄຫວ, ລາຍຮັບຕໍ່ຫົວຄົນຕໍ່າ, ການເຂົ້າເຖິງການສຶກສາໜ້ອຍ, ເດັກໄວເກນອາອາຍຸບໍ່ໄດ້ຮັບການເຂົ້າໂຮງຮຽນ, ສຸຂະອະນາໄມບໍ່ມີນໍ້າດື່ມ-ນໍ້າໃຊ້, ບໍ່ມີວິດຖ່າຍ, ລ້ຽງສັດຊະຊາຍ; ຈາກສະພາບຄວາມຫຍຸ້ງຍາກດັ່ງກ່າວ ກອງເລຂາກໍ່ສ້າງຮາກຖານການເມືອງ ແລະ ພະແນກການທີ່ກ່ຽວຂ້ອງ ໄດ້ສະໜັບສະໜູນງົບປະມານແກ້ໄຂວຽກງານເລັ່ງດ່ວນເປັນຕົ້ນສ້າງຫ້ອງນໍ້າ,ຕັດຜັງບ້ານ,ຂຸດນໍ້າສ້າງ 6 ບໍ່ ແລະສ້າງນໍ້າລິນສະອາດ.

ໂຄງການກໍ່ສ້າງນໍ້າລິນ ດັ່ງກ່າວ ເລີ່ມກໍ່ສ້າງ ໃນວັນທີ 6 ມີຖຸນາ 2021 ແລະ ສໍາເລັດໃນວັນທີ 1 ຕຸລາ 2021 ລວມມູນຄ່າການກໍ່ສ້າງ 127 ລ້ານກີບ (ແຂວງອານຸມັດທຶນພັດທະນາທ້ອງຖິ່ນ – ສັງຄົມ ຂອງໂຄງການລົງທຶນທາງດ້ານບໍ່ແຮ່ພາຍໃນແຂວງ 100 ລ້ານກີບ, ປະຊາຊົນສົມທົບແຮງງານ ແລະ ວັດສະດຸ 27 ລ້ານກີບ), ໜ້າວຽກປະກອບມີກໍ່ສ້າງຫົວງານ 4 ຫ້ອງ, ຫ້ອງກັນຕອງ 2 ຫ້ອງ, ວາງທໍ່ 1.900 ແມັດ, ອ່າງເກັບນໍ້າ, ກ໊ອກນໍ້າ 7 ກ໊ອກ.

ທ່ານ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ໂອ້ລົມ ແລະ ສະແດງຄວາມເປັນຫ່ວງເປັນໃຍຕໍ່ການດໍາລົງຊິວິດຂອງພໍ່ແມ່ປະຊາຊົນ ແລະ ໄດ້ເນັ້ນຫນັກໃຫ້ພໍ່ແມ່ປະຊາຊົນບ້ານ ຕະລຶບ ໃຫ້ເອົາໃຈໃສ່ ແລະ ເປັນເຈົ້າການໃນການປົກປັກຮັກສາ ແລະ ບູລະນະສ້ອມແປງໃນແຕ່ລະໄລຍະ ເພື່ອການຊົມໃຊ້ນໍ້າລິນທີ່ຍາວນານ.