ທີມຊາດອິຕາລີ ຖືກຢຸດສະຖິຕິບໍ່ເສຍໄວ້ທີ 37 ນັດຊ້ອນ ດ້ວຍນໍ້າມືຂອງ ແອັດສະປາຍ

364

ທີມຊາດອິິຕາລີ ແຊັມຢູໂຣ 2020 ຕ້ອງຢຸດສະຖິຕິບໍ່ເສຍໃຫ້ກັບທີມໃດຍາວນານໄວ້ທີ 37 ນັດຕິດຕໍ່ກັນ ຫຼັງນັດຫຼ້າສຸດຖືກ ທີມຊາດແອັດສະປາຍ ບຽດເອົາຊະະນ 2-1 ໃນການແຂ່ງຂັນບານເຕະຢູຟາ ເນຊັນສ໌ ລີກ ເອ ຮອບຮອງຊະນະເລີດ ເມື່ອວັນທີ 6 ຕຸລາ 2021.

ນັດດັ່ງກ່າວ ແອັດສະປາຍ ມາແຮງສຸດໄດ້ 2 ປະຕູລວດຈາກການຍິງຂອງ ເຟຣານ ຕໍເຣສ ຄົນດຽວ ນາທີໆ 17 ແລະ ໄລຍະຕໍ່ເວລາບາດເຈັບເຄິ່ງເວລາທໍາອິດຂຶ້ນນໍາ 2-0. ຈົນເຖິງນາທີໆ 83 ທີມຊາດອິຕາລີ ໄລ່ມາເປັນ 1-2 ຈາກການຍິງຂອງ ລໍເຣນໂຊ ເປເລກຣີນາ.

ສ່ວນໄລຍະເວລາທີ່ເຫຼືອ ບໍ່ມີປະຕູເພີ່ມ ເຮັດໃຫ້ ທີມຊາດແອັດສະປາຍ ເອົາຊະນະໄປ 2-1 ຢຸດສະຖິຕິບໍ່ເສຍຂອງ ທີມຊາດອິຕາລີ ໄວ້ທີ 37 ນັດຕິດຕໍ່ກັນ ພ້ອມຜ່ານເຂົ້າຮອບຊີງຊະນະເລີດ ໄປລໍຖ້າພົບຜູ້ຊະນະລະຫວ່າງ ທີມຊາດແບນຊິກ ຫຼືຶ ຝຣັ່ງ.
ຮູບຈາກ: AP