ສາວແດນໃຕ້ກັບການຕາມຫາຄວາມຝັນ ໃນເວທີຈັກກະວານ ແປ້ງ ພອນສີລິ ພູນສະຫວັດ MUL026

1320

ສາວງາມຈາກດິນແດນໃຕ້ຂອງລາວ ກັບການມາຕາມຫາຄວາມຝັນ ໃນເວທີອັນຍິ່ງໃຫຍ່ລະດັບຈັກກະວານ Miss Universe Lao 2021  ມາໃຫ້ກໍາລັງໃຈ ແລະ ເຊຍສາວງາມຄົນນີ້ໄປພ້ອມກັນ ເພື່ອໃຫ້ນ້ອງໄດ້ສົມຫວັງກັບເປົ້າຫມາຍທີ່ຕັ້ງໄວ້ ອີກຫນຶ່ງສາວເດັ່ນທີ່ຫນ້າຈັບຕາເບິ່ງ ພອນສີລິ ພູນສະຫວັດ ຫລື ແປ້ງ MUL026 ປັດຈຸບັນ ອາຍຸ 22 ປີ ມາຈາກແຂວງຈຳປາສັກ, ເມືອງຈຳປາສັກ ຈົບການສຶກສາຈາກ ມະຫາວິທະຍາໄລແຫ່ງຊາດ, ຄະນະວິທະຍາສາດສິ່ງແວດລ້ອມ, ສາຂາ ພາກວາງແຜນພັດທະນາ.

ແປ້ງບໍ່ເຄີຍຜ່ານການປະກວດເວທີໃດມາກ່ອນເລີຍ ແລະ ຄວາມໃຝ່ຝັນຂອງນ້ອງກັບເວທີນີ້ກໍຄື ຢາກເປັນ Miss Universe Lao 2021 ເພາະວ່າມັນເປັນຄວາມຕັ້ງໃຈມາແຕ່ຍັງນ້ອຍ ແລະ ນ້ອງກໍຢາກເປັນເປັນຜູ້ຍິງຄົນຫນຶ່ງທີ່ໄດ້ເຮັດວຽກໃນວົງການບັນເທີງລາວບໍ່ວ່າຈະເປັນ ນາງແບບ, ຢາກເປັນນັກສະແດງ ແລະ ຖ່າຍແບບວາລະສານຕ່າງໆ

ຄຳຄົມ ຫລື ຄະຕິປະຈຳໃຈຂອງນ້ອງກໍຄື : ‘’ ຖ້າບໍ່ລົງມືເຮັດ ກໍຢ່າຄິດວ່າຈະເຮັດບໍ່ໄດ້’’ ແລະເຫດຜົນທີ່ເຮັດໃຫ້ນ້ອງເລືອກປະກວດໃນເວທີນີ້ ເພາະວ່ານ້ອງຢາກເປັນຕົວແທນຂອງຜູ້ຍິງທຸກຄົນໃຫ້ມີຄວາມໝັ້ນໃຈ ແລະ ກ້າທີ່ສະແດງຄວາມສາມາດຂອງຕົນເອງອອກມາໃຫ້ຄົນອື່ນໄດ້ຮັບຮູ້ ວ່າແມ່ຍິງລາວທຸກຄົນກໍມີຄວາມຮູ້, ຄວາມສາມາດ ບໍ່ນ້ອຍໜ້າຊາດໃດໃນໂລກ.

ຖ້າຫາກແປ້ງໄດ້ຮັບໂອກາດດີໆ ໄດ້ຖ້າຜ່ານເຂົ້າຮອບເລິກໆ ຄວາມສາມາດທີ່ແປ້ງຢາກຈະໂຊໃຫ້ທຸຸກຄົນໄດ້ເຫັນນັ້ນກໍຄື ການຮ້ອງເພງ, ຟ້ອນ, ເດີນແບບ ເພາະວ່າມັນເປັນຄວາມສາມາດຂອງນ້ອງ ນ້ອງເຊື່ອວ່າທຸກຄົນມີຈຸດເດັ່ນທີ່ບໍ່ຄືກັນ ແລະ ນ້ອງເອງກໍມີຈຸດເດັ່ນຄື ຄວາມພະຍາຍາມ, ຕັ້ງໃຈ, ສູ້ຊົນ ບວກກັບບຸກຂະລິກກະພາບດີ, ອັດທະຍາໄສດີ ຈຸດເດັ່ນທັງຫມົດນີ້ແລະນ້ອງຄິດວ່ານ້ອງຕ້ອງໄດ້ຕຳແໜ່ງ Miss Universe Laos 2021.

ກ່ອນເຂົ້າປະກວດນ້ອງກໍໄດ້ມີການກຽມຕົວເຊັ່ນ ຊ້ອມຍ່າງ, ອອກກຳລັງກາຍທຸກໆມື້, ພັກຜ່ອນໃຫ້ພຽງພໍ , ກິນອາຫານມີໂປຣຕີນຕ່າງໆ ແລະ ຮັກສາຫຸ່ນ, ຜິວພັນເປັນຕົ້ນ ແລະ ຖ້າໄດ້ຕໍາແຫນ່ງສິ່ງທີ່ນ້ອງຢາກຈະປະກວດສ່ວນໃນການຊ່ວເຫລືອສັງຄົມ ນ້ອງຢາກຊ່ວຍເຫລືອ ເດັກນ້ອຍທີ່ດ້ອຍໂອກາດ ຂາດການຮຽນໜັງສື ໃນເຂດຊົນນະບົດ ຢາກໃຫ້ຜູ້ທີ່ດ້ອຍໂອກາດໄດ້ມີຄວາມຮູ້ຄວາມສາມາດ ທາງດ້ານການສຶກສາ ເພຶ່ອຢາກລົບລ້າງການກືກໜັງສື ຍ້ອນເດັກນ້ອຍເຍົາວະຊົນລຸ້ໃໝ່ກໍຄືເສົາຫລັກຂອງປະເທດຊາດ.

ຜ່ານມາບໍ່ເຄີຍມີຜົນງານຫຍັງໃນວົງການບັນເທິງ ແຕ່ນ້ອງກໍພ້ອມສະເຫມີຖ້າຫາກໄດ້ຮັບໂອກາດ ສໍາລັບ ກິດຈະກຳຍາມວ່າງທີ່ມັກເຮັດແມ່ນ ການອອກກຳລັງກາຍ ສຸດທ້າຍນີ້, ກໍຂໍຝາກຊາວລາວທຸກຄົນ ແລະ ຊາວຈຳປາສັກທຸກຄົນຊ່ວຍເປັນກຳລັງໃຈ ແລະ ແຮງເຊຍ ໃຫ້ MUL026 ແນ່ເດີ ພອນສີລິ ພູນສະຫວັດ ຊ່ອງທາງການຕິດຕາມຜົນງານ ແລະ ການເຄື່ອນໄຫວ P`Paeng Lov.

ຮູບ: P`Paeng Lov.