ເອດີບີ ກຽມຕັ້ງກອງທຶນເລັ່ງປິດໂຮງໄຟຟ້າຖ່ານຫີນໄວຂຶ້ນ

268

ທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊີ ( ADB ) ກຽມ​ຕັ້ງ​ກອງ​ທຶນ – ເລັ່ງ​ປິດ​ໂຮງ​ໄຟ​ຟ້າ​ຖ່ານ​ຫີນ​ໃຫ້​ໄວ​ຂຶ້ນ ໂດຍ​ທະ​ວີບ​ອາ​ຊີ​ຄອງ​ສັດ​ສ່ວນ​ປະ​ມານ 60% ຂອງ​ການ​ປ່ອຍ​ອາຍ​ພິດ​ເຮືອນ​ແກ້ວ ແລະ ຍັງ​ເປັນ​ພູ​ມີ​ພາກ​ທີ່​​ມີ​ຄວາມ​ສ່ຽງ​ສູງທີ່​ຈະ​ປະ​ເຊີນ​ກັບ​ໄພ​ພິ​ບັດ​ທາງ​ທຳ​ມະ​ຊາດ ໂດຍ​ ເອ​ດີ​ບີ ​ຈະ​ນຳ​ເງິນ​ຈາກກອງ​ທຶນ​ດັ່ງ​ກ່າວ​ນີ້ໄປ​ຊື້​ໂຮງ​ງານ​ທີ່​ຜະ​ລິດ​ກະ​ແສ​ໄຟ​ຟ້າ​ທີ່​ນຳ​ໃຊ້​ຖ່ານ​ຫີນ​ເປັນ​ເຊື້ອ​ໄຟ​ໃນ​ຂະ​ບວນ​ການ​ຜະ​ລິດ ເພື່ອ​ປິດ​ໂຮງ​ງານ​ເຫຼົ່າ​ນີ້ໃນ​ພູ​ມີ​ພາກ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ໃຫ້​ໄວ​ຂຶ້ນຈາກ​ແຜນ​ເດີມ​ບໍ່​ເກີນ 10 ປີ.

ທັງ​ນີ້, ເອ​ດີ​ບີ ​ຈະ​ເຮັດ​ວຽກ​ກັບ​ລັດ​ຖະ​ບານ ແລະ ສະ​ຖາ​ບັນ​ການ​ເງິນ​ໃນ​ບັນ​ດາ​ປະ​ເທດ​ຕ່າງໆ ຕັ້ງ​ກອງ​ທຶນ​ຂຶ້ນ​ໃນ​ປະ​ເທດ​ອິນ​ໂດ​ເນ​ເຊຍ ເຊິ່ງ​ເປັນ​ປະ​ເທດ​ທີ່​ເພິ່ງ​ພາ​ຖ່ານ​ຫີນ​ເຂົ້າ​ໃນ​ຂະ​ບວນ​ການ​ຜະ​ລິດ​ໄຟ​ຟ້າຫຼາຍ​ທີ່​ສຸດ​ໃນ​ພູ​ມີ​ພາກ ໂດຍ​ມີ​ເປົ້າ​ໝາຍ​ປ່ຽນ​ຖ່າຍ​ຂະ​ບວນ​ການ​ຂອງ​ອິນ​ໂດ​ເນ​ເຊຍ ​ໃຫ້​ເປັນ​ປະ​ເທດ​ມີ​ລະ​ບົບ​ເສດ​ຖະ​ກິດ​ທີ່​ປ່ອຍ​ແກັ​ສ​ຄາ​ບອນ​ໄດ​ອ໊ອກ​ໄຊ​ໃນ​ປະ​ລິ​ມານ​ຕ່ຳ​ທີ່​ສຸດ.

​ທ່ານ ມາ​ຊຶ​ງຸ ອະ​ຊາ​ກາ​ວະ ປະ​ທານ​ເອ​ດີ​ບີ ກ່າວ​ວ່າ: ເອ​ດີ​ບີ ຈະ​ປ່ຽນ​ແປງ​ນະ​ໂຍ​ບາຍ​ໃໝ່ດ້ວຍ​ການ​ຍົກ​ເລີກ​ຂະ​ຫຍາຍ​ເງິນ​ກູ້ ເພື່ອ​ກໍ່​ສ້າງ​ໂຮງ​ໄຟ​ຟ້າ​ຖ່ານ​ຫີນ​ແຫ່ງ​ໃໝ່ ແລະ ສ້າງ​ຕັ້ງ​ກອງ​ທຶນ​ຕ່າງໆ​ຂຶ້ນ ເພື່ອ​ຊ່ວຍ​ໃຫ້​ໂຮງ​ໄຟ​ຟ້າ​ທີ່​ມີ​ຢູ່​ໃນ​ຂະ​ນະ​ນີ້​ໃຫ້​ສາ​ມາດ​ປິດ​ກິດ​ຈະ​ການ​ໄດ້​ໄວ​ຂຶ້ນ.