“ ເຫັນວ່າໂຕເອງງາມແລ້ວ ວາຈາຕ້ອງສອດຄ່ອງ ສິນທຳເປັນເຄື່ອງຍ້ອງ ໂຕເຈົ້າຫາກຕື່ມງາມ ”ຈີ້ງ ພູເວົາ ຫມາຍເລກ 028

1161

ແນະນໍາໃຫ້ຮູ້ຈັກກັບສາວນ້ອຍຜູ້ມາພ້ອມກັບຄວາມຝັນ ໃນເວທີໃຫຍ່ລະດັບຈັກກະວານ ຮ່ວມເຊຍ ແລະ ຮູ້ຈັກກັບສາວຄົນນີ້ໃຫ້ຫລາຍຂຶ້ນ ພູເວົາ ວິໄລທອງ ຫລື ຈີ້ງ ໝາຍເລກ 028 ປັດຈຸບັນ ອາຍຸ 18ປີ ຈາກນະຄອນຫຼວງວຽງຈັນນີ້ເອງ.

ນ້ອງຈີ້ງໄດ້ໃຫ້ສໍາພາດກັບທີມຂ່າວບັນເທີງຂອງພວກເຮົາວ່າ: ເຖີງແມ່ນວ່າເວທີ Miss Universe Laos 2021 ນີ້ຈະເປັນເວທີທຳອິດຂອງນ້ອງ ແຕ່ນ້ອງກໍມີຄວາມໄຝ່ຝັນກ່ຽວກັບເວທີນີ້ຄື ການໄດ້ເປັນຕົວແທນສາວລາວທີ່ນຳເອົາວັດທະນະທໍາ, ຮີດຄອງປະເພນີຂອງລາວໄປເຜີຍແຜ່ໃຫ້ທົ່ວໂລກໄດ້ຮັບຮູ້ ວ່າແມ່ຍີງລາວກໍມີຄວາມງາມ ແລະ ຄວາມສະມາດບໍ່ໜ້ອຍກວ່າຊາດໃດ ແລະ ອີກໜື່ງຄວາມຝັນຂອງນ້ອງກໍຄື ຢາກເປັນຄົນທີ່ປະສົບຜົນເລັດໃນທຸກໆດ້ານທີ່ໂຕເອງໄດ້ຕັ້ງເປົ້າໝາຍໄວ້.

ຄຳຄົມ ຫຼື ຄະຕິປະຈຳໃຈຂອງຈີ້ງແມ່ນ: “ ເຫັນວ່າໂຕເອງງາມແລ້ວ ວາຈາຕ້ອງສອດຄ່ອງ ສິນທຳເປັນເຄື່ອງຍ້ອງ ໂຕເຈົ້າຫາກຕື່ມງາມ ”

ສໍາລັບ ເຫດຜົນທີ່ເລືອກປະກວດເວທີນີ້ແມ່ນ ຢາກທ້າທາຍຄວາມຮູ້ ແລະ ຄວາມສາມາດຂອງຕົນເອງວ່ານ້ອງຈະມີມັນຫຼາຍ ຫຼື ຫນ້ອຍຊໍ່າໃດ ແລະ ນ້ອງຄິດວ່າເວທີນີ້ເປັນເວທີໜື່ງທີ່ທຸກຄົນໃຫ້ຄວາມສົນໃຈ ນ້ອງຄິດວ່າເວທີນີ້ແລທີ່ຈະເຮັດໃຫ້ທຸກຄົນໄດ້ຮູ້ຈັກຕົວຕົນຂອງນ້ອງຫຼາຍຂື້ນ.

