ແມ່ຍິງຖືພາເກີນ 3 ເດືອນຂື້ນໄປ ແລະ ແມ່ລູກອ່ອນ ສາມາດສັກວັກຊີນໄດ້ ແລະ ຈໍາເປັນທີ່ສຸດ

972

ຍອດຜູ້ຕິດເຊື້ອໂຄວິດໃນລາວຍັງເພີ່ມຂຶ້ນທຸກວັນ ການສັກວັກຊີນກໍເປັນວິທີ 1 ທີ່ດີທີ່ສຸດ ໃນການຢຸດຄວາມຮ້າຍແຮງ ແລະ ກະຈາຍເຊື້ອເປັນວົງກວ້າງ

ນາງ ດຣ. ບົວຜັນ ຄຳພາພົງຜ່ານ, ກະຊວງສາທາລະນະສຸກ ຂໍແຈ້ງໃຫ້ບັນດາທ່ານຊາບວ່າ ການສັກວັກຊີນສໍາລັບ ແມ່ຍິງຖືພາເກີນ 3 ເດືອນຂື້ນໄປ ແລະ ແມ່ລູກອ່ອນ ແມ່ນມີຄວາມຈໍາເປັນທີ່ສຸດ.

ຂໍໃຫ້ທຸກຄົນ ທີ່ຢູ່ໃນກຸ່ມເປົ້າໝາຍນີ້ ໄປຮັບການສັກວັກຊິນ ໃຫ້ຄົບທຸກເຂັມທີ່ໄດ້ແນະນຳ.

ວັກຊີນກັນພະຍາດໂຄວິດ-19 ແມ່ນມີຄວາມປອດໄພ ແລະ ປະສິດທິພາບ. ການສັກວັກຊິນ ເປັນການສ້າງພູມຄຸມກັນໃຫ້ແກ່ຮ່າງກາຍຂອງທ່ານ ໃນການຕໍ່ສູ້ກັບພະຍາດໂຄວິດ-19 ພ້ອມທັງ

ຊ່ວຍຫຼຸດຜ່ອນອັດຕາຄວາມຮຸນແຮງ ແລະ ການເສຍຊີວິດ ຈາກພະຍາດໂຄວິດ-19ໄດ້.

ຄຽງຄູ່ໄປກັບ ການຮັກສາໄລຍະຫ່າງ, ການໃສ່ຜ້າອັດປາກ-ດັງ ເມື່ອອອກຈາກບ້ານ ແລະ ການໝັ່ນລ້າງມືເລື້ອຍໆ ດ້ວຍນ້ຳສະອາດໃສ່ສະບູ ຫຼື ເຈວລ້າງມືຂ້າເຊື້ອ.