ຜູ້ນຳ ສປປ ເກົາຫຼີ ຢືນຢັນ ສືບຕໍ່ພັດທະນາຊີວິດການເປັນຢູ່ຂອງປະຊາຊົນ

275

ສຳ​ນັກ​ຂ່າວ KCNA ຂອງ ສ​ປ​ປ ເກົາຫຼີ ລາຍ​ງານ​ໃນ​ວັນ​ທີ 11 ຕຸ​ລາ 2021 ວ່າ ທ່ານ ຄິມ ຈອງ ອຶນ​ຜູ້​ນຳ​ສູງ​ສຸດ​ຂອງ ສ​ປ​ປ ເກົາຫຼີ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ ຈະ​ພັດ​ທະ​ນາ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນ ເທື່ອ​ລະ​ກ້າວ ເຖິງວ່າ​ໃນ​ຊ່ວງ​ເວ​ລາ​ນີ້ ສ​ປ​ປ​ປ ເກົາຫຼີ ຈະ​ກຳ​ລັງ​ປະ​ເຊີນ​ກັບ​ວິ​ກິດ​ການ​ດ້ານ​ອາ​ຫານ​ຄັ້ງ​ໃຫຍ່​ກໍ​ຕາມ.

ຜູ້​ນຳ​ສູງ​ສຸດ ຂອງ ສ​ປ​ປ ເກົາຫຼີ ກ່າວ​ຕໍ່​ພິ​ທີ​ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ພັກ​ແຮງ​ງານ​ເກົາຫຼີ ຄົບ​ຮອບ 76 ປີ ໃນ​ວັນ​ທີ 10 ຕຸ​ລາ​ຜ່ານ​ມາ ໃນ​ຫົວ​ຂໍ້: ພວກ​ເຮົາ​ຈົ່ງ​ຮ່ວມ​ກັນ​ສືບ​ຕໍ່​​ນະ​ໂຍ​ບາຍ​ຂອງ​ພັກ ໃຫ້​ສອດ​ຄ່ອງ​ກັບ​ການ​ພັດ​ທະ​ນາ​ໃນ​ໄລ​ຍະ​ໃໝ່ ພ້ອມ​ທັງ​ຮຽກ​ຮ້ອງ​ໃຫ້​ການ​ນຳ​ທຸກ​ຂັ້ນ ຈົ່ງ​ສາ​ມັກ​ຄີ​ເປັນ​ປຶກ​ແຜ່ນ ພ້ອມ​ກັນ​ປະ​ຕິ​ບັດ​ໜ້າ​ທີ່​ດ້ວຍ​ຄວາມ​ຮັບ​ຜິດ​ຊອບ​ສູງ ເພື່ອ​ພ້ອມ​ກັນ​ກ້າວ​ຜ່ານ​ວິ​ກິດ​ການ​ຄັ້ງ​ນີ້​ ດ້ວຍ​ການ​ເດີນ​ໜ້າ​ປະ​ຕິ​ຮູບ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ​ ຕາມ​ແນວ​ທາງ​ນະ​ໂຍ​ບາຍ​ຂອງ​ພັກ.