ຍອດສົ່ງອອກສິນຄ້າ ໄອຊີທີ ຂອງ ສ ເກົາຫຼີເພີ່ມຂຶ້ນສູງສຸດໃນປະຫວັດການ

344

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ​ລາຍ​ງານ​ໃນ​ວັນ​ທີ 14 ຕຸ​ລາ 2021 ວ່າ ກະ​ຊວງ​ການ​ຄ້າ ອຸດ​ສາ​ຫະ​ກຳ ແລະ ພະ​ລັງ​ງານ​ຂອງ ສາ​ທາ​ລະ​ນະ​ລັດ​ເກົາຫຼີ​ເປີດ​ເຜີຍ​ວ່າ ຍອດ​ສົ່ງ​ອອກ​ສິນ​ຄ້າ​ປະ​ເພດ​ເຕັກ​ໂນ​ໂລ​ຊີ ແລະ ການ​ສື່​ສານ (ICT) ເພີ່ມ​ຂຶ້ນ​ຈຸ​ລະ​ດັບ​ສູງ​ສຸດ​ໃນ​ປະ​ຫວັດ​ການ ໃນ​ເດືອນ​ກັນ​ຍາ ເນື່ອງ​ຈາກ​ຄວາມ​ຕ້ອງ​ການ​ຂອງ​ຕະຫຼາດ​ໂລກ​ເພີ່ມ​ຂຶ້ນ ຫຼັງ​ຈາກ​ທີ່​ເສດ​ຖະ​ກິດ​ໂລກ​ເລີ່ມ​ຟື້ນ​ຕົວ.

ລາຍ​ງານ​ລະ​ບຸ​ວ່າ ຍອດ​ການ​ສົ່ງ​ອອກ​ສິນ​ຄ້າ ໄອ​ຊີ​ທີ ເພີ່ມ​ຂຶ້ນ 21,1% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ ມີ​ມູນ​ຄ່າ 21,3 ຕື້ກວ່າ​ໂດ​ລາ​ໃນ​ເດືອນ​ກັນ​ຍາ 2021 ເຊິ່ງ​ເປັນ​ມູນ​ຄ່າ​ສູງ​ທີ່​ສຸດ ນັບ​ແຕ່​ມີ​ການ​ບັນ​ທຶກ​ຂໍ້​ມູນ​ມາ​ແຕ່​ປີ 1996 ເປັນ​ຕົ້ນ​ມາ ແລະ ເປັນ​ການ​ເພີ່ມ​ຂຶ້ນ​ເກີນ 20 ຕື້​ໂດ​ລາ​ເປັນ​ເດືອນ​ທີ່ 2 ຕິດ​ຕໍ່​ກັນ.

ນອກ​ຈາກ​ນີ້ ຍອດ​ສົ່ງ​ອອກ​ເຊ​ມີ​ຄອນ​ດັກ​ເຕີ (ຊິບ) ກໍ​ເພີ່ມ​ຂຶ້ນ 27,4% ເມື່ອ​ທຽບ​ກັບ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ ມູນ​ຄ່າ 12,2 ຕື້​ໂດ​ລາ ໃນ​ເດືອນ​ກັນ​ຍາ 2021, ໃນ​ຂະ​ນະ​ດຽວ​ກັນ​ຍອດ​ສົ່ງ​ອອກ​ໂທ​ລະ​ສັບ​ມື​ຖື, ຄອມ​ພິວ​ເຕີ ແລະ ຊິ້ນ​ສ່ວນ ໄອ​ຊີ​ທີ ອື່ນໆ​ກໍ​ເພີ່ມ​ຂຶ້ນ​ເຊັ່ນ​ດຽວ​ກັນ.

ການ​ສົ່ງ​ອອກ​ສ່ວນ​ໃຫຍ່​ໄປ​ຍັງ ສ​ປ ຈີນ ເຊິ່ງ​ເປັນ​ຄູ່​ຄ້າ​ລາຍ​ໃຫຍ່ ຂອງ ສ ເກົາຫຼີ ເພີ່ມ​ຂຶ້ນ 24% ມີມູນ​ຄ່າ 10,1 ຕື້​ໂດ​ລາ, ຂະ​ນະ​ທີ່ຍອດ​ສົ່ງ​ອອກ​ໄປ​ຍັງ​ສະ​ຫະ​ລັດ, ອີ​ຢູ ແລະ ຫວຽດ​ນາມ ກໍ​ເພີ່ມ​ຂຶ້ນ ມີ​ມູນ​ຄ່າ 2,58 ຕື້​ໂດ​ລາ, 1,09 ຕື້ໂດ​ລາ ແລະ 3,59 ຕື້​ໂດ​ລາ ຕາ​ລຳ​ດັບ.