ງາມຄົມ ສົມກັບໂຕເຕັງ ເວທີ Miss Universe Laos 2021 ວັນ ບັດແສງ ຫມາຍເລກ 008

757

ຈັກກະວານໄປທາງໃດ ສາວຄົນນີ້ພ້ອມແລ້ວທີ່ຈະໄປເສີດສາຍຢູ່ທີ່ນັ້ນ ທີ່ສຸດແລ້ວຄົນນີ້ ງາມຄົມສົມໂຕເຕັງ ຈາກເວທີ Miss Universe Laos 2021 ບັດແສງ ວົງຈັນທຳ ຫລື ວັນ ຫມາຍເລກ 008 ປັດຈຸບັນ ອາຍຸ 18 ປີ ມາຈາກເມືອງວັງວຽງ ແຂວງວຽງຈັນ ສຶກສາຢູ່ທີ ວິທະຍາໄລເຕັກນິກ ປາກປ່າສັກພາກວິຊາ ການໂຮງແຮມ ແລະ ການທ່ອງທ່ຽວ.

ສໍາລັບ ຜົນງານຜ່ານມາກໍບໍ່ທໍາມະດາເລີຍ ເຄີຍປະກວດເວທີ Hot guys & sexy girl 2021 ໄດ້ຮອງອັນດັບ1 ແລະ ມີຄວາມໄຝ່ຝັນໃນວົງການບັນເທີງຄື ຢາກເປັນນາງງາມ ແລະ ເຮັດວຽກໃນວົງການບັນເທິງຫລາຍໆດ້ານ ເພາະຢາກແບ່ງເບົາພາລະຂອງຄອບຄົວ ແລະ ມັນເປັນສິ່ງທີ່ໃຝ່ຝັນມາແຕ່ຍັງນ້ອຍ.

ຄະຕິປະຈຳໃຈແມ່ນ ‘’ເຮົາຈະທໍ້ບໍ່ໄດ້ ຖ້າເຮົາຍັງສູ້ໄປບໍ່ໄປຮອດຄວາມຝັນ’’  ຊຶ່ງເຫດຜົນ ທີ່ວັນເອງເລືອກປະກວດເວທີນີ້ຍ້ອນວ່າ ເປັນເວທີທີ່ຊົງກຽດຄຳວ່າ ‘’ຈັກກະວານ’’ ແມ່ນສິ່ງທີ່ຍິ່ງໃຫຍ່ ແລະ ເປັນຄວາມໃຝ່ຝັນຂອງຜູ້ຍິງຫຼາຍໆຄົນ ເວທີ Miss Universe Laos ໄດ້ສ້າງໃຫ້ຜູ້ຍິງມີຄວາມເປັນຜູ້ນໍາ, ໄດ້ສ້າງຜູ້ຍິງໃຫ້ມີຄວາມເຂັ້ມແຂງ, ກ້າສະແດງອອກ ແລະ ມີສິດສະເຫມີພາບຢູ່ໃນສັງຄົມ.

ຈຸດເດັ່ນຂອງນ້ອງທີ່ມີນັ້ນ ຄິດວ່າແມ່ນຄວາມທີ່ເປັນຄົນມີໃບຫນ້າອັນຫຼ່ຽມຄົມ ເພາະຄິດວ່າຄວາມງາມບໍ່ມີຂີດຈຳກັດ ທຸກຄົນງາມມາຈາກພາຍໃນສູ່ພາຍນອກ ແລະ ນ້ອງຄິດວ່າບຸກຂະລິກກະພາບ, ສັກກະຍະພາບ, ຄວາມຕັ້ງໃຈຂອງເຮົາເອງນີ້ແລ ທີ່ຈະສາມາດເອົາຊະນະໃຈກຳມະການໄດ້ ແລະ ອີກສິ່ງຫນຶ່ງບທີ່ສໍາຄັນເລີຍກໍຄື  ການໂຊຄວາມສາມາດ ແລະ ສັກກະຍະພາບຂອງຕົນເອງຢູ່ເທິງເວທີໃຫ້ທຸກຄົນໄດ້ເຫັນ ແລະ ຮູ້ສຶກປະທັບໃຈ.

ໃນການກຽມຄວາມພ້ອມມາເວທີຈັກກະວານຂອງວັນ ມີຝຶກຫຼາຍໆທັກສະເລີຍ ບໍ່ວ່າຈະເປັນການຮຽນຮູ້ໃນການເວົ້າ, ການອ່ານ ເພື່ອເພີ່ມຄວາມຮູ້ໃນການຕອບຄຳຖາມ ແລະ ຝຶກເລື່ອງການສະແດງເທິງເວທີ ບໍ່ວ່າຈະເປັນການຊ້ອມເດີນ, ພື້ນຖານການເຕັ້ນ ແລະ ປັບບຸກຄະລິກຕ່າງໆທີ່ນາງງາມຄວນມີ.

ໃນນາມທີ່ນ້ອງເອງເປັນຄົນວັງວຽງ ໄດ້ເຫັນແມ່ນໍ້າຊອງ ໄດ້ຖືກທຳລາຍຈາກການຖິ້ມຂີ້ເຫຍື້ອລົງແມ່ນໍ້າ ວັນຈຶ່ງຢາກຂໍເປັນຫນື່ງກະບອກສຽງ ເພື່ອປຸກລະດົມໃຫ້ທຸກຄົນຫັນມາໃສ່ໃຈ ແລະ ຮັກສາແມ່ນໍ້າຊອງ ເພື່ອໃຫ້ກັບຄືນສູ່ທຳມະຊາດທີ່ສວຍງາມ ເພື່ອດືງດູດເອົານັກທ່ອງທ່ຽວໃຫ້ມາທ່ຽວຊົມ ແລະ ສຳຜັດກັບທຳມະຊາດທີ່ສວຍງາມໃຫ້ຢູ່ກັບເຮົາຕະຫລອດໄປ.

ຜົນງານທີ່ຜ່ານມາຂອງວັນແມ່ນ ການໄດ້ຮັບລາງວັນຮອງອັນດັບ1 ຈາກເວທີ Hot guys & sexy girl 2021, ຖ່າຍ MV ແລະ ຖ່າຍແບບ ກິດຈະກຳຍາມວ່າງມັກທີ່ຈະຟັງເພງ ແລະ ເບິ່ງວີດີໂອການປະກວດນາງງາມ ຜົນງານປະຈຸບັນແມ່ນ ກຳລັງລົງປະກວດ Miss Universe Laos 2021 ຝາກເຊຍ ແລະ ເປັນກຳລັງໃຈໃຫ້ສາວວັງວຽງແນ່ເດີ້ ຊ່ອງທາງການຕິດຕາມ Budseng Vongchanthum.

ຮູບ: Budseng Vongchanthum.