7 ເດືອນ ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ນະຄອນຫຼວງວຽງຈັນ ຂຶ້ນທະບຽນລົດໄດ້23.842 ຄັນ

675

7 ເດືອນຕົ້ນປີ 2021 ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ນະຄອນຫຼວງວຽງຈັນ ໄດ້ຂຶ້ນທະບຽນຢູ່ລົດຈຳນວນ 23.842 ຄັນ ແລະ ໄດ້ອອກໃບຂັບຂີ່ຈໍານວນ 12.488 ໃບ.

ທ່ານ ບຸນປອນ ບຸນສົມຫວັງ ຫົວໜ້າກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາທາງກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ນະຄອນຫລວງພວກເຮົາ ແມ່ນໄດ້ສຸມໃສ່ທິດຊີ້ນຳຂອງນະຄອນຫລວງວຽງຈັນ ໃນການແກ້ໄຂບັນຫາ ຕາມທິດ 3 ຫຼຸດ 3 ເພີ່ມ ໂດຍສະເພາະແມ່ນຫຼຸດຜ່ອນອຸບັດເຫດຕາມທ້ອງຖະໜົນ ໂດຍການຮັບປະກັນການກວດກາເຕັກນິກຍານພາຫະນະ ໃຫ້ໄດ້ຕາມມາດຕະຖານ. ເອົາໃຈໃສ່ເພີ່ມຄວາມຮັບຊອບທາງດ້ານການເມືອງຂອງສະມາຊິກພັກ – ພະນັກງານລັດຖະກອນ ແລະ ເພີ່ມຄວາມສາມາດໃນການເກັບລາຍຮັບໃຫ້ໄດ້ຕາມແຜນການ.


ປັດຈຸບັນນີ້ ພວກເຮົາໄດ້ມີການຂະຫຍາຍຫ້ອງການ 2 ສາຂາຄື: ຫ້ອງການຄຸ້ມຄອງພາຫະນະ ແລະ ການຂັບຂີ່ ສາຂາເມືອງນາຊາຍທອງ ( ນ້ຳຊ່ວງ ) ໄດ້ເປີດບໍລິການໃນວັນທີ 6 ມັງກອນ 2020 ເປັນຕົ້ນມາ ແລະ ຫ້ອງການຄຸ້ມຄອງພາຫະນະ ແລະ ການຂັບຂີ່ ສາຂາເມືອງໄຊທານີ ໄດ້ເປີດບໍລິການໃນວັນທີ 18 ມັງກອນ 2021 ເປັນຕົ້ນມາ ເຊິ່ງທັງສອງສາຂາ ສາມາດໃຫ້ບໍລິການ ຄືກັນກັບຢູ່ທົ່ງປົ່ງເຊັ່ນ: ຂຶ້ນທະບຽນໃໝ່, ຕໍ່ທະບຽນ, ໂອນກຳມະສິດ, ຕໍ່ໃບຂັບຂີ່ ແລະ ຕິດປ້າຍລົດ.
ທ່ານກ່າວຕື່ມວ່າ: ໃນປີ 2020 ພວກເຮົາສາມາດໃຫ້ບໍລິການຂຶ້ນທະບຽນລົດຈໍານວນ 47.316 ຄັນ, ອອກໃບ ຂັບຂີ່ 41.340 ໃບ ແລະ ເກັບລາຍຮັບໄດ້ ທັງໝົດ 23,9ຕື້ກວ່າກີບ. ສ່ວນໃນ 6 ເດືອນ ຕົ້ນປີ 2021 ພວກເຮົາສາມາດໃຫ້ບໍລິການຂື້ນທະບຽນລົດຈໍານວນ 19.393 ຄັນ, ອອກໃບຂັບຂີ່ 10.645 ໃບ ແລະ ເກັບລາຍຮັບໄດ້ທັງໝົດ 10,3ຕື້ກີບ, ເມື່ອທຽບກັບປີຜ່ານມາ ຈຳນວນຕົວເລກ ການຂຶ້ນທະບຽນລົດ ແລະ ອອກໃບຂັບຂີ່ແມ່ນຫຼຸດລົງ ພ້ອມດຽວກັນນີ້ລາຍຮັບກໍຫຼຸດລົງເຊັ່ນດຽວກັນ ເນື່ອງຈາກຜົນກະທົບຂອງການແຜ່ລະບາດຂອງພະຍາດໂຄວິດ 19.