ຖ້າມີໂອກາດຕົນເອງໄດ້ຜ່ານເຂົ້າຮອບເລິກໆ ສິ່ງທີ່ຢາກຈະໂຊໃຫ້ທຸກຄົນໄດ້ເຫັນຄື ຈະໂຊທັດສະນະຄະຕິ,ຄວາມສາມາດ ແລະ ຟ້ອນສິນລະປະ ເພາະນ້ອງຄິດວ່າການຟ້ອນສິນລະປະມີຄວາມສຳຄັນຢ່າງຫນຶ່ງທີ່ບົ່ງບອກເຖີງຄວາມເປັນລາວ, ຮີດຄອງປະເພນີລາວ ແລະ ນ້ອງກໍຢາກຈະໂຊໃຫ້ຄະນະກຳມະການ ພ້ອມກັບທຸກໆຄົນໄດ້ເຫັນ.

ສ່ວນຈຸດເດັ່ນ ແລະ ສະເຫນ່ຂອງຕົນເອງ ຄິດວ່າຄວາມຄິດ, ຮອຍຍີ້ມ ທີ່ມີຄວາມສົດໃສ ແລະ ຈິງໃຈເຊື່ອແນ່ວ່າທຸກຄົນຈະຮັບຮູ້ໄດ້ ແລະ ປະທັບໃຈຢ່າງແນ່ນອນ  ສິ່ງສໍາຄັນສໍາລັບ ການກຽມຕົວຂອງນ້ອງກ່ອນເຂົ້າສະໝັກການປະກວດກໍຄື ການດູແລຕົວເອງເຊັ່ນ: ອອກກຳລັງກາຍ, ກິນອາຫານແຕ່ສີ່ງທີ່ມີປະໂຫຍດ ແລະ ສຶກສາຫາຄວາມຮູ້ຕ່າງໆເພື່ອເພີ່ມຄວາມຮູ້ໃຫ້ແກ່ຕົນເອງ.

ຖ້າຫາກນ້ອງໄດ້ຮັບຕຳແໜ່ງອັນຊົງກຽດຈາກເວທີນີ້ມາຄອບຄອງສິ່ງທີ່ນ້ອງຈະເຮັດເພື່ອຊ່ວຍເຫລືອສັງຄົມຫລັກໆເລີຍກໍແມ່ນ ນ້ອງຢາກສົ່ງເສີມດ້ານການສຶກສາຂອງນ້ອງນ້ອຍ ເພາະນ້ອງຄິດວ່າການສຶກສາຮໍ່າຮຽນເປັນສີ່ງທີ່ດີຫຼາຍສຳລັບນ້ອງ ແລະ ທຸກຄົນ ທີ່ນ້ອງຢາກປະກອບສ່ວນໃນດ້ານນີ້ ເພາະນ້ອງຄິດວ່າເດັກນ້ອຍໃນມື້ນີ້ກໍຄືຜູ້ໃຫຍ່ໃນມື້ໜ້າທີ່ຈະນຳເອົາຄວາມຮູ້ມາພັດທະນາປະເທດຊາດ.

ຜ່ານມານ້ອງຍັງບໍ່ມີຜົນງານໃນວົງການເລີຍແຕ່ນ້ອງກໍຈະເຮັດມັນໃຫ້ເຕັມທີ່ ແລະ ສຸດຄວາມສາມາດ ເພາະນີ້ຄືເປົ້າໝາຍຂອງນ້ອງ ກິດຈະກຳຍາມວ່າງຂອງນ້ອງກໍຄື ການຫຼີ້ນກິລາ ແລະ ຟັງເພງ ເພາະມັນຈະຊ່ວຍເຮັດໃຫ້ນ້ອງຄາຍຄວາມຄຽດ ສຸດທ້າຍນີ້ນ້ອງຂໍໃຫ້ທຸກຄົນຊ່ວຍເຊຍ ແລະ ຊ່ວຍເປັນກຳລັງໃຈໃຫ້ນ້ອງແນ່ເດີ ຈະເຮັດມັນໃຫ້ເຕັມທີ່ແລະ ສຸດຄວາມສາມາດ ຊ່ອງທາງການຕິດຕາມທີ່ເຟສບຸກສ່ວນຕົວ: jing Vilaithong.

ຮູບ: jing Vilaithong.