ງາມເດັ່ນບໍ່ແພ້ຊາດໃດ ພ້ອມລວດລາຍຜ້າໄຫມລາວທີ່ເປັນເອກະລັກ

1924

ວ້າວໆ ຂໍສະແດງຄວາມຍິນດີດ້ວຍ ໃຫມ່ໆຫມາດໆ ກັບຜູ້ທີ່ໄດ້ຮັບລາງວັນຮອງອັນດັບສອງ ໃນການປະກວດ ຊຸດປະຈຳຊາດ ຂອງເວທີ Miss Universe Laos 2021 ທີ່ອອກແບບໂດຍ ອະນຸສອນ ດອມບານ ຊຸດມີຊື່ວ່າ”ທິດາໄຫມຮ່ວມເຜົ່າລາວສາມັກຄີ” ແລະ ປັດຈຸບັນຫນຸ່ມຄົນນີ້ ກຳລັງສຶກສາຢູ່ທີ່ ວິທະຍາໄລສິລະປະສຶກສາ ລະດັບປະລິນຍາຕີປີທີ4 ຈຶ່ງບໍ່ແປກໃຈເລີຍວ່າຊຸດທີ່ອອກມາ ເຖິງໄດ້ສະແດງອອກເຖິງຄວາມເປັນລາວຢ່າງົດງາມ

ຫນຸ່ມອານຸສອນໄດ້ໃຫ້ສຳພາດວ່າ: ຈຸດເລີ່ມຕົ້ນຂອງການເປັນນັກອອກເເບບຄື ເນື່ອງຈາກຕົນເອງນັ້ນມີຄວາມມັກຮັກໃນການເເຕ້ມຮູບ, ລະບາຍສີ, ມັກອອກເເບບຊຸດຢູ່ແລ້ວ ແລະ ຫລັງຈາກຈົບມັດທະຍົມເເລ້ວເລີຍໄດ້ເຂົ້າເສັງຢູ່ທີ່ ວິທະຍາໄລສິລະປະສຶກສາ ເເລະ ຄວາມມັກຮັກໃນສາຍນີ້ຍິ່ງເລີກເຊິ່ງຍິ່ງຂຶ້ນ.

ທີ່ຜ່ານມາ ນ້ອງເຄີຍອອກເເບບປະກວດຊຸດປະຈໍາຊາດໃຫ້ກັບເວທີ ມິສເເກຣນລາວ Miss Gran Laos ແຕ່ບໍ່ຮູ້ໄດ້ທີໃດ ເພາະບໍ່ເຫັນເພີ່ນປະກາດ ເເລະ ເວທີ Miss Universe Laos ປີນີ້ ທີ່ໄດ້ສົ່ງຜົນງານເຂົ້າປະກວດອີກຄັ້ງ ເຊິ່ງໄດ້ນໍາເອົງຊຸດ”ທິດາໄຫມຮ່ວມເຜົ່າລາວສາມັກຄີ” ສົ່ງເຂົ້າປະກວດ ເເລະ ໄດ້ຮັບລາງວັນຮອງອັນດັບສອງມາຄອບຄອງ.

ສໍາລັບຊຸດທີ່ຕົນເອງອອກແບບ ແລະ ໄດ້ຮັບລາງວັນ ຮອງອັນດັບສອງໃນປີນີ້ ແມ່ນນ້ອງໄດ້ເເຮງບັນດານໃຈມາຈາກ ການຕໍ່າສິ້ນໄຫມ, ຕໍ່າຜ້າຫຍິບປັກທັກເເສ່ວ ຂອງເເມ່ຍິງລາວເເຕ່ລະຊົນເຜົ່າໃນທົ່ວປະເທດລາວ ເເຕ່ລະຊົນເຜົ່າລ້ວນເເລ້ວເເຕ່ມີຄວາມເປັນເອກະລັກລວດລາຍ ຄວາມສວຍງາມປານີດເເຕກຕ່າງກັນ ຂອງເເຕ່ລະຊົນເຜົ່າ ທີ່ບົ່ງບອກເຖິງຄວາມຫລາກຫລາຍເຜົ່າໃນລາວຢ່າງເເທ້ຈິງ ທັງນີ້ກໍເພື່ອຢາກສົ່ງເສີມສີໄມ້ລາຍມື ເຄື່ອງຫັດຖະກຳ ເເລະ ຊິວິດການເປັນຢູ່ຂອງຄົນລາວໃຫ້ດີຂື້ນກວ່າເກົ່າ ເເລະ ຮູ້ສຶກດີໃຈ, ພາກພູມໃຈຫລາຍທີ່ໄດ້ຮອງອັນດັບສອງ ແລະ ເຫັນໄດ້ວ່າໃນປີນີ້ ຊຸດທີ່ຜ່ານເຂົ້າຮອບມີເເຕ່ຊຸດງາມໆທັງນັ້ນເລີຍ

ສຸດທ້າຍນີ້ນ້ອງຂໍຝາກຜົນງານການອອກເເບບ ເເລະ ຜົນງານການເເຕ່ງຫນ້າຂອງນ້ອງນໍາເເນ່ເດີ ປີຕໍ່ໄປຈະອອກເເບບຊຸດປະຈໍາຊາດອີກ ຫລື ທ່ານໃດຫາກສົນໃຈໃນຊຸດນີ້ສາມາດສອບຖາມໄດ້ ຝາກເປັນກຳລັງໃຈໃຫ້ນ້ອງເເນ່ເດີ ປີຫນ້າຈະບໍ່ເຮັດໃຫ້ຜິດຫວັງເເນ່ນອນ ຊ່ອງທາງການຕິດຕາມ Fb :b’nou zuzy ຂໍຂອບໃຈ

ຮູບ: :b’nou zuzy