ສະເພາະໃນເດືອນ 1-7 ຂອງປີ 2021 ມີລົດມາຂຶ້ນທະບຽນຢູ່ກອງຄຸ້ມຄອງພາຫະ ແລະ ການຂັບຂີ່ ນະຄອນຫລວງວຽງຈັນພວກເຮົາ ຈຳນວນ 23.842 ຄັນ ແລະ ໄດ້ອອກໃບຂັບຂີ່ຈໍານວນ 12.488 ໃບ, ທ່ານ ບຸນປອນ ບຸນສົມຫວັງ ກ່າວ.
ເຖິງຢ່າງໃດກໍຕາມ ເພື່ອປະຕິບັດຕາມຄຳສັ່ງວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19 ຂອງນາຍົກ ລັດຖະມົນຕີ, ສະບັບເລກທີ 15/ນຍ, ລົງວັນທີ 21/04/2021 ນັ້ນ. ທາງກອງພວກເຮົາໄດ້ປິດບໍລິການ ຫຼັງຈາກນັ້ນໄດ້ມີແຈ້ງການຂອງ ນະຄອນຫລວງວຽງຈັນ ເລກທີ 505/ຫວນວ ລົງວັນທີ 8/5/2021 ໃຫ້ກອງເປີດບໍລິການ. ວັນທີ 11 ພຶດສະພາ 2021 ທາງກອງພວກເຮົາຈິ່ງໄດ້ຮັບອະນຸຍາດຈາກຂັ້ນເທິງ ໃຫ້ເປີດບໍລິການເປັນປົກກະຕິ ໂດຍສືບຕໍ່ປະຕິບັດມາດຕະການເຂັ້ມງວດ ແລະ ມີການລາຍງານປະຈຳວັນ ໃຫ້ພະແນກໂຍທາທິການ ແລະ ຂົນສົ່ງ, ນະຄອນຫລວງວຽງຈັນຮັບຊາບ.


ທ່ານໃຫ້ຮູ້ຕື່ມວ່າ: ສຳລັບການໃຫ້ບໍລິການໃນປັດຈຸບັນນີ້ ທາງກອງພວກເຮົາແມ່ນໄດ້ມີການກວດບັດ ຮັບວັກແຊັງ ປ້ອງກັນໂຄວິດ-19 ຈຳນວນ 1 ໂດສຂຶ້ນໄປ ຢູ່ທາງເຂົ້າ ຈິ່ງອະນຸຍາດໃຫ້ເຂົ້າມາໃຊ້ບໍລິການ, ໃຊ້ເຄື່ອງວັດແທກອຸນນະພູມແບບອໍໂຕ້ ມີນ້ຳຢາຂ້າເຊື້ອໃນໂຕ, ຈັດບ່ອນນັ່ງໃຫ້ຜູ້ມາໃຊ້ບໍລິການ (ຢູ່ໜ້າຕຶກ) ໂດຍຮັກສາໄລຍະຫ່າງ, ການກວດເຕັກນິກລົດ ແມ່ນໃຫ້ເຈົ້າຂອງລົດຂັບຂຶ້ນບ່ອນກວດເອງ ກໍລະນີເຈົ້າຂອງຂັບຂຶ້ນບໍ່ໄດ້ ພະນັກງານເຮົາຈິ່ງຊ່ວຍຂັບຂຶ້ນໃຫ້ ເພື່ອປ້ອງກັນທັງສອງຝ່າຍ. ວິທີດຳເນີນເອກະສານແມ່ນ ຍື່ນເອກະສານປະໄວ້ໂຕະທີ່ຈັດກຽມໃຫ້ ໂດຍຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ ເມື່ອປະກອບເອກະສານສຳເລັດທຸກຢ່າງແລ້ວ ພະນັກງານຈະເອີ້ນຊື່ມາຮັບເອົາຕາມລຳດັບ.


ທ້າຍສຸດນີ້ ທາງກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ນະຄອນຫລວງວຽງຈັນ ຂໍອະໄພມາຍັງທຸກທ່ານ ໃນຄວາມບໍ່ສະດວກ ແລະ ຂໍຄວາມຮ່ວມມືນໍາທຸກທ່ານ ທີ່ຈະເຂົ້າມາໃຊ້ບໍລິການ ໃຫ້ໃສ່ໜ້າກາກອະນາໄມ ແລະ ຖືບັດຮັບວັກແຊັງປ້ອງກັນພະຍາດໂຄວິດ-19 ມາພ້ອມທຸກຄັ້ງ, ຫວັງວ່າຢ່າງຍິ່ງວ່າທ່ານຄົງເຂົ້າໃຈພວກເຮົາ ແລະ ໃຫ້ຄວາມຮ່ວມມື ໃນການຕ້ານ ແລະ ສະກັດກັ້ນ ເພື່ອຫຼຸດຜ່ອນຄວາມສ່ຽງ ຂອງການລະບາດ ພະຍາດໂຄວິດ-19 ນີ້ນຳກັນ.