ສ ເກົາຫຼີ ປ່ອຍຈະຫຼວດຂຶ້ນສູ່ອາວະກາດເປັນຄັ້ງທຳອິດ

463

ສຳ​ນັກ​ຂ່າວ​ຣອຍ​ເຕີ​ລາຍ​ງານ​ວ່າ ສາ​ທ​າ​ລະ​ນະ​ລັ​ດ​ເກົາຫຼີ ໄດ້​ທົດ​ລອງ​ປ່ອຍ​ຈະຫຼວດ​ຂຶ້ນ​ສູ່​ອາ​ວະ​ກາດ​ເປັນ​ຄັ້ງ​ທຳ​ອິດ​ໃນ​ປະ​ຫວັດ​ສາດ ໃນ​ວັນ​ທີ 21 ຕຸ​ລາ​ນີ້ ໂດຍ​ຈະຫຼວດ KSLV-2 ນູ​ຣີ ແບບ 3 ຕອນ ເຊິ່ງ​ບັນ​ທຸກ​ດາວ​ທຽມ​ແບບ​ຈຳ​ລອງ ແລະ ປະ​ດັບ​ດ້ວຍ​ທຸງ​ຊາດ ສ ເກົາຫຼີ ເຊິ່ງ​ຈະ​ປ່ອຍ​ຂຶ້ນ​ໃນ​ເວ​ລາ 16:00 ໂມງ​ຂອງວັນ​ທີ 21 ຕຸ​ລາ 2021 ຕາມ​ເວ​ລາ​ທ້ອງ​ຖິ່ນ.

ທັງ​ນີ້ ຈະຫຼວດ ນູ​ຣີ ຖືກ​ອອກ​ແບບ​ມາ ເພື່ອ​ບັນ​ທຸກ​ສິນ​ຄ້າ​ໜັກ 1,5 ໂຕນ ໄປ​ຍັງ​ວົງ​ໂຄ​ຈອນ​ໂລກ ເປັນ​ໄລ​ຍະ​ທາງ 600-800 ກິ​ໂລ​ແມັດ​ເໜືອ​​ພື້ນຜິວ​ໂລກ ແລະ ອະ​ນາ​ຄົດ ສ ເກົາຫຼີ​ວາງ​ແຜນ​ໄວ້​ວ່າ ຈະ​ສົ່ງ​ດາວ​ທຽມ​ກວດ​ກາ, ດາວ​ທຽມ​ນຳ​ທາງ ແລະ ດາວ​ທຽມ​ສື່​ສານ ຕະຫຼອດ​ຮອດ​ຍານ​ສຳຫຼວດ​ຂຶ້ນ​ສູ່​ອາ​ວະ​ກາດ. ຫາກ​ການ​ທົດ​ລອງ​ປ່ອຍ​ຈະຫຼວດ​ຄັ້ງ​ນີ້ ປະ​ສົບ​ຜົນ​ສຳ​ເລັດ ຈະ​ກາຍ​ເປັນ​ປະ​ເທດ​ທີ 7 ຂອງ​ໂລກ ທີ່​ສາ​ມາດ​ໃຊ້​ຈະຫຼວດ​ເພື່ອ​ບັນ​ທຸກ​ສິນ​ຄ້າ​ນ້ຳ​ໜັກ​ເກີນ 1 ໂຕນ​ໄດ້.