ລາຄານ້ຳມັນດິບໃນຕະຫຼາດໂລກ ອາດຈຸ 100 ໂດລາ

403

ເຖິງ​ແມ່ນ​ວ່າ ທົ່ວ​ໂລກ​ໄດ້​ໃຊ້​ຄວາມ​ພະ​ຍາ​ຍາມປຸກ​ລະ​ດົມຫຼຸດ​ການ​ໃຊ້​ນ້ຳ​ມັນ ແຕ່​ຜູ້​ຊ່ຽວ​ຊານ​ຄາດ​ການ​ວ່າ ນ້ຳ​ມັນ ຍັງ​ເປັນ​ແຫຼ່ງ​ພະ​ລັງ​ງານ​ທີ່​ສຳ​ຄັນ​ຂອງ​ໂລກ​ຕໍ່​ໄປ ພ້ອມ​ຄາດ​ການ​ວ່າ ລາ​ຄາ​ນ້ຳ​ມັນ​ດິບ​ໃນ​ຕະຫຼາດ​ໂລກ​ອາດ​ເພີ່ມ​ຂຶ້ນ​ຈຸ 100 ໂດ​ລາ​ສະ​ຫະ​ລັດ​ຕໍ່​ບາ​ເຣ​ລ.

ປະ​ເທດ​ຜູ້​ຜະ​ລິດ ແລະ ສົ່ງ​ອອກ​ນ້ຳ​ມັນ​ລາຍ​ໃຫຍ່​ຂອງ​ໂລກ​ (ໂອ​ເປັກ) ປະ​ເມີນ​ວ່າ ຈຳ​ເປັນ​ຕ້ອງ​ໃຊ້​ງົບ​ປະ​ມານ​ສູງ​ເຖິງ 11,8 ພັນ​ຕື້​ໂດ​ລາ​ສະ​ຫະ​ລັດ ເພື່ອ​ລົງ​ທຶນ​ຍົກ​ລະ​ດັບ​ການ​ຜະ​ລິດ​ນ້ຳ​ມັນ​ໃຫ້​ພຽງ​ພຽງ​ພໍ​ຕໍ່​ຄວາມ​ຕ້ອງ​ການ​ໄລ​ຍະ​ຍາວ​ຈົນ​ເຖິງ​ປີ 2045.

ແນວ​ໃດ​ກໍ​ຕາມ ຂະ​ນະ​ນີ້ ບໍ່​ພຽງ​ແຕ່​ລາ​ຄາ​ນ້ຳ​ມັນ​ເທົ່າ​ນັ້ນ​ທີ່​ປັບ​ຂຶ້ນ ແຕ່​ຫາກ​ຍັງ​ມີ​ລາ​ຄາ​ແກັ​ສ​ທຳ​ມະ​ຊາດ, ຖ່ານ​ຫີນ ແລະ ໄຟ​ຟ້າ ຕ່າງ​ກໍ​ປັບ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ເຊັ່ນ​ກັນ ສົ່ງ​ຜົນ​ໃຫ້​ລັດ​ຖະ​ບານຫຼາຍ​ປະ​ເທດ ຕ້ອງ​ເລັ່ງ​ຊອກ​ຫາ​ມາດ​ຕະ​ການ ເພື່ອ​ຮັບ​ມື​ກັບ​ບັນ​ຫາ​ດັ່ງ​ກ່າວ​ນັ້ນ. ໂດຍຫຼ້າ​ສຸດ​ຄະ​ນະ​ກຳ​ມະ​ການ​ເອີ​ຣົບ ໄດ້​ປຶກ​ສາ​ຫາ​ລື​ກັບ​ປະ​ເທດ​ສະ​ມາ​ຊິກ​ຢູ​ໂຣ​ໂຊນ​ກ່ຽວ​ກັບ​ພະ​ລັງ​ງານ ໂດຍ​ສະ​ເພາະ​ລາ​ຄາ​ແກັ​ສ​ທຳ​ມະ​ຊາດ ທີ່​ເພີ່ມ​ຂຶ້ນ​ເປັນ​ສະ​ຖິ​ຕິ​ໃໝ່ ເນື່ອງ​ຈາກວ່າ ລາ​ຄາ​ພະ​ລັງ​ງານ​ທີ່​ເພີ່ມ​ຂຶ້ນ​ອາດ​ຈະ​ສົ່ງ​ຜົນ​ກະ​ທົບ​ຕໍ່​ການ​ຟື້ນ​ຕົວ​ຂອງ​ເສດ​ຖະ​ກິດ, ກະ​ທົບ​ຕໍ່​ແຜນ​ການ​ລົງ​ທຶນ ແລະ ກະ​ທົບ​ຕໍ່​ປະ​ຊາ​ຊົນ​ຜູ້​ມີ​ລາຍ​ຮັບ​ຕ່ຳ.

