ຜູ້ນຳກວ່າ 100 ປະເທດ ໃຫ້ຄຳໝັ້ນສັນຍາ ຈະຢຸດຕິການຕັດໄມ້ທຳລາຍປ່າພາຍໃນປີ 2030

514

ຜູ້​ນຳ​ກວ່າ 100 ປະ​ເທດ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສ​ະ​ຫະ​ປະ​ຊາ​ຊາດ ວ່າ​ດ້ວຍ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ​ໂລກ (COP26) ຈະ​ຮ່ວມ​ກັນ​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ສຳ​ຄັນ​ໃນ​ປະ​ຫວັດ​ສາດ​ໂລກ​ອີກ​ຄັ້ງ ດ້ວຍ​ການ​ໃຫ້​ຄຳ​ໝັ້ນ​ສັນ​ຍາ ຈະ​ຢຸດ​ຕິ​ການ​ຕັດ​ໄມ້​ທຳ​ລາຍ​ປ່າ​ໃຫ້​ໄດ້​ພາຍ​ໃນ​ປີ 2030.

ທັງ​ນີ້ ການ​ຕັດ​ໄມ້​ທຳ​ລາຍ​ປ່າ ມີ​ສ່ວນ​ສຳ​ຄັນ​ຕໍ່​ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ ເພາະ​ປ່າ​ໄມ້​ຊ່ວຍ​ດູດ​ຊຶມ​ກາກບອນ​ໄດ​ອ໊ອກ​ໄຊ​ຈຳ​ນວນຫຼວງຫຼາຍ ເຊິ່ງ​ເປັນ​ປັດ​ໄຈ​ສຳ​ຄັນ​ທີ່​ເຮັດ​ໃຫ້​ເກີດ​ພາ​ວະ​ໂລກ​ຮ້ອນ, ນອກ​ຈາກ​ນີ້ ຍັງ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ ຈະ​ສະ​ໜັບ​ສະ​ໜູນ​ເງິນ ເພື່ອ​ປົກ​ປັກ​ຮັກ​ສາ ແລະ ຟື້ນ​ຟູ​ປ່າ​ອີກ​ດ້ວຍ.

ລາຍ​ງານ​ລະ​ບຸ​ວ່າ ມີ​ຜູ້​ນຳ​ກວ່າ 100 ປະ​ເທດ ໄດ້​ເຫັນ​ດີ​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ດັ່ງ​ກ່າວ ເຊິ່ງ​ຈະ​ຄອບ​ຄຸມ​ປ່າ​ໄມ້​ປະ​ມານ 85% ຂອງ​ໂລກ, ຂະ​ນະ​ທີ່​ລັດ​ຖະ​ບານ​ອີກ 28 ປະ​ເທດ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ ຈະ​ຢຸດ​ຕິ​ການ​ຕັດ​ໄມ້​ທຳ​ລາຍ​ປ່າ​ເພື່ອ​ທຳ​ການ​ຜະ​ລິດກະ​ສິ​ກຳ ເຊັ່ນ: ປາມ​ນ້ຳ​ມັນ, ປູກ​ຖົ່ວ​ເຫຼືອງ ແລະ ການປູກ​ພືດ​ອື່ນໆ​ທີ່​ເປັນ​ການ​ທຳ​ລາຍ​ປ່າ​ໄມ້​ເປັນ​ວົງ​ກວ້າງ.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ ໃນ​ນາມ​ປະ​ທານກອງ​ປະ​ຊຸມ​ ກ່າວ​ວ່າ: ຂໍ້​ຕົກ​ລົງ​ດັ່ງ​ກ່າວ ຖື​ວ່າ​ມີ​ຄວາມ​ສຳ​ຄັນ​ເປັນ​ຢ່າງ​ຍິ່ງ​ທີ່​ຈະ​ຊ່ວຍ​ປົກ​ປັກ​ຮັກ​ສາ ແລະ ຟື້ນ​ຟູ​ປ່າ​ໄມ້​ຂອງ​ໂລກ ເຊິ່ງ​ຖື​ວ່າ​ມີ​ຄວາມ​ສຳ​ຄັນ​ຕໍ່​ລະ​ບົບ​ນິ​ເວດ ແລະ​ ​ເປັນປອດ​ຂອງ​ໂລກ.