ສຳນັກຂ່າວຊິນຮວາລາຍງານວ່າ ທະນາຄານໂລກ ຄາດການວ່າ: ລາຄາ ພະລັງງານອາດຈະເພີ່ມຂຶ້ນ ຫຼາຍກວ່າ 80% ໃນປີ 2021 ແລະ ຈະສືບຕໍ່ເພີ່ມຂຶ້ນ ຢ່າງຕໍ່ເນື່ອງເຖິງປີ 2022.
ນັກເສດຖະສາດ ຄາດຄະເນວ່າ ລາຄາພະລັງງານເພີ່ມສູງຂຶ້ນ ອາດຈະເກີດຄວາມສ່ຽງຕໍ່ອັດຕາເງິນເຟີ້ທົ່ວໂລກໃນໄລຍະສັ້ນ. ຖ້າຫາກສະຖານະການດັ່ງກ່າວ ຍັງສືບຕໍ່ຍືດເຍື້ອ ອາດສົ່ງຜົນກະທົບຕໍ່ການຂະຫຍາຍຕົວເສດຖະກິດ ຂອງບັນດາປະເທດທີ່ນໍາເຂົ້າພະລັງງານ.
ນອກຈາກນີ້ ທະນາຄານໂລກ ລະບຸວ່າ ລາຄາພະລັງງານຈະເລີ່ມຫຼຸດລົງ ໃນໄລຍະກາງປີ 2022, ໃນຂະນະດຽວກັນຄວາມຕ້ອງກໍຈະຫຼຸດລົງ ເຮັດໃຫ້ລາຄາສິນຄ້າກະສິກຳ, ໂລຫະ ແລະ ສິນຄ້າ ທີ່ບໍ່ແມ່ນພະລັງງານ ກໍຈະຫຼຸດລົງ ເຊັ່ນກັນ.