ເອລິກ ລິກສະຢາ  MUL13 ສາວງາມໃຈບຸນທີ່ພ້ອມອຸທິດຕົນ ໃນການຊ່ວຍເຫລືອສັງຄົມ

1323

ງາມພຽບພ້ອມຮູບຮ່າງໜ້າຕາ ແລະຈິິດໃຈ ພ້ອມອຸທິດຕົນ ເພື່ອຊ່ວຍເຫລືອສັງຄົມ ເຊຍກັນແລ້ວບໍ?  ລິກສະຢາ ໄຊສົມພູ ຫລື ເອລິກ ຜູ້ເຂົ້າປະກວດ Miss Universe Laos 2021 ຫມາຍເລກ 13 ແລະ ທີ່ສໍາຄັນຄືສາວງາມຄົນນີ້ສາມາດຜ່າຟັນອຸປະສັກ ຈົນຜ່ານເຂົ້າຮອບ 16ຄົນເປັນທີ່ຮຽບຮ້ອຍແລ້ວ ປັດຈຸບັນເອລິກ ອາຍຸ 21ປີ ເປັນນັກສຶກສາປີທີ 3 ຂອງວິທະຍາໄລ ລາວນານາຊາດ , ສຶກສາພາສາຈີນເພີ່ມເຕີມທີ່ ສະຖາບັນ ຂົງຈື້ ແລະ ເຮັດວຽກ Part time ຢູ່ສະມາຄົມ ສົ່ງເສີມທັກສະຊີວິດເດັກນ້ອຍ ແລະ ໄວໜຸ່ມ.

ນ້ອງເອລິກໄດ້ເປີດເຜີຍວ່າ: ທໍາອິດເລີຍທີ່ຮູ້ວ່າຕົນເອງຜ່ານເຂົ້າຮອບ ແມ່ນນ້ອງຮູ້ສຶກດີໃຈ ແລະ ຕື່ນເຕັ້ນຫລາຍ ເພາະມັນເປັນອີກບາດກ້າວໜຶ່ງທີ່ຍິ່ງໃຫຍ່ ທີ່ນ້ອງຈະໄດ້ຮຽນຮູ້ ແລະ ໂຊຄວາມສາມາດຂອງຕົນໃນເວທີທີ່ໃຫຍ່ແບບນີ້.

ສໍາລັບ ທີ່ຜ່ານມາ ນ້ອງເຄີຍປະກວດເວທີ ນາງສາວນະຄອນຫລວງ2019 ເປັນຄັ້ງທຳອິດ ໄດ້ຕຳແຫນ່ງຮອງອັນດັບ2 ແລະ ໄດ້ຖືກແຕ່ງຕັ້ງໃຫ້ເປັນຕົວແທນສາວລາວ ໄປປະກວດເວທີສາກົນ Miss Asia Pacific International 2019 ຢູ່ທີ່ປະເທດຟີລິບປິນ ນັ້ນເປັນໂອກາດທີ່ຍິ່ງໃຫຍ່ຄັ້ງໜຶ່ງທີ່ເຮັດໃຫ້ນ້ອງໄດ້ເປີດໂລກກະທັດຂອງຕົນຫລາຍຂຶ້ນ ແລະ ນ້ອງກໍໄດ້ເຫັນເຖິງຄວາມສຳຄັນຫລາຍດ້ານຂອງການເປັນນາງງາມລາວ.

ຄະຕິປະຈໍາໃຈຂອງນ້ອງແມ່ນ “ເຊື່ອວ່າໃນໂລກເຮົາໃບນີ້ ບໍ່ມີຫຍັງທີ່ເກີນຄວາມພະຍາຍາມ ແລະ ຄວາມສາມາດຂອງມະນຸດເຮົາ” ສະນັ້ນ ທຸກຢ່າງມັນເກີດຂຶ້ນໄດ້ຫມົດ ພຽງແຕ່ເຮົາຕ້ອງມີຄວາມຕັ້ງໃຈ ເຊື່ອຫມັ້ນໃນຕົນເອງວ່າເຮົາເຮັດໄດ້ໃຫ້ຫລາຍທີ່ສຸດ ແລະ ນ້ອງຈະໂຊຄວາມເປັນໂຕຂອງໂຕເອງໃນແບບທີ່ດີທີ່ສຸດ ເພາະນ້ອງເອງກໍເປັນແມ່ຍິງລາວຄົນໜຶ່ງ ແລະ ນ້ອງເຊື່ອວ່າຄວາມເປັນລາວນີ້ແຫລະທີ່ເຮັດໃຫ້ແມ່ຍິງລາວເຮົາໂດດເດັ່ນ.

