ແຕ່ງຕັ້ງທ່ານ ໄກສອນ ສີຈັນທະເລືອງ ເປັນຫົວໜ້າດ່ານພາສີສາກົນປາກຊັນຜູ້ໃໝ່

587

ພິທີມອບ-ຮັບຫນ້າທີ່ຫົວຫນ້າດ່ານພາສີສາກົນປາກຊັນ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 13 ຕຸລາ 2021 ຢູ່ທີ່ຫ້ອງປະຊຸມຂອງດ່ານ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພູເຂົາຄຳ ວັນນະວົງໄຊ ກຳມະການຄະນະພັກກະຊວງການເງິນ ຫົວຫນ້າກົມພາສີ ມີບັນດາຜູ້ຕາງຫນ້າຈາກ ພະແນກການເງິນແຂວງ ຄະນະກອງກວດກາພາສີ ຄະນະດ່ານພາຍໃນແຂວງເຂົ້າຮ່ວມ.

ໃນພິທີໄດ້ຮັບຟັງການຂຶ້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີ ກະຊວງການເງິນສະບັບເລກທີ 4811 ລົງວັນທີ 27 ກັນຍາ 2021 ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງໜ້າທີ່ໃໝ່ຂອງພະນັກງານ ຢູ່ຫ້ອງພາສີປະຈໍາແຂວງບໍລິຄໍາໄຊ. ອີງຕາມກົດໝາຍວ່າດ້ວຍພາສີ ສະບັບປັບປຸງເລກທີ 81 ລົງວັນທີ 29 ມິຖຸນາ 2020 ແລະ ຂໍ້ຕົກລົງຂອງລັດຖະມົນຕີ ກະຊວງການເງິນ ສະບັບເລກທີ 2059 ລົງວັນທີ 29 ເມສາ 2021 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມພາສີ.

ລັດຖະມົນຕີກະຊວງການເງິນຕົກລົງ ເຫັນດີແຕ່ງຕັ້ງ ທ່ານ ໄກສອນ ສີຈັນທະເລືອງ ເປັນຫົວໜ້າດ່ານພາສີສາກົນປາກຊັນຜູ້ໃໝ່ ແລະ ເຫັນດີຕົກລົງຍົກຍ້າຍ ທ່ານ ທົດສະກອນ ສຸພາສິດ ຫົວໜ້າດ່ານພາສີຜູ້ເກົ່າ ໄປປະຈໍາການຮັບໜ້າທີ່ໃໝ່ຢູຫ້ອງພາສີປະຈໍາແຂວງ.

ພ້ອມນີ້ ໃນພີິທີຍັງໄດ້ເຊັນມອບຮັບບົດບັນທຶກໜ້າທີ່ ຫົວໜ້າດ່ານພາສີສາກົນປາກຊັນ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ໂດຍມີທ່ານ ຫົວໜ້າກົມພາສີ ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງແຂວງ ເຂົ້າຮ່ວມເປັນສັກຂີພິຍານ.