ເມີກ ອະນຸມັດບໍລິສັດທົ່ວໂລກຜະລິດຢາໂມລນູພີຣາເວຍ

515

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ​ລາຍ​ງານ​ວ່າ ອົງ​ການ​ສິ​ທິ​ບັດ​ຢາ (MPP) ເຊິ່ງ​ເປັນ​ໜ່ວຍ​ງານ​ໜຶ່ງ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ເປີດ​ເຜີຍ​ໃນ​ວັນ​ທີ 28 ຕຸ​ລາ 2021 ວ່າ: MPP ໄດ້​ບັນ​ລຸ​ຂໍ້​ຕົກ​ລົງ​ດ້ານ​ສິດ​ທິ​ບັດ​ຢາ​ກັບ ບໍ​ລິ​ສັດ​ເມີກ ແອນ ໂຄ ແລະ ບໍ​ລິ​ສັດ​ຣິດ​ແບັກ ໄບ​ໂອ​ເທ​​ຣາ​​ພິວ​ຕິກ ໂດຍ​ບໍ​ລິ​ສັດ​ທັງ​ສອງ​ຈະ​ອະ​ນຸ​ຍາດ​ໃຫ້​ປ​ະ​ເທດ​ຕ່າງໆ​ທົ່ວ​ໂລກ​ຜະ​ລິດ​ຢາ​ໂມ​ລ​ນູ​ພີ​ຣາ​ເວຍ ເຊິ່ງ​ເປັນ​ຢາ​ປິ່ນ​ປົວ​ພະ​ຍາດ​ໂຄວິດ-19 ເພື່ອໃຫ້​​ປະ​ເທດ​ທຸກ​ຍາກສາ​ມາດ​ເຂົ້າ​ເຖິງ​ຢາ​ດັ່ງ​ກ່າວ​ໄດ້.

ການ​ບັນ​ລຸ​ຂໍ້​ຕົກ​ລົງ​ດັ່ງ​ກ່າວ ຈະ​ເຮັດ​ໃຫ້ MPP ສາ​ມາດ​ໃຫ້​ສິດ​ທິ​ບັດ​ການ​ ແກ່​ບໍ​ລິ​ສັດ​ທີ່​ມີ​ຄຸນ​ສົມ​ບັດ ເໝາະ​ສົມ ຜະ​ລິດ​ຢາ​ໂມ​ລ​ນູ​ພີ​ຣາ​ເວຍ​ໄດ້, ນອກ​ຈາກ​ນີ້ ບໍ​ລິ​ສັດ​ເມີກ ແລະ ບໍ​ລິ​ສັດ​ຣິດ ຈະ​ບໍ່​ເກັບ Royalty ຫຼື ຄ່າ​ຕອບ​ແທນ ຈາກ​ບໍ​ລິ​ສັດ​ທີ່​ຜະ​ລິດ​ຢາໂມ​ລ​ນູ​ພີ​ຣາ​ເວຍ ຕາບ​ໃດ​ທີ່​ອົງ​ການ​ອະ​ນາ​ໄມ​ໂລກ​ຍັງ​ເຫັນ​ວ່າ ພະ​ຍາດ​ໂຄວິດ-19 ເປັນ​ສະ​ພາ​ວະ​ສຸກ​ເສີນ​ດ້ານ​ສາ​ທາ​ລະ​ນະ​ສຸກໂລກ.

ກ່ອນ​ໜ້າ​ນີ້ ບໍ​ລິ​ສັດ​ເມີກ​ໄດ້​ມອບ​ສິດ​ທິ​ບັດ​ການ​ຜະ​ລິດ​ຢາ​ໂມ​ລ​ນູ​ພີ​ຣາ​ເວຍ​ໃຫ້​ແກ່​ບໍ​ລິ​ສັດ​ຂອງ​ອິນ​ເດຍ 7 ແຫ່ງ.