ການກຽມຕົວຂອງເອລິກເອງແມ່ນ ຈະກຽມທາງດ້ານການຕອບຄຳຖາມທີ່ຫມັ້ນໃຈ ແລະ ອອກມາຈາກໃຈຈິງ ເພາະສິ່ງນີ້ເປັນສິ່ງທີ່ຄະນະກຳມະການທຸກທ່ານສາມາດສຳຜັດໄດ້ເຖິງຄວາມເປັນຕົວຕົນທີ່ແທ້ຈີງຂອງບັນດານາງງາມທຸກຄົນ ແລະ ນ້ອງເອງກໍເປັນຄົນມັກຍິ້ມ ນີ້ກໍເປັນສະເຫນ່ອີກຢ່າງໜຶ່ງທີ່ຄິດວ່າຕົນເອງມີ, ການກຽມຕົວແມ່ນອາດຈະບໍ່ໄດ້ມີຫຍັງພິເສດຫລາຍ ແຕ່ນ້ອງເຊື່ອວ່າການກຽມຕົວໃນການເຮັດທຸກສິ່ງທຸກຢ່າງຫລາຍໆດ້ານໃນອະດີດ ແລະ ການເຊື່ອຫມັ້ນໃນອະນາຄົດແມ່ນ ສາມາດນຳມາປະຍຸກເຂົ້າໃນການປະກວດຄັ້ງນີ້ໄດ້.

ຖ້າຫາກນ້ອງໄດ້ເປັນ Miss Universe Laos ຄົນຕໍ່ໄປ ນ້ອງຢາກເຮັດໂຄງການມອບຄວາມຮູ້ ທາງດ້ານການສຶກສາໃຫ້ແກ່ນ້ອງໆນັກຮຽນທີ່ຂາດທຶນ ແຕ່ມີຈິດໃຈໄຝ່ຮຽນຮູ້ ທີ່ເຂດຊົນນະບົດ ແລະ ສໍາລັບ ຜົນງານທາງດ້ານການຊ່ວຍເຫລືອສັງຄົມແມ່ນ ນ້ອງເລີ່ມເປັນ ອາສາສະຫມັກແຕ່ປີ 2018 ຈົນເຖິງປະຈຸບັນ ແລະ ນ້ອງໄດ້ເຂົ້າຮ່ວມຫລາຍໆໂຄງການຊ່ວຍເຫລືອນ້ອງໆນັກຮຽນເຊັ່ນວ່າ YE project , Bear Bear Club of ADRF , ໂຄງການຊາວໜຸ່ມຕະລຸມບອນສອນນ້ອງໆ ເຂດຫ່າງໄກຊອກຫລີກ ແລະ ອື່ນໆ.

ສ່ວນຜົນງານທາງດ້ານການບັນເທີງແມ່ນ ຫລັງຈາກທີ່ໄດ້ຕຳແໜ່ງຮອງນາງສາວນະຄອນຫລວງ ກໍຈະມີງານ ເດີນແບບ, ຖ່າຍແບບ, ລີວິວສິນຄ້າເສື້ອຜ້າເຂົ້າມາເລື້ອຍໆ. ສຸດທ້າຍນີ້ນ້ອງຕ້ອງຂໍຂອບໃຈມາຍັງ ຫນັງສືພິມ ເສດຖະກິດ ການຄ້າ ຫລາຍໆທີ່ໃຫ້ຄວາມສົນໃຈໃນໂຕນ້ອງ ແລະ ແຟນໆນາງງາມທຸກໆຄົນທີ່ຄອຍເຊຍ ໃຫ້ກຳລັງໃຈສະເຫມີມາ ລິກຈະເຮັດໃຫ້ເຕັມທີ່ທີສຸດ ຝາກຕິດຕາມຜ່ານທາງ Facebook : ເອລິກສະຢາ ໄຊສົມພູ ແລະ ໄອຈີ : alick xaysomphou ແດ່ເດີ້ທຸກຄົນ ຂອບໃຈຫລາຍໆ

ຮູບ: ເອລິກສະຢາ ໄຊສົມພູ