ກ່ອນ​ໜ້າ​ນີ້ ໂອ​ເປັກ ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ “2021 World Oil Outlook” ລະ​ບຸ​ວ່າ: ຄວາມ​ຕ້ອງ​ການ​ໃຊ້​ນ້ຳ​ມັນ​ຂອງ​ໂລກ​ຈະ​ເພີ່ມ​ຂຶ້ນ​ຢ່າງ​ແຂງ​ແກ່ນ​ໃນ​ອີກ 2-3 ປີ​ຕໍ່​ໜ້າ​ນີ້ ເນື່ອງ​ຈາກ​ເສດ​ຖະ​ກິດ​ໂລກ​ເລີ່ມ​ຟື້ນ​ຕົວ​ຈາກວິ​ກິດ​ໂຄວິດ-19 ໂດຍ​ຄາດ​ວ່າ ປີ 2023 ຄວາມ​ຕ້ອງ​ການ​ຊົມ​ໃຊ້​ນ້ຳ​ມັນ​ທົ່ວ​ໂລກ​ຈະ​ເພີ່ມ​ຂຶ້ນ 1,7 ລ້ານ​ບາ​ເຣ​ລ​ຕໍ່​ວັນ ເພີ່ມ​ເປັນ 101,6 ລ້ານ​ບາ​ເຣ​ລ​ຕໍ່​ວັນ, ພ້ອມ​ລະ​ບຸ​ວ່າ ຄວາມ​ຕ້ອງ​ການ​ຊົມ​ໃຊ້​ນ້ຳ​ມັນ​ໃນ​ປີ 2021 ແລະ 2022 ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ກາຍ​ເປັນ​ປັດ​ໄຈຫຼັກ​ເຮັດ​ໃຫ້​ຍູ້​ຄວາມ​ຕ້ອງ​ການ​ຊົມ​ໃຊ້​ນ້ຳ​ມັນ​ເພີ່ມ​ຂຶ້ນ​ຢູ່​ເໜືອ​ລະ​ດັບ ປີ 2018.

ແນວ​ໃດ​ກໍ​ຕາມ​ ໃນ​ໄລ​ຍະ​ຍາວ​ຄວາມ​ຕ້ອງ​ການ​ຊົມ​ໃຊ້​ນ້ຳ​ມັນ​ອາດ​ຈະຫຼຸດ​ລົງ ເນື່ອງ​ຈາກຫຼາຍ​ປະ​ເທດ​ໄດ້​ຫັນ​ມາ​ນຳ​ໃຊ້​ລົດ​ໄຟ​ຟ້າ (EV) ໂດຍ​ໂອ​ເປັກ​ຄາດ​ການ​ວ່າ ຄວາມ​ຕ້ອງ​ການ​ຊົມ​ໃຊ້​ນ້ຳ​ມັນ​ໃນ​ປີ 2030 ຈະ​ຢູ່​ທີ່ 106,6 ລ້ານ​ບາ​ເຣ​ລ​ຕໍ່​ວັນ, ຫຼຸດ​ລົງ 600.000 ບາ​ເຣ​ລ​ຕໍ່​ວັນ​ຈາກ​ປີ 2019. ຂະ​ນະ​ທີ່​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ການ​ເຮັດ​ວຽກ​ທາງ​ອອນ​ລາຍໄດ້​​ກາຍ​ເປັນ​ວິ​ຖີ​ຊີ​ວິດ​ແບບ​ໃໝ່​ຂອງ​ບໍ​ລິ​ສັດ​ເອ​ກະ​ຊົນຫຼາຍ​ແຫ່ງ.

ດ້ານ​ນັກ​ວິ​ເຄາະ​ຄາດ​ການ​ວ່າ ລາ​ຄາ​ນ້ຳ​ມັນ​ດິບ​ໃນ​ຕະຫຼາດ​ໂລກ​ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ​ອາດ​ຈະ​ຈຸ 100 ໂດ​ລາ​ຕໍ່​ບາ​ເຣ​ລ ເນື່ອງ​ຈາກ​ຄວາມ​ຕ້ອງ​ການ​ພະ​ລັງ​ງານ​ສູງ​ຂຶ້ນ​ໃນ​ຊ່ວງ​ລະ​ດູ​ໜາວ​ນີ້ ປ​ະ​ກອບ​ກັບ​ກຸ່ມ​ໂອ​ເປັກ ແລະ ໂອ​ເປັກ​ ພ​ລັ​ສ ຍັງ​ຢຶດ​ໝັ້ນ​ການ​ຜະ​ລິດ ໂດຍຫຼ້າ​ສຸດ ໂອ​ເປັກ ພ​ລັ​ສ ໄດ້​ປະ​ກາດ​ເມື່ອ​ວັນ​ທີ 4 ຕຸ​ລາ ຜ່ານ​ມາ​ວ່າ ຍັງ​ຄົງ​ຢຶດ​ໝັ້ນ​ຕາມ​ຂໍ້​ຕົກ​ລົງ​ທີ່​ຈະ​ເພີ່ມ​ກຳ​ລັງ​ການ​ຜະ​ລິດ​ພຽງ​ແຕ່ 400.000 ບາ​ເຣ​ລ​ຕໍ່​ວັນ​ໃນ​ແຕ່​ລະ​ເດືອນ ເຖິງວ່າ​ນາໆ​ປະ​ເທດ​ຈະ​ກົດ​ດັນ​ໃຫ້​ເພີ່ມ​ກຳ​ລັງ​ການ​ຜະ​ລິດ​ສູງ​ຂຶ້ນກວ່າ​ນີ້​ກໍ​ຕາມ ເຮັດ​ໃຫ້​ລາ​ຄາ​ນ້ຳ​ມັນ​ດິບ ເບ​ຣນ ເພີ່ມ​ຂຶ້ນ 1,6% ປິດ​ທີ່ 82,56 ໂດ​ລາ​ຕໍ່​ບາ​ເຣ​ລ​ໃນ​ວັນ​ທີ 5 ຕຸ​ລາ​ຜ່ານ​ມາ ແລະ ເປັນ​ສະ​ຖິ​ຕິ​ສູງ​ສຸດ ນັບ​ແຕ່​ປີ 2018 ເປັນ​ຕົ້ນ​ມາ.